WEBVTT 00:00:00.000 --> 00:00:07.000 ສະບາຍດີ. ພວກທ່ານເປັນແນວໃດແດ່? ຜ່ານມາຄັກຫຼາຍ ແມ່ນບໍ? 00:00:07.000 --> 00:00:11.000 ຂ້າພະເຈົ້າເກືອບຫງາຍຍ້ອນສິ່ງທີ່ໄດ້ເກີດຂຶ້ນທັງໝົດ. 00:00:11.000 --> 00:00:15.000 ອັນທີ່ຈິງ, ຂ້າພະເຈົ້າວ່າຈະກັບດີກວ່າ. (ຫົວ) 00:00:15.000 --> 00:00:19.000 ຜ່ານມາ ມີຢູ່ ສາມ ແກນ, ແມ່ນບໍ່, 00:00:19.000 --> 00:00:23.000 ທີ່ໄດ້ຜ່ານກອງປະຊຸມ, ເຊິ່ງກ່ຽວພັນ 00:00:23.000 --> 00:00:25.000 ກັບສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງ 00:00:25.000 --> 00:00:29.000 ອັນທີໜຶ່ງແມ່ນຫຼັກຖານອັນອັດສະຈັນ ຂອງຄວາມຄິດສ້າງສັນຂອງມະນຸດຊາດ 00:00:29.000 --> 00:00:32.000 ໃນບົດສະເໜີທັງໝົດທີ່ພວກເຮົາໄດ້ຟັງຜ່ານມາ 00:00:32.000 --> 00:00:35.000 ແລະ ຈາກໝົດທຸກຄົນທີ່ຢູ່ທີ່ນີ້. ສະເພາະແຕ່ ຄວາມຫຼາກຫຼາຍ 00:00:35.000 --> 00:00:38.000 ແລະ ຂອບເຂດ ຂອງມັນ ກໍ່ພໍແຮງແລ້ວ. ອັນທີສອງນັ້ນແມ່ນ 00:00:38.000 --> 00:00:41.000 ສິ່ງນີ້ ພາເຮົາມາຢູ່ໃນຈຸດທີ່ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນ, 00:00:41.000 --> 00:00:43.000 ໃນອະນາຄົດ. ບໍ່ຮູ້ເລີຍ 00:00:43.000 --> 00:00:45.000 ວ່າ ສິ່ງເຫຼົ່ານີ້ຈະຜັນຂະຫຍາຍໄປແນວທາງໃດ. NOTE Paragraph 00:00:45.000 --> 00:00:48.000 ຂ້າພະເຈົ້າມີຄວາມສົນໃຈໃນການສຶກສາ - 00:00:48.000 --> 00:00:51.000 ອັນທີ່ຈິງແລ້ວ, ສິ່ງທີ່ຂ້າພະເຈົ້າເຫັນແມ່ນ ໝົດທຸກຄົນມີສິ່ງທີ່ຕ້ອງສົນໃຈໃນການສຶກສາ. 00:00:51.000 --> 00:00:53.000 ບໍ່ແມ່ນບໍ? ຂ້າພະເຈົ້າເຫັນວ່າສິ່ງນີ້ເປັນຕາສົນໃຈຫຼາຍ. 00:00:53.000 --> 00:00:56.000 ຖ້າທ່ານໄປຮ່ວມງານສັງສັນ, ແລະ ເວົ້າວ່າ 00:00:56.000 --> 00:00:59.000 ທ່ານເຮັດວຽກໃນຂະແໜງສຶກສາ - 00:00:59.000 --> 00:01:06.000 ອັນທີ່ຈິງ, ທ່ານຈະບໍ່ຄ່ອຍໄດ້ໄປຮ່ວມງານສັງສັນດອກ, ເວົ້າແທ້, ຖ້າທ່ານເຮັດວຽກໃນຂະແໜງສຶກສາ. 00:01:06.000 --> 00:01:09.000 (ຫົວ) ບໍ່ມີໃຜເຊີນທ່ານດອກ. 00:01:09.000 --> 00:01:14.000 ແລະ ກໍ່ບໍ່ມີໃຜຊວນທ່ານເປັນເທື່ອທີສອງ, ເຊິ່ງມັນກໍ່ແປກ. ຂ້າພະເຈົ້າວ່າມັນປະຫຼາດດີ. 00:01:14.000 --> 00:01:16.000 ແຕ່ວ່າຖ້າທ່ານໄດ້ໄປ, ແລະ ບອກໃຜຜູ້ໜຶ່ງວ່າ, 00:01:16.000 --> 00:01:18.000 ຫັ້ນນ່າ, ເຂົາຖາມວ່າ, “ເຈົ້າເຮັດວຽກຫຍັງ?” 00:01:18.000 --> 00:01:20.000 ແລ້ວ ທ່ານບອກວ່າທ່ານເຮັດວຽກໃນຂະແໜງສຶກສາ, 00:01:20.000 --> 00:01:24.000 ທ່ານຊິເຫັນໃບໜ້າຂອງເຂົາປາດສະຈາກສີເລືອດ. ເຂົາຈະເປັນປະມານວ່າ, 00:01:24.000 --> 00:01:30.000 “ຈັ່ງແມ່ນຊາດ,” ຫັ້ນນ່າ, “ເປັນຫຍັງຕ້ອງແມ່ນກູ? ຫາກໍ່ຊິໄດ້ອອກມາສັງສັນກັບໝູ່ເທື່ອທຳອິດໃນອາທິດ.” (ຫົວ) 00:01:30.000 --> 00:01:32.000 ແຕ່ຖ້າທ່ານຫາກຖາມກ່ຽວກັບການສຶກສາຂອງເຂົາ, 00:01:32.000 --> 00:01:34.000 ເຂົາຈະຈັບທ່ານຕິດຝາ. ເພາະວ່າມັນເປັນສິ່ງໜຶ່ງ 00:01:34.000 --> 00:01:37.000 ທີ່ລົງເລິກໃນຕົວຄົນເຮົາ, ຂ້າພະເຈົ້າເວົ້າຖືກບໍ? 00:01:37.000 --> 00:01:40.000 ຄືກັບ ສາດສະໜາ, ເງິນຄຳ ແລະ ສິ່ງອື່ນໆ. 00:01:40.000 --> 00:01:44.000 ຂ້າພະເຈົ້າມີຄວາມສົນໃຈອັນໃຫຍ່ຫຼວງໃນການສຶກສາ, ແລະ ຄິດວ່າເຮົາທຸກຄົນມີຄືກັນໝົດ. 00:01:44.000 --> 00:01:46.000 ເຮົາມີສ່ວນໄດ້ສ່ວນເສີຍອັນໃຫຍ່ຫຼວງໃນການສຶກສາ, 00:01:46.000 --> 00:01:49.000 ສ່ວນໜຶ່ງຍ້ອນວ່າ ມັນແມ່ນການສຶກສານີ້ລະທີ່ຄວນຈະ 00:01:49.000 --> 00:01:52.000 ພາເຮົາໄປສູ່ອະນາຄົດທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້. 00:01:52.000 --> 00:01:55.000 ຖ້າທ່ານລອງຄິດເບິ່ງ, ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນປີນີ້ 00:01:55.000 --> 00:02:01.000 ຈະກິນບຳນານໃນປີ 2065. ບໍ່ມີໃຜຮູ້ - 00:02:01.000 --> 00:02:04.000 ເຖິງຈະມີຊ່ຽວຊານຕັ້ງຫຼາຍຄົນທີ່ໄດ້ແຫ່ຂະບວນມາໃນໄລຍະ 4 ວັນທີ່ຜ່ານມາ - 00:02:04.000 --> 00:02:06.000 ວ່າໂລກນີ້ຈະເປັນແນວໃດ 00:02:06.000 --> 00:02:08.000 ໃນອີກ 5 ປີ. ແຕ່ປານນັ້ນ ພວກເຮົາຍັງພັດ 00:02:08.000 --> 00:02:11.000 ຕ້ອງໄດ້ໃຫ້ການສຶກສາແກ່ເດັກນ້ອຍເຜື່ອໄວ້. ສະນັ້ນ ການທີ່ບໍ່ສາມາດຄາດເດົາໄດ້ນັ້ນ, ຂ້າພະເຈົ້າຄິດວ່າ, 00:02:11.000 --> 00:02:13.000 ເປັນສິ່ງທີ່ມະຫັດສະຈັນ. NOTE Paragraph 00:02:13.000 --> 00:02:15.000 ແລະ ສ່ວນທີສາມ ໃນນີ້ ແມ່ນ 00:02:15.000 --> 00:02:20.000 ພວກເຮົາທຸກຄົນໄດ້ເຫັນພ້ອມກັນແລ້ວ ເຖິງ 00:02:20.000 --> 00:02:23.000 ສະມັດຖະນະອັນອັດສະຈັນທີ່ເດັກນ້ອຍມີ - 00:02:23.000 --> 00:02:25.000 ສະມັດຖະນະເພື່ອການປ່ຽນແປງຂອງເຂົາ. ຂ້າພະເຈົ້າໝາຍເຖິງ, ຊີເຣນາ ມື້ຄືນນີ້ ແມ່ນຄົນທີ່ມະຫັດສະຈັນ, 00:02:25.000 --> 00:02:28.000 ບໍ່ແມ່ນບໍ? ພຽງແຕ່ເບິ່ງສິ່ງທີ່ລາວສາມາດເຮັດໄດ້. 00:02:28.000 --> 00:02:33.000 ແລະ ລາວກໍ່ມີຈຸດພິເສດ, ແຕ່ຄັນຊິເວົ້າແລ້ວ ຂ້າພະເຈົ້າຄິດວ່າລາວກໍ່ບໍ່ໄດ້ 00:02:33.000 --> 00:02:36.000 ພິເສດມາຕັ້ງແຕ່ຍັງນ້ອຍ. 00:02:36.000 --> 00:02:39.000 ສິ່ງທີ່ທ່ານເຫັນນັ້ນແມ່ນຄົນຜູ້ໜຶ່ງທີ່ອຸທິດຕົນຢ່າງຍິ່ງ 00:02:39.000 --> 00:02:41.000 ຜູ້ທີ່ພົບກັບພອນສະຫວັນ. ແລະ ຂໍ້ສະເໜີຂອງຂ້າພະເຈົ້າແມ່ນວ່າ 00:02:41.000 --> 00:02:43.000 ເດັກທຸກຄົນມີພອນສະຫວັນຫຼາຍຫຼວງ. 00:02:43.000 --> 00:02:45.000 ແລະ ພວກເຮົາກໍ່ສິ້ນເປືອງສິ່ງນີ້ໄປ, ຢ່າງບໍ່ໃສ່ໃຈເລີຍ. 00:02:45.000 --> 00:02:48.000 ສະນັ້ນ ຂ້າພະເຈົ້າຢາກເວົ້າກ່ຽວກັບການສຶກສາ ແລະ 00:02:48.000 --> 00:02:51.000 ຂ້າພະເຈົ້າຢາກເວົ້າກ່ຽວກັບຄວາມຄິດສ້າງສັນ. ຈຸດຢືນຂອງຂ້າພະເຈົ້າແມ່ນວ່າ 00:02:51.000 --> 00:02:54.000 ຄວາມຄິດສ້າງສັນໃນປະຈຸບັນ ແມ່ນສຳຄັນສຳລັບການສຶກສາທຽບເທົ່າກັບການຮູ້ໜັງສື, 00:02:54.000 --> 00:02:58.000 ແລະ ພວກເຮົາກໍ່ຄວນປະຕິບັດກັບທັງສອງສິ່ງໃນສະຖານະພາບດຽວກັນ. 00:02:58.000 --> 00:03:06.000 (ຕົບມື) ຂອບໃຈ. ມື້ນີ້ກໍ່ມີເທົ່ານີ້ເດີ້. 00:03:06.000 --> 00:03:10.000 ຂອບໃຈຫຼາຍໆ. (ຫົວ) ສະນັ້ນ, ຍັງອີກ 15 ນາທີ. 00:03:10.000 --> 00:03:17.000 ອັນ, ຂ້າພະເຈົ້າໄດ້ເກີດທີ່... ບໍ່ແມ່ນ. (ຫົວ) NOTE Paragraph 00:03:17.000 --> 00:03:21.000 ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຍິນເລື່ອງດີໆເລື່ອງໜຶ່ງ - ຂ້າພະເຈົ້າມັກເລົ່າເລື່ອງນີ້ໃຫ້ຄົນຟັງ - 00:03:21.000 --> 00:03:25.000 ກ່ຽວກັບເດັກຍິງຜູ້ໜຶ່ງໃນຊົ່ວໂມງຮຽນແຕ້ມຮູບ. ລາວອາຍຸໄດ້ ຫົກ ປີ. 00:03:25.000 --> 00:03:27.000 ແລະ ລາວນັ່ງຢູ່ຫຼັງສຸດ, ກຳລັງແຕ້ມຢູ່, 00:03:27.000 --> 00:03:29.000 ແລະ ຄູໄດ້ເວົ້າວ່ານາງນ້ອຍຜູ້ນີ້ບໍ່ຄ່ອຍ 00:03:29.000 --> 00:03:33.000 ເອົາໃຈໃສ່ໃນໂມງຮຽນ, ແລະ ໃນຊົ່ວໂມງແຕ້ມຮູບແນວນີ້ລາວພັດໃສ່ໃຈ. 00:03:33.000 --> 00:03:35.000 ນາງຄູຮູ້ສຶກສະຫງົນ ແລະ ເຂົ້າໄປຫານາງນ້ອຍ 00:03:35.000 --> 00:03:38.000 ແລະ ເວົ້າວ່າ, “ກຳລັງແຕ້ມຫຍັງ?” 00:03:38.000 --> 00:03:41.000 ແລະ ນາງນ້ອຍເວົ້າວ່າ, “ແຕ້ມຮູບພະເຈົ້າ.” 00:03:41.000 --> 00:03:44.000 ແລະ ນາງຄູເວົ້າວ່າ, “ແຕ່ບໍ່ມີໃຜຮູ້ໄດ໋ວ່າພະເຈົ້າມີໜ້າຕາເປັນແນວໃດ.” 00:03:44.000 --> 00:03:51.000 ແລະ ນາງນ້ອຍເວົ້າວ່າ, “ຈັກໜ້ອຍເຂົາຫາກຊິຮູ້.“ 00:03:51.000 --> 00:03:52.000 (ຫົວ) NOTE Paragraph 00:03:52.000 --> 00:03:57.000 ໃນຕອນທີ່ລູກຊາຍຂອງຂ້າພະເຈົ້າໄດ້ ສີ່ ປີ ທີ່ປະເທດອັງກິດ - 00:03:57.000 --> 00:04:00.000 ອັນທີ່ຈິງ ລາວກໍ່ອາຍຸໄດ້ສີ່ປີຢູ່ທຸກບ່ອນຫັ້ນລະ, ເວົ້າແທ້. (ຫົວ) 00:04:00.000 --> 00:04:06.000 ຖ້າເວົ້າໃຫ້ຖືກແທ້, ບໍ່ວ່າລາວຊິໄດ້ໄປໃສ, ລາວກໍ່ໄດ້ມີອາຍຸ ສີ່ ປີ ໝົດທັງປີນັ້ນລະ. 00:04:06.000 --> 00:04:08.000 ລາວໄດ້ຫຼິ້ນລະຄອນຕອນເກີດຂອງພະເຈົ້າ. 00:04:08.000 --> 00:04:11.000 ທ່ານຈື່ເນື້ອເລື່ອງໄດ້ບໍ? ບໍ່ຫວາ, ມັນຍິ່ງໃຫຍ່ຂະໜາດ. 00:04:11.000 --> 00:04:14.000 ມັນເປັນເລື່ອງທີ່ຍິ່ງໃຫຍ່. ເມລ ກິບສັນ ຫຼິ້ນພາກຕໍ່ມາ. 00:04:14.000 --> 00:04:19.000 ທ່ານອາດຈະໄດ້ເບິ່ງແລ້ວ: ເລື່ອງ “Nativity II.” ແຕ່ ເຈມສ ໄດ້ບົດຂອງ ໂຈເຊັຟ, 00:04:19.000 --> 00:04:22.000 ເຊິ່ງເຮົາຕື່ນເຕັ້ນຫຼາຍ. 00:04:22.000 --> 00:04:24.000 ເຮົາຖືວ່າບົດນີ້ເປັນຕົວຫຼັກໜຶ່ງຂອງເລື່ອງ. 00:04:24.000 --> 00:04:26.000 ໂຮງສະແດງໄດ້ເຕັມແຕ່ຄົນຂອງເຮົາທີ່ໃສ່ເສື້ອທີ່ມີລາຍຕີພິມວ່າ: 00:04:26.000 --> 00:04:29.000 “ເຈມສ ໂຣບິນສັນ ແມ່ນ ໂຈເຊັຟ!” (ຫົວ) 00:04:29.000 --> 00:04:31.000 ລາວບໍ່ຕ້ອງເວົ້າຫຍັງໃນເລື່ອງ, ແຕ່ທ່ານຮູ້ຕອນທີ່ 00:04:31.000 --> 00:04:34.000 ພະລາຊາທັງສາມເຂົ້າມາ. ພວກເຂົານຳຂອງຂວັນມາ, 00:04:34.000 --> 00:04:36.000 ແລະ ສິ່ງທີ່ພວກເຂົາຖືມາແມ່ນ ຄຳ, ກຳຍານ, ແລະ ຢາງໄມ້ຫອມ. 00:04:36.000 --> 00:04:38.000 ສິ່ງນີ້ໄດ້ເກີດຂຶ້ນແທ້. ພວກເຮົາກະໄດ້ນັ່ງຢູ່ຫັ້ນລະ 00:04:38.000 --> 00:04:40.000 ແລະ ຂ້າພະເຈົ້າຄິດວ່າພວກເຂົາໄປຂ້າມຕອນ. 00:04:40.000 --> 00:04:42.000 ເພາະວ່າເຮົາລົມນຳລູກຊາຍຫຼັງຈົບການສະແດງ ແລະ ເວົ້າວ່າ, 00:04:42.000 --> 00:04:44.000 “ເຈົ້າບໍ່ເປັນຫຍັງບໍ?” ແລະ ລາວເວົ້າວ່າ, “ໂດຍ, ເປັນຫຍັງ? ມີຫຍັງຜິດໄປ?” 00:04:44.000 --> 00:04:46.000 ພວກເຂົາປ່ຽນຕົວ, ທໍ່ນັ້ນລະ. 00:04:46.000 --> 00:04:47.000 ແຕ່ຈັ່ງໃດກໍ່ຕາມ, ເດັກຊາຍ ສາມ ຄົນເຂົ້າມາ - 00:04:47.000 --> 00:04:49.000 ອາຍຸ ສີ່ ປີ ພ້ອມກັບຜ້າເຊັດມືພັນຫົວ - 00:04:49.000 --> 00:04:52.000 ແລະ ພວກເຂົາວາງກ່ອງທັງສາມລົງ, 00:04:52.000 --> 00:04:54.000 ແລະ ເດັກຊາຍຜູ້ທຳອິດເວົ້າວ່າ, “ຂ້ອຍນຳຄຳມາໃຫ້ເຈົ້າ.” 00:04:54.000 --> 00:04:57.000 ແລະ ເດັກຊາຍຜູ້ທີສອງເວົ້າວ່າ, “ຂ້ອຍນຳກຳຍານມາໃຫ້ເຈົ້າ.” 00:04:57.000 --> 00:05:11.000 ແລະ ເດັກຊາຍຜູ້ທີສາມເວົ້າວ່າ, “ແຟຣງ ສົ່ງອັນນີ້ມາ.” (ຫົວ) NOTE Paragraph 00:05:11.000 --> 00:05:13.000 ຈຸດທີ່ຄ້າຍຄືກັນຂອງສອງເລື່ອງນີ້ແມ່ນວ່າ ເດັກນ້ອຍຈະລອງສ່ຽງເບິ່ງ. 00:05:13.000 --> 00:05:16.000 ຖ້າເຂົາບໍ່ຮູ້, ເຂົາຈະລອງເຮັດເບິ່ງ. 00:05:16.000 --> 00:05:19.000 ຂ້າພະເຈົ້າເວົ້າແມ່ນບໍ? ພວກເຂົາບໍ່ຢ້ານທີ່ຈະຜິດ. 00:05:19.000 --> 00:05:24.000 ບາດນີ້, ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າການຜິດ ແມ່ນຄືກັນກັບຄວາມຄິດສ້າງສັນເດີ້. 00:05:24.000 --> 00:05:25.000 ສິ່ງທີ່ພວກເຮົາຮູ້ແມ່ນ, 00:05:25.000 --> 00:05:28.000 ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ, 00:05:28.000 --> 00:05:31.000 ເຈົ້າຈະບໍ່ມີວັນສ້າງສິ່ງທີ່ເປັນຕົ້ນສະບັບຂຶ້ນມາໄດ້. 00:05:31.000 --> 00:05:34.000 ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ. ແລະ ກວ່າເຂົາຊິກາຍມາເປັນຜູ້ໃຫຍ່, 00:05:34.000 --> 00:05:36.000 ເດັກສ່ວນຫຼາຍໄດ້ສູນເສີຍສະມັດຖະພາບດ້ານນີ້ໄປແລ້ວ. 00:05:36.000 --> 00:05:39.000 ພວກເຂົາໄດ້ກາຍມາເປັນຄົນທີ່ຢ້ານກົວການຜິດ. 00:05:39.000 --> 00:05:41.000 ແລະ ພວກເຮົາກໍ່ບໍລິຫານບໍລິສັດທັງຫຼາຍໃນລັກສະນະນີ້, ພວກທ່ານ. 00:05:41.000 --> 00:05:44.000 ເຮົາປະນາມການຜິດພາດ ແລະ ພວກເຮົາກໍ່ກຳລັງບໍລິຫານ 00:05:44.000 --> 00:05:47.000 ລະບົບການສຶກສາແຫ່ງຊາດທີ່ຖືວ່າ 00:05:47.000 --> 00:05:50.000 ຄວາມຜິດພາດແມ່ນສິ່ງທີ່ເຮວຮ້າຍທີ່ສຸດທີ່ເຈົ້າຈະສາມາດເຮັດໄດ້. 00:05:50.000 --> 00:05:53.000 ແລະ ຜົນໄດ້ຮັບກໍ່ແມ່ນວ່າ ພວກເຮົາກຳລັງສຶກສາຄົນໃຫ້ພົ້ນຈາກ 00:05:53.000 --> 00:05:56.000 ສະມັດຖະພາບໃນການສ້າງສັນ. ປີກັດໂຊ ເຄີຍໄດ້ເວົ້າແລ້ວ. 00:05:56.000 --> 00:05:59.000 ລາວເວົ້າວ່າ ເດັກທຸກຄົນເກີດມາເປັນນັກສິລະປະໝົດ. 00:05:59.000 --> 00:06:03.000 ບັນຫາແມ່ນ ເຮັດແນວໃດເຮົາຈຶ່ງຊິຍັງເປັນນັກສິລະປະຢູ່ເມື່ອໃຫຍ່ຂຶ້ນມາ. ຂ້າພະເຈົ້າເຊື່ອໃນສິ່ງນີ້ຢ່າງຮຸນແຮງ, 00:06:03.000 --> 00:06:05.000 ວ່າພວກເຮົາບໍ່ໄດ້ໃຫຍ່ຂຶ້ນມາສູ່ຄວາມຄິດສ້າງສັນ, 00:06:05.000 --> 00:06:08.000 ພວກເຮົາໃຫຍ່ອອກຈາກມັນ. ຫຼື ອີກໃນໜຶ່ງ, ພວກເຮົາໄດ້ຮັບການສຶກສາໃຫ້ພົ້ນຈາກມັນ. 00:06:08.000 --> 00:06:10.000 ສະນັ້ນ ເປັນຫຍັງຈິ່ງເປັນແນວນີ້? NOTE Paragraph 00:06:10.000 --> 00:06:14.000 ຂ້າພະເຈົ້າເຄີຍອາໄສຢູ່ ສແຕຣດຝອດ ອອນ ອາວອນ ຈົນເຖິງປະມານ ຫ້າ ປີ ກ່ອນ. 00:06:14.000 --> 00:06:16.000 ອັນທີ່ຈິງ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ. 00:06:16.000 --> 00:06:20.000 ສະນັ້ນ ທ່ານຄືຊິຈິນຕະນາການອອກວ່າມັນເປັນການປ່ຽນແປງທີ່ປາສະຈາກຂໍ້ຂັດຂ້ອງຂະໜາດໃດ. 00:06:20.000 --> 00:06:22.000 (ຫົວ) ອັນທີ່ຈິງແລ້ວ, 00:06:22.000 --> 00:06:24.000 ພວກເຮົາເຄີຍອາໄສຢູ່ບ່ອນທີ່ເອີ້ນວ່າ ສນິດເຕິຟີລດ, 00:06:24.000 --> 00:06:26.000 ຢູ່ນອກຂອງ ສແຕຣດຝອດ ໜ້ອຍໜຶ່ງ, ເຊິ່ງເປັນບ່ອນເກີດ 00:06:26.000 --> 00:06:31.000 ຂອງພໍ່ ຂອງ ເຊັກສເປຍ. ທ່ານມີຄວາມຄິດອັນໃໝ່ເຂົ້າມາໃນຫົວບໍ? ຂ້າພະເຈົ້າມີ. 00:06:31.000 --> 00:06:33.000 ທ່ານບໍ່ຄິດຫາພໍ່ຂອງ ເຊັກສເປຍ, ແມ່ນບໍ? 00:06:33.000 --> 00:06:35.000 ທ່ານຄິດບໍ? ເພາະທ່ານບໍ່ຄິດຫາ 00:06:35.000 --> 00:06:37.000 ເຊັກສເປຍ ຕອນເປັນເດັກນ້ອຍ, ແມ່ນບໍ? 00:06:37.000 --> 00:06:40.000 ເຊັກສເປຍ ຕອນມີອາຍຸ ເຈັດ ປີ ແມ່ນບໍ? ຂ້າພະເຈົ້າບໍ່ເຄີຍຄິດກ່ຽວກັບອັນນີ້ມາກ່ອນ. ຂ້າພະເຈົ້າໝາຍຄວາມວ່າ, ລາວເຄີຍ 00:06:40.000 --> 00:06:42.000 ມີອາຍຸໄດ້ ເຈັດ ປີ ໃນຄັ້ງໜຶ່ງ. ລາວເຄີຍ 00:06:42.000 --> 00:06:51.000 ເຂົ້າຮຽນໃນຊົ່ວໂມງພາສາອັງກິດ ຂອງໃຜຜູ້ໜຶ່ງ, ແມ່ນບໍ? ເຈົ້າຄິດວ່າມັນຊິເປັນຕາລຳຄານຂະໜາດໃດ? 00:06:51.000 --> 00:07:05.000 (ຫົວ) “ຕ້ອງພະຍາຍາມໜັກກວ່ານີ້.” ຖືກພໍ່ບອກໃຫ້ໄປນອນ, ທ່ານຄິດເບິ່ງ, 00:07:05.000 --> 00:07:08.000 ບອກ ເຊັກສເປຍ, “ໄປນອນ, ດຽວນີ້,” 00:07:08.000 --> 00:07:10.000 ບອກ ວິລລຽມ ເຊັກສເປຍ, “ແລະ ກໍ່ວາງສໍລົງໄດ້ແລ້ວ. 00:07:10.000 --> 00:07:18.000 ແລະ ກໍ່ເຊົາເວົ້າແບບນັ້ນ. ມັນເຮັດໃຫ້ໝົດທຸກຄົນສັບສົນ.” 00:07:18.000 --> 00:07:23.000 (ຫົວ) NOTE Paragraph 00:07:23.000 --> 00:07:26.000 ຈັ່ງໃດກໍ່ຢ່າ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ, 00:07:26.000 --> 00:07:30.000 ແລະ ອັນທີ່ຈິງ ຂ້າພະເຈົ້າກໍ່ຢາກເວົ້າເຖິງການຍົກຍ້າຍໜ້ອຍໜຶ່ງ. 00:07:30.000 --> 00:07:33.000 ລູກຊາຍຂ້າພະເຈົ້າບໍ່ໄດ້ຢາກມານຳ. 00:07:33.000 --> 00:07:36.000 ຂ້າພະເຈົ້າມີລູກສອງຄົນ. ລູກຊາຍ ອາຍຸ 21 ປີ ແລ້ວດຽວນີ້; ລູກສາວ ແມ່ນ 16. 00:07:36.000 --> 00:07:38.000 ລູກຊາຍບໍ່ໄດ້ຢາກມາ ລອສ ແອງເຈລິສ. ລາວມັກມັນຫຼາຍ, 00:07:38.000 --> 00:07:43.000 ແຕ່ວ່າລາວໄດ້ເພື່ອນຍິງຢູ່ອັງກິດ. ນາງແມ່ນຮັກແຫ່ງຊີວິດຂອງລາວ, ນາງ ຊາຣາ. 00:07:43.000 --> 00:07:45.000 ລາວໄດ້ຮູ້ຈັກນາງເປັນເວລາໜຶ່ງເດືອນ. 00:07:45.000 --> 00:07:48.000 ເຖິງແນວນັ້ນ, ເຂົາເຈົ້າໄດ້ສະຫຼອງວັນຄົບຮອບເທື່ອທີ ສີ່, 00:07:48.000 --> 00:07:52.000 ເພາະວ່າມັນເປັນເວລາທີ່ຍາວນານ ຕອນທີ່ເຈົ້າອາຍຸພຽງແຕ່ 16 ປີ. 00:07:52.000 --> 00:07:54.000 ຈັ່ງໃດກໍ່ຕາມ, ລາວຜິດໃຈຢ່າງແຮງໃນຂະນະທີ່ຢູ່ເທິງຍົນ, 00:07:54.000 --> 00:07:56.000 ແລະ ລາວເວົ້າວ່າ, “ລູກຈະບໍ່ໄດ້ພົບຄົນທີ່ຄື ຊາຣາ ອີກ.” 00:07:56.000 --> 00:07:58.000 ແລະ ພວກເຮົາກໍ່ຮູ້ສຶກໂລ່ງໃຈກ່ຽວກັບສິ່ງນີ້ຢູ່, ເວົ້າແທ້, 00:07:58.000 --> 00:08:10.000 ເພາະນາງແມ່ນເຫດຜົນຫຼັກຂອງການຍົກຍ້າຍອອກຈາກປະເທດຂອງພວກເຮົາ. 00:08:10.000 --> 00:08:13.000 (ຫົວ) NOTE Paragraph 00:08:13.000 --> 00:08:16.000 ແຕ່ບາງຢ່າງກະທົບເຈົ້າ ເມື່ອເຈົ້າຍ້າຍມາ ອາເມຣິກາ 00:08:16.000 --> 00:08:18.000 ແລະ ເມື່ອເຈົ້າທ່ອງທ່ຽວໄປທົ່ວໂລກ: 00:08:18.000 --> 00:08:22.000 ລະບົບການສຶກສາທຸກບ່ອນໃນໂລກນີ້ ມີລຳດັບຊັ້ນຂອງວິຊາຮຽນອັນດຽວກັນໝົດ. 00:08:22.000 --> 00:08:24.000 ໝົດທຸກບ່ອນ. ບໍ່ວ່າເຈົ້າຈະໄປບ່ອນໃດ. 00:08:24.000 --> 00:08:26.000 ເຈົ້າອາດຈະຄິດວ່າມັນຊິບໍ່ເປັນແນວນັ້ນ, ແຕ່ບໍ່ແມ່ນ. 00:08:26.000 --> 00:08:29.000 ຢູ່ສູງກວ່າໝູ່ໝົດແມ່ນ ເລກ ແລະ ພາສາ, 00:08:29.000 --> 00:08:31.000 ຕໍ່ມາແມ່ນ ສັງຄົມ, ແລະ ຢູ່ລຸ່ມສຸດ ແມ່ນສີລະປະ. 00:08:31.000 --> 00:08:33.000 ທຸກບ່ອນໃນໂລກນີ້. 00:08:33.000 --> 00:08:36.000 ແລະ ກໍ່ເກືອບວ່າໃນທຸກລະບົບອີກ, 00:08:36.000 --> 00:08:38.000 ຍັງມີລຳດັບຊັ້ນພາຍໃນສາຂາສີລະປະອີກ. 00:08:38.000 --> 00:08:40.000 ໃນໂຮງຮຽນ ການວາດແຕ້ມ ແລະ ດົນຕີ ແມ່ນໄດ້ຮັບສະຖານະທີ່ສູງ 00:08:40.000 --> 00:08:43.000 ກວ່າ ການສະແດງ ແລະ ເຕັ້ນ. ບໍ່ມີລະບົບການສຶກສາບ່ອນໃດໃນໂລກນີ້ 00:08:43.000 --> 00:08:45.000 ທີ່ສອນເຕັ້ນໃຫ້ກັບເດັກນ້ອຍທຸກໆມື້ 00:08:45.000 --> 00:08:48.000 ໃນລັກສະນະທີ່ເຮົາສອນເລກ. ເປັນຫຍັງ? 00:08:48.000 --> 00:08:50.000 ເປັນຫຍັງຈິ່ງບໍ່ເຮັດຕ່າງ? ຂ້າພະເຈົ້າຄິດວ່າອັນນີ້ອ່າວສຳຄັນ. 00:08:50.000 --> 00:08:53.000 ຂ້າພະເຈົ້າຄິດວ່າ ເລກ ສຳຄັນຫຼາຍ, ແຕ່ ການເຕັ້ນ ກໍ່ສຳຄັນຄືກັນ. 00:08:53.000 --> 00:08:56.000 ເດັກນ້ອຍເຕັ້ນຢູ່ຕະຫຼອດເວລາ ຖ້າເຂົາໄດ້ຮັບອະນຸຍາດ, ພວກເຮົາທຸກຄົນຄືກັນ. 00:08:56.000 --> 00:08:59.000 ເຮົາຕ່າງກໍ່ມີຮ່າງກາຍ, ບໍ່ແມ່ນບໍ? ຂ້າພະເຈົ້າໄດ້ຂາດກອງປະຊຸມອັນໃດອັນໜຶ່ງບໍ? 00:08:59.000 --> 00:09:03.000 (ຫົວ) ຄວາມຈິງແລ້ວ ສິ່ງທີ່ເກີດຂຶ້ນແມ່ນ 00:09:03.000 --> 00:09:05.000 ເມື່ອເດັກໃຫຍ່ຂຶ້ນ, ພວກເຮົາເລີ່ມສຶກສາພວກເຂົາ 00:09:05.000 --> 00:09:08.000 ຈາກແອວຂຶ້ນໄປເລື້ອຍໆ. ແລະ ບາດແລ້ວເຮົາກໍ່ສຸມໃສ່ແຕ່ຫົວຂອງເຂົາ. 00:09:08.000 --> 00:09:10.000 ແລະ ກໍ່ອຽງໄປຫາຂ້າງດຽວ. NOTE Paragraph 00:09:10.000 --> 00:09:14.000 ຖ້າທ່ານຫາກຊິໄປຢ້ຽມການສຶກສາ, ໃນຖານະຂອງມະນຸດຕ່າງດາວ, 00:09:14.000 --> 00:09:17.000 ແລະ ເວົ້າວ່າ “ມັນແມ່ນສຳລັບຫຍັງ, ອັນການສຶກສານີ້ນ່າ?” 00:09:17.000 --> 00:09:19.000 ຂ້າພະເຈົ້າຄິດວ່າທ່ານຄືຊິຕ້ອງສະຫຼຸບ - ຖ້າທ່ານເບິ່ງຈາກຜົນໄດ້ຮັບ, 00:09:19.000 --> 00:09:21.000 ຈາກຄົນທີ່ປະສົບຜົນສຳເລັດຈາກລະບົບນີ້, 00:09:21.000 --> 00:09:23.000 ຈາກຄົນທີ່ເຮັດທຸກສິ່ງທີ່ເຂົາຄວນເຮັດ, 00:09:23.000 --> 00:09:26.000 ຈາກຄົນທີ່ໄດ້ຄະແນນດີ, ຄົນທີ່ເປັນຜູ້ຊະນະ - 00:09:26.000 --> 00:09:29.000 ຂ້າພະເຈົ້າຄິດວ່າທ່ານຄືຊິສະຫຼຸບວ່າຈຸດປະສົງທັງໝົດທັງມວນຂອງການສຶກສາ 00:09:29.000 --> 00:09:30.000 ໃນທົ່ວໂລກ 00:09:30.000 --> 00:09:34.000 ແມ່ນເພື່ອຜະລິດສາດສະດາຈານມະຫາວິທະຍາໄລ. ບໍ່ແມ່ນບໍ? 00:09:34.000 --> 00:09:36.000 ພວກເຂົາແມ່ນຄົນທີ່ອອກມາຢູ່ໃນຫົວແຖວ. 00:09:37.000 --> 00:09:40.000 ແລະ ຂ້າພະເຈົ້າກໍ່ເຄີຍເປັນສາດສະດາຈານ, ສະນັ້ນ ເຫັນບໍ່. (ຫົວ) 00:09:40.000 --> 00:09:44.000 ແລະ ຂ້າພະເຈົ້າກໍ່ມັກສາດສະດາຈານມະຫາວິທະຍາໄລ, ແຕ່ທ່ານຮູ້ບໍ່, 00:09:44.000 --> 00:09:48.000 ເຮົາບໍ່ຄວນຖືເຂົາເຈົ້າເປັນຕົວຢ່າງອັນສູງຂອງຜົນສຳເລັດຂອງມະນຸດຊາດ. 00:09:48.000 --> 00:09:50.000 ພວກເຂົາເປັນພຽງແຕ່ຮູບຮ່າງຊີວະສາດອັນໜຶ່ງ, 00:09:50.000 --> 00:09:52.000 ຊີວິດຮູບລັກໜຶ່ງ. ແຕ່ພວກເຂົາກໍ່ເປັນຕາສະຫງົນ, 00:09:52.000 --> 00:09:54.000 ແລະ ຂ້າພະເຈົ້າເວົ້າສິ່ງນີ້ຈາກຄວາມຮູ້ສຶກຕໍ່ພວກເຂົາແທ້ໆ. 00:09:54.000 --> 00:09:57.000 ມັນມີຫຍັງແປກໆກ່ຽວກັບສາດສະດາຈານ ຕາມປະສົບການຂອງຂ້າພະເຈົ້ານ່ະ - 00:09:57.000 --> 00:10:00.000 ບໍ່ແມ່ນໝົດທຸກຄົນດອກ, ແຕ່ຕາມແບບແລ້ວ - ເຂົາເຈົ້າອາໄສຢູ່ໃນຫົວຂອງເຂົາເອງ. 00:10:00.000 --> 00:10:02.000 ພວກເຂົາອາໄສຢູ່ເທິງພຸ້ນ, ແລະ ມໍ່ໄປທາງຂ້າງໜຶ່ງ. 00:10:02.000 --> 00:10:06.000 ພວກເຂົາແຍກອອກຈາກຮ່າງໄດ້, ທ່ານຄິດອອກບໍ່, ເກືອບຊິວ່າແນວນັ້ນພຸ້ນລະ. 00:10:06.000 --> 00:10:08.000 ພວກເຂົາມອງເບິ່ງຮ່າງກາຍຂອງເຂົາ 00:10:08.000 --> 00:10:17.000 ເປັນຄືເຄື່ອງມືໃນການເດີນທາງອັນໜຶ່ງສຳລັບຫົວຂອງພວກເຂົາ. ບໍ່ແມ່ນຫວາ? 00:10:17.000 --> 00:10:24.000 (ຫົວ) ມັນເປັນວິທີໜຶ່ງໃນການພາຫົວຂອງພວກເຂົາໄປປະຊຸມ. 00:10:24.000 --> 00:10:27.000 ຖ້າທ່ານຢາກໄດ້ຫຼັກຖານຕົວຈິງຂອງປະສົບການແຍກອອກຈາກຮ່າງ, 00:10:27.000 --> 00:10:30.000 ແລ້ວ, ທ່ານລອງໄປເບິ່ງກອງປະຊຸມສຳມະນາໃກ້ຊິດ 00:10:30.000 --> 00:10:32.000 ຂອງບັນດາສາດສະດາຈານອາວຸໂສ, 00:10:32.000 --> 00:10:35.000 ແລ້ວ ແວ່ເຂົ້າໄປເບິ່ງດີສໂກ້ເທັກ ໃນຄືນສຸດທ້າຍຂອງການສຳມະນາ. 00:10:35.000 --> 00:10:39.000 (ຫົວ) ແລ້ວ ທ່ານຊິເຫັນ - ຜູ້ໃຫຍ່ ທັງ ຊາຍ ແລະ ຍິງ 00:10:39.000 --> 00:10:43.000 ທີ່ກຳລັງສັ່ນແຂນຂາແບບບັງຄັບບໍ່ໄດ້, ອອກຈັງຫວະດົນຕີ, 00:10:43.000 --> 00:10:47.000 ລໍຖ້າໃຫ້ມັນຈົບຄືນເພື່ອຊິໄດ້ເອົາໄປຂຽນເປັນບົດ. NOTE Paragraph 00:10:47.000 --> 00:10:53.000 ບາດນີ້ ລະບົບການສຶກສາຂອງພວກເຮົາແມ່ນໄດ້ຢືນຢູ່ບົນພື້ນຖານຂອງແນວຄວາມຄິດຂອງຄວາມສາມາດທາງວິຊາການ. 00:10:53.000 --> 00:10:56.000 ແລະ ມັນກໍ່ມີເຫດຜົນ. 00:10:56.000 --> 00:10:58.000 ລະບົບທັງໝົດແມ່ນໄດ້ຖືກສ້າງຂຶ້ນ - ໃນທົ່ວໂລກ, ແຕ່ກ່ອນ 00:10:58.000 --> 00:11:00.000 ບໍ່ມີລະບົບການສຶກສາສຳລັບມວນຊົນ, ເວົ້າແທ້, ກ່ອນສັດຕະວັດທີ 19. 00:11:00.000 --> 00:11:03.000 ມັນກາຍມາເປັນຮູບເປັນຮ່າງ 00:11:03.000 --> 00:11:04.000 ເພື່ອສະໜອງໃຫ້ກັບຄວາມຕ້ອງການຂອງລັດທິອຸດສາຫະກຳ. 00:11:04.000 --> 00:11:07.000 ສະນັ້ນ ລຳດັບຊັ້ນທີ່ໄດ້ກ່າວມາ ກໍ່ມີຮາກຖານມາຈາກແນວຄວາມຄິດສອງຢ່າງ. 00:11:07.000 --> 00:11:11.000 ອັນທີໜຶ່ງ, ແມ່ນວິຊາທີ່ເປັນປະໂຫຍດທີ່ສຸດສຳລັບການເຮັດວຽກ 00:11:11.000 --> 00:11:13.000 ແມ່ນຢູ່ສູງສຸດ. ສະນັ້ນ ທ່ານຄົງຈະໄດ້ຖືກຈູງອອກໃຫ້ຫ່າງຈາກ 00:11:13.000 --> 00:11:15.000 ສິ່ງໃນໂຮງຮຽນໃນຕອນທີ່ທ່ານຍັງນ້ອຍ, ສິ່ງທີ່ທ່ານມັກ, 00:11:15.000 --> 00:11:17.000 ບົນພື້ນຖານທີ່ວ່າທ່ານຈະ 00:11:17.000 --> 00:11:20.000 ບໍ່ມີມື້ໄດ້ວຽກຍ້ອນການເຮັດສິ່ງນັ້ນ. ແມ່ນບໍ? 00:11:20.000 --> 00:11:22.000 ບໍ່ຕ້ອງຮຽນດົນຕີ, ເຈົ້າຈະບໍ່ໄດ້ເປັນນັກດົນຕີດອກ; 00:11:22.000 --> 00:11:24.000 ບໍ່ຕ້ອງຮຽນແຕ້ມ, ເຈົ້າຊິບໍ່ໄດ້ເປັນນັກແຕ້ມດອກ. 00:11:25.000 --> 00:11:29.000 ຄຳແນະນຳທີ່ຫວັງດີ - ບາດນີ້, ເປັນສິ່ງຜິດພາດຢ່າງຍິ່ງ. ໂລກໜ່ວຍນີ້ 00:11:29.000 --> 00:11:30.000 ຖືກຄອບຄຸມດ້ວຍການປະຕິວັດ. 00:11:30.000 --> 00:11:33.000 ແລະ ອັນທີສອງ ແມ່ນຄວາມສາມາດທາງວິຊາການ, ເຊິ່ງໄດ້ກາຍມາຄອບງຳ 00:11:33.000 --> 00:11:34.000 ມຸມມອງຂອງເຮົາຕໍ່ກັບຄວາມສະຫຼາດ, 00:11:34.000 --> 00:11:37.000 ເພາະວ່າມະຫາວິທະຍາໄລ ໄດ້ອອກແບບລະບົບທີ່ສະທ້ອນຮູບລັກຂອງມັນເອງ. 00:11:37.000 --> 00:11:39.000 ຖ້າທ່ານຄິດເບິ່ງ, ລະບົບທັງໝົດ 00:11:39.000 --> 00:11:41.000 ຂອງການສຶກສາມວນຊົນທົ່ວໂລກແມ່ນຂະບວນການຂະຫຍາຍຕົວ 00:11:41.000 --> 00:11:43.000 ຂອງການເຂົ້າມະຫາວິທະຍາໄລ. 00:11:43.000 --> 00:11:46.000 ແລະ ຜົນໄດ້ຮັບກໍ່ແມ່ນວ່າຫຼາຍຄົນທີ່ມີແວວສູງ, 00:11:46.000 --> 00:11:48.000 ຫຼັກແຫຼມ, ສ້າງສັນ ຄິດວ່າເຂົາເຈົ້າບໍ່ໄດ້ເປັນແນວນັ້ນ, 00:11:48.000 --> 00:11:50.000 ຍ້ອນວ່າສິ່ງທີ່ເຂົາເກ່ງຢູ່ໃນໂຮງຮຽນ 00:11:50.000 --> 00:11:54.000 ບໍ່ໄດ້ມີຄ່າ, ຫຼື ເປັນສິ່ງທີ່ຖືກປະນາມ. 00:11:54.000 --> 00:11:56.000 ແລະ ຂ້າພະເຈົ້າຄິດວ່າພວກເຮົາບໍ່ສາມາດສືບຕໍ່ໄປໃນທາງນີ້ໄດ້ອີກ. NOTE Paragraph 00:11:56.000 --> 00:11:58.000 ໃນ 30 ປີ ຕໍ່ໜ້າ, ອີງຕາມອົງການ UNESCO, 00:11:58.000 --> 00:12:01.000 ຈະມີຄົນທົ່ວໂລກທີ່ຈະຈົບ 00:12:01.000 --> 00:12:03.000 ຈາກການສຶກສາຫຼາຍກວ່າທີ່ເຄີຍມີມາໃນປະຫວັດສາດ. 00:12:03.000 --> 00:12:05.000 ຫຼາຍຄົນ, ແລະ ມັນກໍ່ແມ່ນສ່ວນປະກອບ 00:12:05.000 --> 00:12:07.000 ຂອງທຸກສິ່ງທີ່ເຮົາໄດ້ເວົ້າກັນມາ - 00:12:07.000 --> 00:12:10.000 ເຕັກໂນໂລຢິ ແລະ ຜົນການປ່ຽນແປງຂອງມັນ ຕໍ່ກັບການເຮັດວຽກ, ແລະ ການສຶກສາກ່ຽວກັບປະຊາກອນ 00:12:10.000 --> 00:12:12.000 ແລະ ການຂະຫຍາຍຕົວອັນໄວວາຂອງປະຊາກອນ. 00:12:12.000 --> 00:12:15.000 ທັນໃດ, ໃບປະກາດບໍ່ໄດ້ມີຄ່າຫຍັງໝົດອີກ. ບໍ່ແມ່ນບໍ? 00:12:15.000 --> 00:12:19.000 ຕອນທີ່່ຂ້າພະເຈົ້າເປັນນັກສຶກສາ, ຖ້າເຈົ້າໄດ້ໃບປະກາດ, ເຈົ້າໄດ້ວຽກ. 00:12:19.000 --> 00:12:22.000 ຖ້າເຈົ້າບໍ່ມີວຽກ ມັນແມ່ນຍ້ອນວ່າເຈົ້າບໍ່ຢາກໄດ້. 00:12:22.000 --> 00:12:25.000 ແລະ ຂ້າພະເຈົ້າກໍ່ບໍ່ໄດ້ຢາກໄດ້ວຽກດອກ, ເວົ້າແທ້. (ຫົວ) 00:12:25.000 --> 00:12:30.000 ແຕ່ດຽວນີ້ ເດັກທີ່ມີໃບປະກາດສ່ວນຫຼາຍ 00:12:30.000 --> 00:12:31.000 ກັບເມືອເຮືອນເພື່ອໄປສືບຕໍ່ຫຼິ້ນ ວີດີໂອ ເກມ, 00:12:31.000 --> 00:12:34.000 ເພາະວ່າເຈົ້າຕ້ອງໄດ້ປະລິນຍາໂທເພື່ອເຮັດວຽກທີ່ແຕ່ກ່ອນຕ້ອງການແຕ່ປະລິນຍາຕີ, 00:12:34.000 --> 00:12:37.000 ແລະ ດຽວນີ້ເຈົ້າກໍ່ຕ້ອງໄດ້ມີປະລິນຍາເອກເພື່ອເຮັດວຽກຂອງໂທ. 00:12:37.000 --> 00:12:39.000 ມັນແມ່ນຂະບວນການຂອງ ວິຊາການເຟີ້. 00:12:39.000 --> 00:12:41.000 ແລະ ມັນບົ່ງບອກເຖິງໂຄງສ້າງຂອງການສຶກສາທັງໝົດ 00:12:41.000 --> 00:12:43.000 ທີ່ກຳລັງເຄື່ອນຍ້າຍພາຍໃຕ້ແຕ່ລະບາດກ້າວຂອງເຮົາ. ພວກເຮົາຕ້ອງໄດ້ຄິດໃໝ່ກ່ຽວກັບພື້ນຖານ 00:12:43.000 --> 00:12:44.000 ຂອງມຸມມອງຂອງເຮົາກ່ຽວກັບຄວາມສະຫຼາດ. NOTE Paragraph 00:12:44.000 --> 00:12:46.000 ພວກເຮົາຮູ້ຢູ່ ສາມ ຢ່າງ ກ່ຽວກັບຄວາມສະຫຼາດ. 00:12:46.000 --> 00:12:49.000 ອັນທີໜຶ່ງ, ມັນຫຼາກຫຼາຍ. ເຮົາຄິດກ່ຽວກັບໂລກນີ້ໃນທາງ 00:12:49.000 --> 00:12:51.000 ທີ່ພວກເຮົາໄດ້ປະສົບກັບມັນ. ເຮົາຄິດເປັນພາບ, 00:12:51.000 --> 00:12:54.000 ເຮົາຄິດເປັນສຽງ, ເຮົາຄິດແບບເປີດຮັບ. 00:12:54.000 --> 00:12:57.000 ເຮົາຄິດແບບນາມມະທຳ, ເຮົາຄິດແບບເຄື່ອນໄຫວ. 00:12:57.000 --> 00:12:59.000 ອັນທີສອງ, ຄວາມສະຫຼາດມີການເຄື່ອນທີ່. 00:12:59.000 --> 00:13:02.000 ຖ້າພວກທ່ານເບິ່ງຈາກການພົວພັນຂອງສະໝອງຂອງຄົນ, ດັ່ງທີ່ເຮົາໄດ້ຍິນ 00:13:02.000 --> 00:13:05.000 ມື້ວານນີ້ ຈາກບົດສະເໜີຫຼາຍບົດ, 00:13:05.000 --> 00:13:07.000 ຄວາມສະຫຼາດ ແມ່ນມີການພົວພັນແລກປ່ຽນກັນຢ່າງມະຫັດສະຈັນ. 00:13:07.000 --> 00:13:10.000 ສະໝອງບໍ່ໄດ້ຖືກແບ່ງອອກເປັນຫ້ອງ. 00:13:10.000 --> 00:13:13.000 ອັນທີ່ຈິງ, ຄວາມຄິດສ້າງສັນ - ເຊິ່ງຂ້າພະເຈົ້ານິຍາມວ່າເປັນຂະບວນການ 00:13:13.000 --> 00:13:15.000 ຂອງການມີແນວຄວາມຄິດທີ່ເປັນເອກກະລັກ ທີ່ມີຄ່າ - 00:13:15.000 --> 00:13:18.000 ສ່ວນຫຼາຍໄດ້ມາຈາກການພົວພັນແລກປ່ຽນ 00:13:18.000 --> 00:13:21.000 ລະຫວ່າງການສັງເກດສິ່ງຕ່າງໆດ້ວຍຫຼັກວິທີການຫຼາຍແບບທີ່ແຕກຕ່າງກັນ. NOTE Paragraph 00:13:21.000 --> 00:13:23.000 ສະໝອງແມ່ນມີເຈດຕະນາ - ອີກປະການໜຶ່ງ, 00:13:23.000 --> 00:13:26.000 ມີເສັ້ນປະສາດສາຍໜຶ່ງທີ່ເຊື່ອມຕໍ່ສະໝອງທັງສອງຂ້າງ 00:13:26.000 --> 00:13:28.000 ເອີ້ນວ່າ ຄໍປັສ ຄາລອສຊຳ. ສິ່ງນີ້ຈະມີຄວາມໜາ ກວ່າໃນສະໝອງຂອງແມ່ຍິງ. 00:13:28.000 --> 00:13:30.000 ສືບຕໍ່ຈາກ ເຮເລັນ ມື້ວານນີ້, ຂ້າພະເຈົ້າຄິດວ່າ 00:13:30.000 --> 00:13:34.000 ສິ່ງນີ້ອາດແມ່ນເຫດຜົນທີ່ແມ່ຍິງເກ່ງກວ່າໃນການເຮັດວຽກຫຼາຍອັນພ້ອມກັນ. 00:13:34.000 --> 00:13:36.000 ເພາະວ່າພວກທ່ານເກ່ງກວ່າແທ້, ບໍ່ແມ່ນບໍ? 00:13:36.000 --> 00:13:39.000 ມີການຄົ້ນຄວ້າເປັນແພ, ແຕ່ຂ້າພະເຈົ້າຮູ້ຈາກປະສົບການຊີວິດສ່ວນຕົວ. 00:13:39.000 --> 00:13:41.000 ຖ້າເມຍຂ້າພະເຈົ້າຫາກກຳລັງແຕ່ງກິນຢູ່ເຮືອນ - 00:13:41.000 --> 00:13:45.000 ເຊິ່ງໄຄແຕ່ ບໍ່ເລື້ອຍປານໃດ. (ຫົວ) 00:13:45.000 --> 00:13:48.000 ແຕ່ທ່ານກໍ່ຮູ້, ລາວກຳລັງເຮັດ - ບໍ່ແມ່ນ, ລາວເຮັດໄດ້ດີໃນບາງສິ່ງ - 00:13:48.000 --> 00:13:50.000 ແຕ່ຖ້າລາວກຳລັງເຮັດກິນ, ຫັ້ນລະ, 00:13:50.000 --> 00:13:52.000 ແມ່ນ ລາວກຳລັງລົມໂທລະສັບນຳ, 00:13:52.000 --> 00:13:55.000 ລາວກຳລັງລົມກັບລູກນຳ, ລາວກຳລັງທາສີເພດານເຮືອນນຳ, 00:13:55.000 --> 00:13:58.000 ລາວກຳລັງປາດຫົວໃຈນຳ. 00:13:58.000 --> 00:14:01.000 ຖ້າແມ່ນຂ້າພະເຈົ້າເຮັດກິນ, ປະຕູຕ້ອງປິດ, ລູກຕ້ອງຢູ່ນອກ, 00:14:01.000 --> 00:14:04.000 ໂທລະສັບແມ່ນແຂວນໄວ້ຢູ່ບ່ອນຂອງມັນ, ຖ້າລາວເຂົ້າມາຂ້າພະເຈົ້າຈະອາລົມເສຍ. 00:14:04.000 --> 00:14:17.000 ຂ້າພະເຈົ້າຈະເວົ້າວ່າ, “ເທີຣີ່, ຂໍຮ້ອງ, ຂ້ອຍກຳລັງຈືນໄຂ່ຢູ່ໃນໜີ້. ໃຫ້ເວລາຂ້ອຍແດ່.” (ຫົວ) 00:14:17.000 --> 00:14:19.000 ອັນທີ່ຈິງ, ທ່ານຮູ້ສຳນວນປັດຊະຍາເກົ່າອັນໜຶ່ງບໍ່, 00:14:19.000 --> 00:14:22.000 ຖ້າຕົ້ນໄມ້ລົ້ມໃນປ່າ ແລະ ບໍ່ມີໃຜໄດ້ຍິນ, 00:14:22.000 --> 00:14:25.000 ແມ່ນມັນໄດ້ເກີດຂຶ້ນແທ້ບໍ? ຈື່ຕົ້ນຖົ່ວຕົ້ນນັ້ນໄດ້ບໍ? 00:14:25.000 --> 00:14:28.000 ຂ້າພະເຈົ້າໄດ້ເຫັນເສື້ອຢືດຄັກໆອັນໜຶ່ງໃນມໍ່ໆນີ້ ທີ່ຂຽນວ່າ, “ຖ້າຊາຍຜູ້ໜຶ່ງຫາກເວົ້າຄວາມຄິດແທ້ໆຂອງລາວ 00:14:28.000 --> 00:14:31.000 ຢູ່ໃນປ່າ, ແລະ ບໍ່ມີແມ່ຍິງຄົນໃດໄດ້ຍິນລາວ, 00:14:31.000 --> 00:14:40.000 ລາວກໍ່ຍັງຈະຜິດບໍ?” (ຫົວ) NOTE Paragraph 00:14:40.000 --> 00:14:42.000 ແລະ ອັນທີສາມ ກ່ຽວກັບຄວາມສະຫຼາດ ແມ່ນ, 00:14:43.000 --> 00:14:45.000 ມັນແຕກຕ່າງ. ຂ້າພະເຈົ້າກຳລັງຂຽນປຶ້ມເຫຼັ້ມໃໝ່ຢູ່ດຽວນີ້ 00:14:45.000 --> 00:14:47.000 ເອີ້ນວ່າ “ການປາກົດຕົວ,” ເຊິ່ງອີງໃສ່ຫຼາຍຊຸດຂອງ 00:14:47.000 --> 00:14:49.000 ການສຳພາດຄົນກ່ຽວກັບການຄົ້ນພົບ 00:14:49.000 --> 00:14:51.000 ພອນສະຫວັນຂອງເຂົາ. ຂ້າພະເຈົ້າຕິດໃຈກ່ຽວກັບວ່າຄົນເຮົາໄປຮອດຈຸດນັ້ນໄດ້ແນວໃດ. 00:14:51.000 --> 00:14:54.000 ມັນເກີດມາຈາກບົດສົນທະນາອັນໜຶ່ງຂອງຂ້າພະເຈົ້າ 00:14:54.000 --> 00:14:56.000 ກັບແມ່ຍິງທີ່ໜ້າອັດສະຈັນຜູ້ໜຶ່ງ ເຊິ່ງບາງທີຄົນສ່ວນຫຼາຍ 00:14:56.000 --> 00:14:58.000 ອາດຈະບໍ່ເຄີຍໄດ້ຍິນ, ລາວຊື່ ກີລຽນ ລິນ, 00:14:58.000 --> 00:15:00.000 ທ່ານເຄີຍໄດ້ຍິນກ່ຽວກັບລາວບໍ? ບາງຄົນເຄີຍໄດ້ຍິນເນາະ. ລາວເປັນນັກອອກແບບທ່າເຕັ້ນ 00:15:00.000 --> 00:15:02.000 ແລະ ໝົດທຸກຄົນຮູ້ຜົນງານຂອງລາວ. 00:15:02.000 --> 00:15:04.000 ລາວໄດ້ເຮັດ “Cats,” ແລະ “Phanthom of the Opera.” 00:15:04.000 --> 00:15:08.000 ລາວເກ່ງ. ຂ້າພະເຈົ້າເຄີຍເປັນໜຶ່ງໃນຄະນະກຳມະການຂອງ Royal Ballet, ໃນອັງກິດ, 00:15:08.000 --> 00:15:10.000 ດັ່ງທີ່ທ່ານເຫັນ. 00:15:10.000 --> 00:15:12.000 ຈັ່ງໃດກໍ່ຢ່າ, ກີລຽນ ແລະ ຂ້າພະເຈົ້າໄດ້ຮ່ວມກິນເຂົ້າທ່ຽງໃນມື້ໜຶງ ແລະ ຂ້າພະເຈົ້າໄດ້ເວົ້າວ່າ, 00:15:12.000 --> 00:15:14.000 “ກີລຽນ, ເຮັດແນວໃດເຈົ້າຈິ່ງໄດ້ເປັນນັກເຕັ້ນ?” ແລະ ລາວໄດ້ບອກວ່າ 00:15:14.000 --> 00:15:16.000 ມັນກໍ່ເປັນຕາສົນໃຈຢູ່, ໃນຕອນທີ່ລາວຍັງເຂົ້າໂຮງຮຽນຢູ່ນັ້ນ, 00:15:16.000 --> 00:15:19.000 ລາວບໍ່ມີຫວັງເລີຍ. ແລະທາງໂຮງຮຽນ, ໃນຊຸມປີ 30 00:15:19.000 --> 00:15:21.000 ໄດ້ຂຽນເຖິງພໍ່ແມ່ຂອງລາວວ່າ, “ທາງເຮົາຄິດວ່າ 00:15:21.000 --> 00:15:23.000 ກີລຽນ ມີປັນຫາດ້ານການຮັບຮູ້.” ລາວບໍ່ສາມາດຕັ້ງສະມາທິ, 00:15:23.000 --> 00:15:25.000 ລາວຢູ່ບໍ່ສະຫງົບ. ຂ້າພະເຈົ້າຄິດວ່າປະຈຸບັນນີ້ເຂົາຄືຊິເວົ້າວ່າ 00:15:25.000 --> 00:15:29.000 ລາວເປັນພະຍາດສະມາທິສັ້ນ. ທ່ານບໍ່ຄິດບໍ? ແຕ່ຕອນນັ້ນຍັງແມ່ນຊຸມປີ 1930, 00:15:29.000 --> 00:15:32.000 ແລະ ພະຍາດສະມາທິສັ້ນ ກໍ່ຍັງບໍ່ທັນໄດ້ຖືກສ້າງຂຶ້ນມາເທື່ອ. 00:15:32.000 --> 00:15:35.000 ມັນຍັງເປັນພະຍາດທີ່ບໍ່ສາມາດມີໄດ້ເທື່ອ. (ຫົວ) 00:15:35.000 --> 00:15:39.000 ຄົນເຮົາບໍ່ໄດ້ຮູ້ວ່າພວກເຂົາສາມາດເປັນພະຍາດນີ້ໄດ້. NOTE Paragraph 00:15:39.000 --> 00:15:43.000 ຈັ່ງໃດກໍ່ຢ່າ, ລາວໄດ້ໄປຫາຊ່ຽວຊານຜູ້ໜຶ່ງ. ໃນຫ້ອງທີ່ເຮັດດ້ວຍໄມ້ໂອ໋ກ, 00:15:43.000 --> 00:15:46.000 ແລະ ແມ່ຂອງລາວກໍ່ໄດ້ໄປນຳ, 00:15:46.000 --> 00:15:49.000 ແລະ ລາວກໍ່ຖືກພາໄປນັ່ງຢູ່ຕັ່ງທີ່ຢູ່ແຈສຸດ, 00:15:49.000 --> 00:15:51.000 ແລະ ລາວກໍ່ໄດ້ນັ່ງຢອງມືຂອງລາວເປັນເວລາ 20 ນາທີ ໃນຂະໜະທີ່ 00:15:51.000 --> 00:15:53.000 ຊາຍຜູ້ໜຶ່ງໄດ້ລົມກັບແມ່ຂອງລາວກ່ຽວກັບ 00:15:53.000 --> 00:15:57.000 ປັນຫາທັງໝົດທີ່ ກີລຽນ ມີຢູ່ໃນໂຮງຮຽນ. ແລະ ໃນຕອນທ້າຍ - 00:15:57.000 --> 00:15:59.000 ຍ້ອນວ່າລາວໄດ້ລົບກວນຄົນອື່ນ, 00:15:59.000 --> 00:16:01.000 ວຽກບ້ານຂອງລາວແມ່ນໄດ້ສົ່ງຊ້າຕະຫຼອດ, ແລະ ອື່ນໆ, 00:16:01.000 --> 00:16:04.000 ເດັກນ້ອຍອາຍຸ ແປດ ປີ - ສຸດທ້າຍ, ທ່ານໝໍ ໄດ້ ຍ່າງໄປນັ່ງລົງ 00:16:04.000 --> 00:16:06.000 ຂ້າງ ກີລຽນ ແລະ ເວົ້າວ່າ, “ກີລຽນ, 00:16:06.000 --> 00:16:08.000 ຂ້ອຍໄດ້ຟັງທຸກຢ່າງທີ່ແມ່ເຈົ້າ 00:16:08.000 --> 00:16:10.000 ໄດ້ບອກຂ້ອຍແລ້ວ, ແລະ ຂ້ອຍຕ້ອງໄດ້ເວົ້ານຳລາວເປັນການສ່ວນຕົວ.” 00:16:10.000 --> 00:16:13.000 ລາວໄດ້ເວົ້າວ່າ, “ລໍຖ້າຢູ່ໜີ້ເດີ້, ຈັກໜ້ອຍພວກເຮົາຊິກັບມາ, ບໍ່ດົນດອກ.” 00:16:13.000 --> 00:16:15.000 ແລະ ພວກເຂົາກໍ່ໄດ້ອອກໄປ ແລະ ປະລາວໄວ້ຜູ້ດຽວ. 00:16:15.000 --> 00:16:17.000 ແລະ ກ່ອນທີ່ທັງສອງຈະອອກຈາກຫ້ອງ, ຜູ້ຊ່ຽວຊານໄດ້ເປີດວິທະຍຸ 00:16:17.000 --> 00:16:19.000 ເຊິ່ງຢູ່ໜ້າໂຕະຂອງລາວປະໄວ້. ແລະ ເມື່ອພວກເພິ່ນ 00:16:19.000 --> 00:16:21.000 ໄດ້ອອກໄປຈາກຫ້ອງ, ຊ່ຽວຊານໄດ້ບອກແມ່ຂອງລາວວ່າ, 00:16:21.000 --> 00:16:24.000 “ຢືນເບິ່ງລາວຢູ່ໜີ້ເດີ້.” ແລະ ໃນນາທີທີ່ພວກເພິ່ນໄດ້ອອກຈາກຫ້ອງ, 00:16:24.000 --> 00:16:28.000 ລາວໄດ້ບອກຂ້ອຍວ່າ, ລາວໄດ້ລຸກຂຶ້ນ, ເຄື່ອນຍ້າຍໄປຕາມສຽງດົນຕີ. 00:16:28.000 --> 00:16:30.000 ແລະ ພວກເພິ່ນກໍ່ໄດ້ເບິ່ງຢູ່ສາມສີ່ນາທີ 00:16:30.000 --> 00:16:33.000 ແລະ ຊ່ຽວຊານກໍ່ໄດ້ຫັນຫາແມ່ລາວ ແລະ ເວ້ົາວ່າ, 00:16:33.000 --> 00:16:37.000 “ມາດາມ ລິນ, ກີລຽນ ບໍ່ໄດ້ປ່ວຍດອກ, ລາວເປັນນັກເຕັ້ນ. 00:16:37.000 --> 00:16:39.000 ພາລາວໄປເຂົ້າໂຮງຮຽນເຕັ້ນສາ.” NOTE Paragraph 00:16:39.000 --> 00:16:41.000 ຂ້າພະເຈົ້າໄດ້ຖາມວ່າ, “ແລ້ວເກີດຫຍັງຂຶ້ນ?” 00:16:41.000 --> 00:16:44.000 ລາວໄດ້ເວົ້າວ່າ, “ແມ່ຂ້ອຍກໍ່ເຮັດຕາມ. ຂ້ອຍບອກເຈົ້າໄດ້ເລີຍວ່າມັນວິເສດຂະໜາດໃດ. 00:16:44.000 --> 00:16:46.000 ເຮົາຍ່າງເຂົ້າໄປໃນຫ້ອງໜຶ່ງ ແລະ ມັນກໍ່ເຕັມໄປດ້ວຍ 00:16:46.000 --> 00:16:49.000 ຄົນຄືຂ້ອຍ. ຄົນທີ່ບໍ່ສາມາດນັ່ງຢູ່ຊື່ໆໄດ້. 00:16:49.000 --> 00:16:52.000 ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້.” ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້. 00:16:52.000 --> 00:16:54.000 ພວກເຂົາໄດ້ຮຽນ ບາເລ, ພວກເຂົາໄດ້ຮຽນ ແທ໋ບ, ພວກເຂົາໄດ້ຮຽນ ແຈັສ, 00:16:54.000 --> 00:16:56.000 ພວກເຂົາຮຽນດົນຕີສະໄໝໃໝ່, ພວກເຂົາໄດ້ຮຽນດົນຕີຮ່ວມສະໄໝ. 00:16:56.000 --> 00:16:59.000 ໃນທີ່ສຸດລາວກໍ່ໄດ້ເສັງເຂົ້າໂຮງຮຽນ Royal Ballet, 00:16:59.000 --> 00:17:01.000 ລາວໄດ້ກາຍເປັນຜູ້ບັນເລງດ່ຽວ, ລາວໄດ້ມີອາຊີບທີ່ໜ້າອັດສະຈັນ 00:17:01.000 --> 00:17:03.000 ທີ່ໂຮງຮຽນ Royal Ballet. ໃນທີ່ສຸດລາວກໍ່ຮຽນຈົບ 00:17:03.000 --> 00:17:05.000 ຈາກໂຮງຮຽນ Royal Ballet ແລະ 00:17:05.000 --> 00:17:08.000 ໄດ້ຕັ້ງບໍລິສັດຂອງຕົນເອງ - ບໍລິສັດ ກີລຽນ ລິນ ແດ໋ນສ - 00:17:08.000 --> 00:17:11.000 ໄດ້ພົບກັບ ແອນດຣິວ ລອຍ ເວັບເບີ. ລາວໄດ້ຮັບຜິດຊອບ 00:17:11.000 --> 00:17:13.000 ງານສະແດງດົນຕີທີ່ປະສົບຜົນສຳເລັດຫຼາຍອັນ 00:17:13.000 --> 00:17:18.000 ໃນປະຫວັດສາດ, ລາວໄດ້ມອບຄວາມສຸກໃຫ້ກັບຄົນຫຼາຍລ້ານ, 00:17:18.000 --> 00:17:21.000 ແລະ ລາວກໍ່ແມ່ນມະຫາເສດຖີເງິນຫຼາຍລ້ານ. ຄົນອື່ນ 00:17:21.000 --> 00:17:25.000 ອາດຈະໄດ້ຈັບລາວກິນຢາ ແລະ ບອກໃຫ້ລາວ 00:17:25.000 --> 00:17:27.000 ສະຫງົບລົງ. NOTE Paragraph 00:17:27.000 --> 00:17:30.000 ບາດນີ້, ຂ້າພະເຈົ້າຄິດວ່າ ... (ຕົບມື) ສິ່ງທີ່ຂ້າພະເຈົ້າຄິດ ມັນກາຍມາເປັນສິ່ງນີ້: 00:17:30.000 --> 00:17:32.000 ອາລ ກໍ ໄດ້ກ່າວໃນຄືນກ່ອນ 00:17:32.000 --> 00:17:35.000 ກ່ຽວກັບລະບົບນິເວດ, ແລະ ການປະຕິວັດທີ່ໄດ້ຖືກກະຕຸ້ນໂດຍ ຣາແຊລ ຄາສັນ. 00:17:35.000 --> 00:17:39.000 ຂ້າພະເຈົ້າເຊື່ອວ່າຄວາມຫວັງອັນດຽວຂອງພວກເຮົາຕໍ່ອະນາຄົດ 00:17:39.000 --> 00:17:42.000 ແມ່ນການຮັບເອົາແນວຄວາມຄິດຂອງລະບົບນິເວດຂອງຄົນ, 00:17:42.000 --> 00:17:46.000 ອັນທີ່ຄົນເຮົາເລີ່ມສ້າງແນວຄວາມຄິດຂອງພວກເຮົາໃໝ່ 00:17:46.000 --> 00:17:48.000 ທີ່ກ່ຽວພັນກັບຄວາມອຸດົມຮັ່ງມີຂອງສະມັດຖະພາບຂອງຄົນ. 00:17:48.000 --> 00:17:52.000 ລະບົບການສຶກສາຂອງເຮົາໄດ້ຂຸດແນວຄິດຂອງຄົນໃນແບບ 00:17:52.000 --> 00:17:54.000 ທີ່ເຮົາຂຸດຄົ້ນເອົາຊັບສົມບັດຈາກພື້ນໂລກ: ເພື່ອວັດຖຸສະເພາະອັນດຽວ. 00:17:54.000 --> 00:17:57.000 ແລະ ໃນອະນາຄົດ, ມັນຈະບໍ່ໃຫ້ປະໂຫຍດກັບເຮົາ. 00:17:57.000 --> 00:18:00.000 ພວກເຮົາຕ້ອງຄິດຄືນໃໝ່ເຖິງຫຼັກທຳພື້ນຖານ 00:18:00.000 --> 00:18:02.000 ທີ່ເຮົາອີງໃສ່ເພື່ອສຶກສາລູກຫຼານຂອງເຮົາ. ມີ 00:18:02.000 --> 00:18:06.000 ຄຳເວົ້າທີ່ວິເສດອັນໜຶ່ງ ໂດຍ ໂຈນາສ ຊອກ, ຜູ້ທີ່ໄດ້ເວົ້າວ່າ, “ຖ້າແມງໄມ້ທັງໝົດ 00:18:06.000 --> 00:18:09.000 ຫາກຈະຫາຍໄປຈາກໂລກນີ້, 00:18:09.000 --> 00:18:12.000 ພາຍໃນ 50 ປີ ສິ່ງມີຊີວິດທັງໝົດໃນໂລກນີ້ຄົງຈະຈົບລົງ. 00:18:12.000 --> 00:18:15.000 ຖ້າຄົນທັງໝົດຫາກຫາຍໄປຈາກໂລກນີ້, 00:18:15.000 --> 00:18:19.000 ພາຍໃນ 50 ປີ ສິ່ງມີຊີວິດທັງໝົດຈະເຕີບໃຫຍ່ຂະຫຍາຍຕົວຂຶ້ນ.” 00:18:19.000 --> 00:18:21.000 ແລະ ລາວກໍ່ເວົ້າຖືກ. NOTE Paragraph 00:18:21.000 --> 00:18:24.000 ສິ່ງທີ່ TED ຍົກຍ້ອງແມ່ນພອນສະຫວັນຂອງຈິນຕະນາການຂອງຄົນ. 00:18:24.000 --> 00:18:28.000 ພວກເຮົາຕ້ອງລະວັງໃນຕອນທີ່ເຮົານຳໃຊ້ພອນສະຫວັນອັນນີ້ 00:18:28.000 --> 00:18:31.000 ໃຫ້ຫຼັກແຫຼມ, ແລະ ກໍ່ຕ້ອງຫຼີກລ່ຽງສະຖານະການ 00:18:31.000 --> 00:18:34.000 ສະຖານະການທີ່ໄດ້ກ່າວມາແລ້ວ. ແລະ ທາງດຽວທີ່ 00:18:35.000 --> 00:18:38.000 ພວກເຮົາຈະສາມາດເຮັດແນວນັ້ນໄດ້ ແມ່ນດ້ວຍການຕິດຕາມເບິ່ງສະມັດຖະນະຂອງຄວາມຄິດສ້າງສັນຂອງເຮົາ 00:18:38.000 --> 00:18:40.000 ເພື່ອຄວາມອຸດົມຮັ່ງມີທີ່ເຮົາເປັນ, ແລະ ເບິ່ງ 00:18:40.000 --> 00:18:43.000 ລູກຫຼານຂອງເຮົາເພື່ອຄວາມຫວັງທີ່ພວກເຂົາເປັນ. ແລະ ໜ້າທີ່ຂອງເຮົາ 00:18:43.000 --> 00:18:46.000 ແມ່ນການສຶກສາສິ່ງທີ່ເປັນພວກເຂົາທັງໝົດ, ເພື່ອວ່າພວກເຂົາຈະສາມາດປະເຊີນກັບອະນາຄົດອັນນີ້. 00:18:46.000 --> 00:18:49.000 ເຊິ່ງພວກເຮົາອາດຈະບໍ່ໄດ້ເຫັນອະນາຄົດອັນນີ້ກໍ່ມີ, 00:18:49.000 --> 00:18:52.000 ແຕ່ພວກເຂົາຊິໄດ້ເຫັນ. ແລະ ວຽກຂອງເຮົາແມ່ນຊ່ວຍ 00:18:52.000 --> 00:18:54.000 ພວກເຂົາໃຫ້ສ້າງສິ່ງໃດສິ່ງໜຶ່ງຈາກມັນໄດ້. ຂອບໃຈຫຼາຍໆ.