[Script Info] Title: [Events] Format: Layer, Start, End, Style, Name, MarginL, MarginR, MarginV, Effect, Text Dialogue: 0,0:00:00.00,0:00:07.00,Default,,0000,0000,0000,,ສະບາຍດີ. ພວກທ່ານເປັນແນວໃດແດ່? ຜ່ານມາຄັກຫຼາຍ ແມ່ນບໍ? Dialogue: 0,0:00:07.00,0:00:11.00,Default,,0000,0000,0000,,ຂ້າພະເຈົ້າເກືອບຫງາຍຍ້ອນສິ່ງທີ່ໄດ້ເກີດຂຶ້ນທັງໝົດ. Dialogue: 0,0:00:11.00,0:00:15.00,Default,,0000,0000,0000,,ອັນທີ່ຈິງ, ຂ້າພະເຈົ້າວ່າຈະກັບດີກວ່າ. (ຫົວ) Dialogue: 0,0:00:15.00,0:00:19.00,Default,,0000,0000,0000,,ຜ່ານມາ ມີຢູ່ ສາມ ແກນ, ແມ່ນບໍ່, Dialogue: 0,0:00:19.00,0:00:23.00,Default,,0000,0000,0000,,ທີ່ໄດ້ຜ່ານກອງປະຊຸມ, ເຊິ່ງກ່ຽວພັນ Dialogue: 0,0:00:23.00,0:00:25.00,Default,,0000,0000,0000,,ກັບສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງ Dialogue: 0,0:00:25.00,0:00:29.00,Default,,0000,0000,0000,,ອັນທີໜຶ່ງແມ່ນຫຼັກຖານອັນອັດສະຈັນ ຂອງຄວາມຄິດສ້າງສັນຂອງມະນຸດຊາດ Dialogue: 0,0:00:29.00,0:00:32.00,Default,,0000,0000,0000,,ໃນບົດສະເໜີທັງໝົດທີ່ພວກເຮົາໄດ້ຟັງຜ່ານມາ Dialogue: 0,0:00:32.00,0:00:35.00,Default,,0000,0000,0000,,ແລະ ຈາກໝົດທຸກຄົນທີ່ຢູ່ທີ່ນີ້. ສະເພາະແຕ່ ຄວາມຫຼາກຫຼາຍ Dialogue: 0,0:00:35.00,0:00:38.00,Default,,0000,0000,0000,,ແລະ ຂອບເຂດ ຂອງມັນ ກໍ່ພໍແຮງແລ້ວ. ອັນທີສອງນັ້ນແມ່ນ Dialogue: 0,0:00:38.00,0:00:41.00,Default,,0000,0000,0000,,ສິ່ງນີ້ ພາເຮົາມາຢູ່ໃນຈຸດທີ່ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນ, Dialogue: 0,0:00:41.00,0:00:43.00,Default,,0000,0000,0000,,ໃນອະນາຄົດ. ບໍ່ຮູ້ເລີຍ Dialogue: 0,0:00:43.00,0:00:45.00,Default,,0000,0000,0000,,ວ່າ ສິ່ງເຫຼົ່ານີ້ຈະຜັນຂະຫຍາຍໄປແນວທາງໃດ. Dialogue: 0,0:00:45.00,0:00:48.00,Default,,0000,0000,0000,,ຂ້າພະເຈົ້າມີຄວາມສົນໃຈໃນການສຶກສາ - Dialogue: 0,0:00:48.00,0:00:51.00,Default,,0000,0000,0000,,ອັນທີ່ຈິງແລ້ວ, ສິ່ງທີ່ຂ້າພະເຈົ້າເຫັນແມ່ນ ໝົດທຸກຄົນມີສິ່ງທີ່ຕ້ອງສົນໃຈໃນການສຶກສາ. Dialogue: 0,0:00:51.00,0:00:53.00,Default,,0000,0000,0000,,ບໍ່ແມ່ນບໍ? ຂ້າພະເຈົ້າເຫັນວ່າສິ່ງນີ້ເປັນຕາສົນໃຈຫຼາຍ. Dialogue: 0,0:00:53.00,0:00:56.00,Default,,0000,0000,0000,,ຖ້າທ່ານໄປຮ່ວມງານສັງສັນ, ແລະ ເວົ້າວ່າ Dialogue: 0,0:00:56.00,0:00:59.00,Default,,0000,0000,0000,,ທ່ານເຮັດວຽກໃນຂະແໜງສຶກສາ - Dialogue: 0,0:00:59.00,0:01:06.00,Default,,0000,0000,0000,,ອັນທີ່ຈິງ, ທ່ານຈະບໍ່ຄ່ອຍໄດ້ໄປຮ່ວມງານສັງສັນດອກ, ເວົ້າແທ້, ຖ້າທ່ານເຮັດວຽກໃນຂະແໜງສຶກສາ. Dialogue: 0,0:01:06.00,0:01:09.00,Default,,0000,0000,0000,,(ຫົວ) ບໍ່ມີໃຜເຊີນທ່ານດອກ. Dialogue: 0,0:01:09.00,0:01:14.00,Default,,0000,0000,0000,,ແລະ ກໍ່ບໍ່ມີໃຜຊວນທ່ານເປັນເທື່ອທີສອງ, ເຊິ່ງມັນກໍ່ແປກ. ຂ້າພະເຈົ້າວ່າມັນປະຫຼາດດີ. Dialogue: 0,0:01:14.00,0:01:16.00,Default,,0000,0000,0000,,ແຕ່ວ່າຖ້າທ່ານໄດ້ໄປ, ແລະ ບອກໃຜຜູ້ໜຶ່ງວ່າ, Dialogue: 0,0:01:16.00,0:01:18.00,Default,,0000,0000,0000,,ຫັ້ນນ່າ, ເຂົາຖາມວ່າ, “ເຈົ້າເຮັດວຽກຫຍັງ?” Dialogue: 0,0:01:18.00,0:01:20.00,Default,,0000,0000,0000,,ແລ້ວ ທ່ານບອກວ່າທ່ານເຮັດວຽກໃນຂະແໜງສຶກສາ, Dialogue: 0,0:01:20.00,0:01:24.00,Default,,0000,0000,0000,,ທ່ານຊິເຫັນໃບໜ້າຂອງເຂົາປາດສະຈາກສີເລືອດ. ເຂົາຈະເປັນປະມານວ່າ, Dialogue: 0,0:01:24.00,0:01:30.00,Default,,0000,0000,0000,,“ຈັ່ງແມ່ນຊາດ,” ຫັ້ນນ່າ, “ເປັນຫຍັງຕ້ອງແມ່ນກູ? ຫາກໍ່ຊິໄດ້ອອກມາສັງສັນກັບໝູ່ເທື່ອທຳອິດໃນອາທິດ.” (ຫົວ) Dialogue: 0,0:01:30.00,0:01:32.00,Default,,0000,0000,0000,,ແຕ່ຖ້າທ່ານຫາກຖາມກ່ຽວກັບການສຶກສາຂອງເຂົາ, Dialogue: 0,0:01:32.00,0:01:34.00,Default,,0000,0000,0000,,ເຂົາຈະຈັບທ່ານຕິດຝາ. ເພາະວ່າມັນເປັນສິ່ງໜຶ່ງ Dialogue: 0,0:01:34.00,0:01:37.00,Default,,0000,0000,0000,,ທີ່ລົງເລິກໃນຕົວຄົນເຮົາ, ຂ້າພະເຈົ້າເວົ້າຖືກບໍ? Dialogue: 0,0:01:37.00,0:01:40.00,Default,,0000,0000,0000,,ຄືກັບ ສາດສະໜາ, ເງິນຄຳ ແລະ ສິ່ງອື່ນໆ. Dialogue: 0,0:01:40.00,0:01:44.00,Default,,0000,0000,0000,,ຂ້າພະເຈົ້າມີຄວາມສົນໃຈອັນໃຫຍ່ຫຼວງໃນການສຶກສາ, ແລະ ຄິດວ່າເຮົາທຸກຄົນມີຄືກັນໝົດ. Dialogue: 0,0:01:44.00,0:01:46.00,Default,,0000,0000,0000,,ເຮົາມີສ່ວນໄດ້ສ່ວນເສີຍອັນໃຫຍ່ຫຼວງໃນການສຶກສາ, Dialogue: 0,0:01:46.00,0:01:49.00,Default,,0000,0000,0000,,ສ່ວນໜຶ່ງຍ້ອນວ່າ ມັນແມ່ນການສຶກສານີ້ລະທີ່ຄວນຈະ Dialogue: 0,0:01:49.00,0:01:52.00,Default,,0000,0000,0000,,ພາເຮົາໄປສູ່ອະນາຄົດທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້. Dialogue: 0,0:01:52.00,0:01:55.00,Default,,0000,0000,0000,,ຖ້າທ່ານລອງຄິດເບິ່ງ, ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນປີນີ້ Dialogue: 0,0:01:55.00,0:02:01.00,Default,,0000,0000,0000,,ຈະກິນບຳນານໃນປີ 2065. ບໍ່ມີໃຜຮູ້ - Dialogue: 0,0:02:01.00,0:02:04.00,Default,,0000,0000,0000,,ເຖິງຈະມີຊ່ຽວຊານຕັ້ງຫຼາຍຄົນທີ່ໄດ້ແຫ່ຂະບວນມາໃນໄລຍະ 4 ວັນທີ່ຜ່ານມາ - Dialogue: 0,0:02:04.00,0:02:06.00,Default,,0000,0000,0000,,ວ່າໂລກນີ້ຈະເປັນແນວໃດ Dialogue: 0,0:02:06.00,0:02:08.00,Default,,0000,0000,0000,,ໃນອີກ 5 ປີ. ແຕ່ປານນັ້ນ ພວກເຮົາຍັງພັດ Dialogue: 0,0:02:08.00,0:02:11.00,Default,,0000,0000,0000,,ຕ້ອງໄດ້ໃຫ້ການສຶກສາແກ່ເດັກນ້ອຍເຜື່ອໄວ້. ສະນັ້ນ ການທີ່ບໍ່ສາມາດຄາດເດົາໄດ້ນັ້ນ, ຂ້າພະເຈົ້າຄິດວ່າ, Dialogue: 0,0:02:11.00,0:02:13.00,Default,,0000,0000,0000,,ເປັນສິ່ງທີ່ມະຫັດສະຈັນ. Dialogue: 0,0:02:13.00,0:02:15.00,Default,,0000,0000,0000,,ແລະ ສ່ວນທີສາມ ໃນນີ້ ແມ່ນ Dialogue: 0,0:02:15.00,0:02:20.00,Default,,0000,0000,0000,,ພວກເຮົາທຸກຄົນໄດ້ເຫັນພ້ອມກັນແລ້ວ ເຖິງ Dialogue: 0,0:02:20.00,0:02:23.00,Default,,0000,0000,0000,,ສະມັດຖະນະອັນອັດສະຈັນທີ່ເດັກນ້ອຍມີ - Dialogue: 0,0:02:23.00,0:02:25.00,Default,,0000,0000,0000,,ສະມັດຖະນະເພື່ອການປ່ຽນແປງຂອງເຂົາ. ຂ້າພະເຈົ້າໝາຍເຖິງ, ຊີເຣນາ ມື້ຄືນນີ້ ແມ່ນຄົນທີ່ມະຫັດສະຈັນ, Dialogue: 0,0:02:25.00,0:02:28.00,Default,,0000,0000,0000,,ບໍ່ແມ່ນບໍ? ພຽງແຕ່ເບິ່ງສິ່ງທີ່ລາວສາມາດເຮັດໄດ້. Dialogue: 0,0:02:28.00,0:02:33.00,Default,,0000,0000,0000,,ແລະ ລາວກໍ່ມີຈຸດພິເສດ, ແຕ່ຄັນຊິເວົ້າແລ້ວ ຂ້າພະເຈົ້າຄິດວ່າລາວກໍ່ບໍ່ໄດ້ Dialogue: 0,0:02:33.00,0:02:36.00,Default,,0000,0000,0000,,ພິເສດມາຕັ້ງແຕ່ຍັງນ້ອຍ. Dialogue: 0,0:02:36.00,0:02:39.00,Default,,0000,0000,0000,,ສິ່ງທີ່ທ່ານເຫັນນັ້ນແມ່ນຄົນຜູ້ໜຶ່ງທີ່ອຸທິດຕົນຢ່າງຍິ່ງ Dialogue: 0,0:02:39.00,0:02:41.00,Default,,0000,0000,0000,,ຜູ້ທີ່ພົບກັບພອນສະຫວັນ. ແລະ ຂໍ້ສະເໜີຂອງຂ້າພະເຈົ້າແມ່ນວ່າ Dialogue: 0,0:02:41.00,0:02:43.00,Default,,0000,0000,0000,,ເດັກທຸກຄົນມີພອນສະຫວັນຫຼາຍຫຼວງ. Dialogue: 0,0:02:43.00,0:02:45.00,Default,,0000,0000,0000,,ແລະ ພວກເຮົາກໍ່ສິ້ນເປືອງສິ່ງນີ້ໄປ, ຢ່າງບໍ່ໃສ່ໃຈເລີຍ. Dialogue: 0,0:02:45.00,0:02:48.00,Default,,0000,0000,0000,,ສະນັ້ນ ຂ້າພະເຈົ້າຢາກເວົ້າກ່ຽວກັບການສຶກສາ ແລະ Dialogue: 0,0:02:48.00,0:02:51.00,Default,,0000,0000,0000,,ຂ້າພະເຈົ້າຢາກເວົ້າກ່ຽວກັບຄວາມຄິດສ້າງສັນ. ຈຸດຢືນຂອງຂ້າພະເຈົ້າແມ່ນວ່າ Dialogue: 0,0:02:51.00,0:02:54.00,Default,,0000,0000,0000,,ຄວາມຄິດສ້າງສັນໃນປະຈຸບັນ ແມ່ນສຳຄັນສຳລັບການສຶກສາທຽບເທົ່າກັບການຮູ້ໜັງສື, Dialogue: 0,0:02:54.00,0:02:58.00,Default,,0000,0000,0000,,ແລະ ພວກເຮົາກໍ່ຄວນປະຕິບັດກັບທັງສອງສິ່ງໃນສະຖານະພາບດຽວກັນ. Dialogue: 0,0:02:58.00,0:03:06.00,Default,,0000,0000,0000,,(ຕົບມື) ຂອບໃຈ. ມື້ນີ້ກໍ່ມີເທົ່ານີ້ເດີ້. Dialogue: 0,0:03:06.00,0:03:10.00,Default,,0000,0000,0000,,ຂອບໃຈຫຼາຍໆ. (ຫົວ) ສະນັ້ນ, ຍັງອີກ 15 ນາທີ. Dialogue: 0,0:03:10.00,0:03:17.00,Default,,0000,0000,0000,,ອັນ, ຂ້າພະເຈົ້າໄດ້ເກີດທີ່... ບໍ່ແມ່ນ. (ຫົວ) Dialogue: 0,0:03:17.00,0:03:21.00,Default,,0000,0000,0000,,ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຍິນເລື່ອງດີໆເລື່ອງໜຶ່ງ - ຂ້າພະເຈົ້າມັກເລົ່າເລື່ອງນີ້ໃຫ້ຄົນຟັງ - Dialogue: 0,0:03:21.00,0:03:25.00,Default,,0000,0000,0000,,ກ່ຽວກັບເດັກຍິງຜູ້ໜຶ່ງໃນຊົ່ວໂມງຮຽນແຕ້ມຮູບ. ລາວອາຍຸໄດ້ ຫົກ ປີ. Dialogue: 0,0:03:25.00,0:03:27.00,Default,,0000,0000,0000,,ແລະ ລາວນັ່ງຢູ່ຫຼັງສຸດ, ກຳລັງແຕ້ມຢູ່, Dialogue: 0,0:03:27.00,0:03:29.00,Default,,0000,0000,0000,,ແລະ ຄູໄດ້ເວົ້າວ່ານາງນ້ອຍຜູ້ນີ້ບໍ່ຄ່ອຍ Dialogue: 0,0:03:29.00,0:03:33.00,Default,,0000,0000,0000,,ເອົາໃຈໃສ່ໃນໂມງຮຽນ, ແລະ ໃນຊົ່ວໂມງແຕ້ມຮູບແນວນີ້ລາວພັດໃສ່ໃຈ. Dialogue: 0,0:03:33.00,0:03:35.00,Default,,0000,0000,0000,,ນາງຄູຮູ້ສຶກສະຫງົນ ແລະ ເຂົ້າໄປຫານາງນ້ອຍ Dialogue: 0,0:03:35.00,0:03:38.00,Default,,0000,0000,0000,,ແລະ ເວົ້າວ່າ, “ກຳລັງແຕ້ມຫຍັງ?” Dialogue: 0,0:03:38.00,0:03:41.00,Default,,0000,0000,0000,,ແລະ ນາງນ້ອຍເວົ້າວ່າ, “ແຕ້ມຮູບພະເຈົ້າ.” Dialogue: 0,0:03:41.00,0:03:44.00,Default,,0000,0000,0000,,ແລະ ນາງຄູເວົ້າວ່າ, “ແຕ່ບໍ່ມີໃຜຮູ້ໄດ໋ວ່າພະເຈົ້າມີໜ້າຕາເປັນແນວໃດ.” Dialogue: 0,0:03:44.00,0:03:51.00,Default,,0000,0000,0000,,ແລະ ນາງນ້ອຍເວົ້າວ່າ, “ຈັກໜ້ອຍເຂົາຫາກຊິຮູ້.“ Dialogue: 0,0:03:51.00,0:03:52.00,Default,,0000,0000,0000,,(ຫົວ) Dialogue: 0,0:03:52.00,0:03:57.00,Default,,0000,0000,0000,,ໃນຕອນທີ່ລູກຊາຍຂອງຂ້າພະເຈົ້າໄດ້ ສີ່ ປີ ທີ່ປະເທດອັງກິດ - Dialogue: 0,0:03:57.00,0:04:00.00,Default,,0000,0000,0000,,ອັນທີ່ຈິງ ລາວກໍ່ອາຍຸໄດ້ສີ່ປີຢູ່ທຸກບ່ອນຫັ້ນລະ, ເວົ້າແທ້. (ຫົວ) Dialogue: 0,0:04:00.00,0:04:06.00,Default,,0000,0000,0000,,ຖ້າເວົ້າໃຫ້ຖືກແທ້, ບໍ່ວ່າລາວຊິໄດ້ໄປໃສ, ລາວກໍ່ໄດ້ມີອາຍຸ ສີ່ ປີ ໝົດທັງປີນັ້ນລະ. Dialogue: 0,0:04:06.00,0:04:08.00,Default,,0000,0000,0000,,ລາວໄດ້ຫຼິ້ນລະຄອນຕອນເກີດຂອງພະເຈົ້າ. Dialogue: 0,0:04:08.00,0:04:11.00,Default,,0000,0000,0000,,ທ່ານຈື່ເນື້ອເລື່ອງໄດ້ບໍ? ບໍ່ຫວາ, ມັນຍິ່ງໃຫຍ່ຂະໜາດ. Dialogue: 0,0:04:11.00,0:04:14.00,Default,,0000,0000,0000,,ມັນເປັນເລື່ອງທີ່ຍິ່ງໃຫຍ່. ເມລ ກິບສັນ ຫຼິ້ນພາກຕໍ່ມາ. Dialogue: 0,0:04:14.00,0:04:19.00,Default,,0000,0000,0000,,ທ່ານອາດຈະໄດ້ເບິ່ງແລ້ວ: ເລື່ອງ “Nativity II.” ແຕ່ ເຈມສ ໄດ້ບົດຂອງ ໂຈເຊັຟ, Dialogue: 0,0:04:19.00,0:04:22.00,Default,,0000,0000,0000,,ເຊິ່ງເຮົາຕື່ນເຕັ້ນຫຼາຍ. Dialogue: 0,0:04:22.00,0:04:24.00,Default,,0000,0000,0000,,ເຮົາຖືວ່າບົດນີ້ເປັນຕົວຫຼັກໜຶ່ງຂອງເລື່ອງ. Dialogue: 0,0:04:24.00,0:04:26.00,Default,,0000,0000,0000,,ໂຮງສະແດງໄດ້ເຕັມແຕ່ຄົນຂອງເຮົາທີ່ໃສ່ເສື້ອທີ່ມີລາຍຕີພິມວ່າ: Dialogue: 0,0:04:26.00,0:04:29.00,Default,,0000,0000,0000,,“ເຈມສ ໂຣບິນສັນ ແມ່ນ ໂຈເຊັຟ!” (ຫົວ) Dialogue: 0,0:04:29.00,0:04:31.00,Default,,0000,0000,0000,,ລາວບໍ່ຕ້ອງເວົ້າຫຍັງໃນເລື່ອງ, ແຕ່ທ່ານຮູ້ຕອນທີ່ Dialogue: 0,0:04:31.00,0:04:34.00,Default,,0000,0000,0000,,ພະລາຊາທັງສາມເຂົ້າມາ. ພວກເຂົານຳຂອງຂວັນມາ, Dialogue: 0,0:04:34.00,0:04:36.00,Default,,0000,0000,0000,,ແລະ ສິ່ງທີ່ພວກເຂົາຖືມາແມ່ນ ຄຳ, ກຳຍານ, ແລະ ຢາງໄມ້ຫອມ. Dialogue: 0,0:04:36.00,0:04:38.00,Default,,0000,0000,0000,,ສິ່ງນີ້ໄດ້ເກີດຂຶ້ນແທ້. ພວກເຮົາກະໄດ້ນັ່ງຢູ່ຫັ້ນລະ Dialogue: 0,0:04:38.00,0:04:40.00,Default,,0000,0000,0000,,ແລະ ຂ້າພະເຈົ້າຄິດວ່າພວກເຂົາໄປຂ້າມຕອນ. Dialogue: 0,0:04:40.00,0:04:42.00,Default,,0000,0000,0000,,ເພາະວ່າເຮົາລົມນຳລູກຊາຍຫຼັງຈົບການສະແດງ ແລະ ເວົ້າວ່າ, Dialogue: 0,0:04:42.00,0:04:44.00,Default,,0000,0000,0000,,“ເຈົ້າບໍ່ເປັນຫຍັງບໍ?” ແລະ ລາວເວົ້າວ່າ, “ໂດຍ, ເປັນຫຍັງ? ມີຫຍັງຜິດໄປ?” Dialogue: 0,0:04:44.00,0:04:46.00,Default,,0000,0000,0000,,ພວກເຂົາປ່ຽນຕົວ, ທໍ່ນັ້ນລະ. Dialogue: 0,0:04:46.00,0:04:47.00,Default,,0000,0000,0000,,ແຕ່ຈັ່ງໃດກໍ່ຕາມ, ເດັກຊາຍ ສາມ ຄົນເຂົ້າມາ - Dialogue: 0,0:04:47.00,0:04:49.00,Default,,0000,0000,0000,,ອາຍຸ ສີ່ ປີ ພ້ອມກັບຜ້າເຊັດມືພັນຫົວ - Dialogue: 0,0:04:49.00,0:04:52.00,Default,,0000,0000,0000,,ແລະ ພວກເຂົາວາງກ່ອງທັງສາມລົງ, Dialogue: 0,0:04:52.00,0:04:54.00,Default,,0000,0000,0000,,ແລະ ເດັກຊາຍຜູ້ທຳອິດເວົ້າວ່າ, “ຂ້ອຍນຳຄຳມາໃຫ້ເຈົ້າ.” Dialogue: 0,0:04:54.00,0:04:57.00,Default,,0000,0000,0000,,ແລະ ເດັກຊາຍຜູ້ທີສອງເວົ້າວ່າ, “ຂ້ອຍນຳກຳຍານມາໃຫ້ເຈົ້າ.” Dialogue: 0,0:04:57.00,0:05:11.00,Default,,0000,0000,0000,,ແລະ ເດັກຊາຍຜູ້ທີສາມເວົ້າວ່າ, “ແຟຣງ ສົ່ງອັນນີ້ມາ.” (ຫົວ) Dialogue: 0,0:05:11.00,0:05:13.00,Default,,0000,0000,0000,,ຈຸດທີ່ຄ້າຍຄືກັນຂອງສອງເລື່ອງນີ້ແມ່ນວ່າ ເດັກນ້ອຍຈະລອງສ່ຽງເບິ່ງ. Dialogue: 0,0:05:13.00,0:05:16.00,Default,,0000,0000,0000,,ຖ້າເຂົາບໍ່ຮູ້, ເຂົາຈະລອງເຮັດເບິ່ງ. Dialogue: 0,0:05:16.00,0:05:19.00,Default,,0000,0000,0000,,ຂ້າພະເຈົ້າເວົ້າແມ່ນບໍ? ພວກເຂົາບໍ່ຢ້ານທີ່ຈະຜິດ. Dialogue: 0,0:05:19.00,0:05:24.00,Default,,0000,0000,0000,,ບາດນີ້, ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າການຜິດ ແມ່ນຄືກັນກັບຄວາມຄິດສ້າງສັນເດີ້. Dialogue: 0,0:05:24.00,0:05:25.00,Default,,0000,0000,0000,,ສິ່ງທີ່ພວກເຮົາຮູ້ແມ່ນ, Dialogue: 0,0:05:25.00,0:05:28.00,Default,,0000,0000,0000,,ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ, Dialogue: 0,0:05:28.00,0:05:31.00,Default,,0000,0000,0000,,ເຈົ້າຈະບໍ່ມີວັນສ້າງສິ່ງທີ່ເປັນຕົ້ນສະບັບຂຶ້ນມາໄດ້. Dialogue: 0,0:05:31.00,0:05:34.00,Default,,0000,0000,0000,,ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ. ແລະ ກວ່າເຂົາຊິກາຍມາເປັນຜູ້ໃຫຍ່, Dialogue: 0,0:05:34.00,0:05:36.00,Default,,0000,0000,0000,,ເດັກສ່ວນຫຼາຍໄດ້ສູນເສີຍສະມັດຖະພາບດ້ານນີ້ໄປແລ້ວ. Dialogue: 0,0:05:36.00,0:05:39.00,Default,,0000,0000,0000,,ພວກເຂົາໄດ້ກາຍມາເປັນຄົນທີ່ຢ້ານກົວການຜິດ. Dialogue: 0,0:05:39.00,0:05:41.00,Default,,0000,0000,0000,,ແລະ ພວກເຮົາກໍ່ບໍລິຫານບໍລິສັດທັງຫຼາຍໃນລັກສະນະນີ້, ພວກທ່ານ. Dialogue: 0,0:05:41.00,0:05:44.00,Default,,0000,0000,0000,,ເຮົາປະນາມການຜິດພາດ ແລະ ພວກເຮົາກໍ່ກຳລັງບໍລິຫານ Dialogue: 0,0:05:44.00,0:05:47.00,Default,,0000,0000,0000,,ລະບົບການສຶກສາແຫ່ງຊາດທີ່ຖືວ່າ Dialogue: 0,0:05:47.00,0:05:50.00,Default,,0000,0000,0000,,ຄວາມຜິດພາດແມ່ນສິ່ງທີ່ເຮວຮ້າຍທີ່ສຸດທີ່ເຈົ້າຈະສາມາດເຮັດໄດ້. Dialogue: 0,0:05:50.00,0:05:53.00,Default,,0000,0000,0000,,ແລະ ຜົນໄດ້ຮັບກໍ່ແມ່ນວ່າ ພວກເຮົາກຳລັງສຶກສາຄົນໃຫ້ພົ້ນຈາກ Dialogue: 0,0:05:53.00,0:05:56.00,Default,,0000,0000,0000,,ສະມັດຖະພາບໃນການສ້າງສັນ. ປີກັດໂຊ ເຄີຍໄດ້ເວົ້າແລ້ວ. Dialogue: 0,0:05:56.00,0:05:59.00,Default,,0000,0000,0000,,ລາວເວົ້າວ່າ ເດັກທຸກຄົນເກີດມາເປັນນັກສິລະປະໝົດ. Dialogue: 0,0:05:59.00,0:06:03.00,Default,,0000,0000,0000,,ບັນຫາແມ່ນ ເຮັດແນວໃດເຮົາຈຶ່ງຊິຍັງເປັນນັກສິລະປະຢູ່ເມື່ອໃຫຍ່ຂຶ້ນມາ. ຂ້າພະເຈົ້າເຊື່ອໃນສິ່ງນີ້ຢ່າງຮຸນແຮງ, Dialogue: 0,0:06:03.00,0:06:05.00,Default,,0000,0000,0000,,ວ່າພວກເຮົາບໍ່ໄດ້ໃຫຍ່ຂຶ້ນມາສູ່ຄວາມຄິດສ້າງສັນ, Dialogue: 0,0:06:05.00,0:06:08.00,Default,,0000,0000,0000,,ພວກເຮົາໃຫຍ່ອອກຈາກມັນ. ຫຼື ອີກໃນໜຶ່ງ, ພວກເຮົາໄດ້ຮັບການສຶກສາໃຫ້ພົ້ນຈາກມັນ. Dialogue: 0,0:06:08.00,0:06:10.00,Default,,0000,0000,0000,,ສະນັ້ນ ເປັນຫຍັງຈິ່ງເປັນແນວນີ້? Dialogue: 0,0:06:10.00,0:06:14.00,Default,,0000,0000,0000,,ຂ້າພະເຈົ້າເຄີຍອາໄສຢູ່ ສແຕຣດຝອດ ອອນ ອາວອນ ຈົນເຖິງປະມານ ຫ້າ ປີ ກ່ອນ. Dialogue: 0,0:06:14.00,0:06:16.00,Default,,0000,0000,0000,,ອັນທີ່ຈິງ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ. Dialogue: 0,0:06:16.00,0:06:20.00,Default,,0000,0000,0000,,ສະນັ້ນ ທ່ານຄືຊິຈິນຕະນາການອອກວ່າມັນເປັນການປ່ຽນແປງທີ່ປາສະຈາກຂໍ້ຂັດຂ້ອງຂະໜາດໃດ. Dialogue: 0,0:06:20.00,0:06:22.00,Default,,0000,0000,0000,,(ຫົວ) ອັນທີ່ຈິງແລ້ວ, Dialogue: 0,0:06:22.00,0:06:24.00,Default,,0000,0000,0000,,ພວກເຮົາເຄີຍອາໄສຢູ່ບ່ອນທີ່ເອີ້ນວ່າ ສນິດເຕິຟີລດ, Dialogue: 0,0:06:24.00,0:06:26.00,Default,,0000,0000,0000,,ຢູ່ນອກຂອງ ສແຕຣດຝອດ ໜ້ອຍໜຶ່ງ, ເຊິ່ງເປັນບ່ອນເກີດ Dialogue: 0,0:06:26.00,0:06:31.00,Default,,0000,0000,0000,,ຂອງພໍ່ ຂອງ ເຊັກສເປຍ. ທ່ານມີຄວາມຄິດອັນໃໝ່ເຂົ້າມາໃນຫົວບໍ? ຂ້າພະເຈົ້າມີ. Dialogue: 0,0:06:31.00,0:06:33.00,Default,,0000,0000,0000,,ທ່ານບໍ່ຄິດຫາພໍ່ຂອງ ເຊັກສເປຍ, ແມ່ນບໍ? Dialogue: 0,0:06:33.00,0:06:35.00,Default,,0000,0000,0000,,ທ່ານຄິດບໍ? ເພາະທ່ານບໍ່ຄິດຫາ Dialogue: 0,0:06:35.00,0:06:37.00,Default,,0000,0000,0000,,ເຊັກສເປຍ ຕອນເປັນເດັກນ້ອຍ, ແມ່ນບໍ? Dialogue: 0,0:06:37.00,0:06:40.00,Default,,0000,0000,0000,,ເຊັກສເປຍ ຕອນມີອາຍຸ ເຈັດ ປີ ແມ່ນບໍ? ຂ້າພະເຈົ້າບໍ່ເຄີຍຄິດກ່ຽວກັບອັນນີ້ມາກ່ອນ. ຂ້າພະເຈົ້າໝາຍຄວາມວ່າ, ລາວເຄີຍ Dialogue: 0,0:06:40.00,0:06:42.00,Default,,0000,0000,0000,,ມີອາຍຸໄດ້ ເຈັດ ປີ ໃນຄັ້ງໜຶ່ງ. ລາວເຄີຍ Dialogue: 0,0:06:42.00,0:06:51.00,Default,,0000,0000,0000,,ເຂົ້າຮຽນໃນຊົ່ວໂມງພາສາອັງກິດ ຂອງໃຜຜູ້ໜຶ່ງ, ແມ່ນບໍ? ເຈົ້າຄິດວ່າມັນຊິເປັນຕາລຳຄານຂະໜາດໃດ? Dialogue: 0,0:06:51.00,0:07:05.00,Default,,0000,0000,0000,,(ຫົວ) “ຕ້ອງພະຍາຍາມໜັກກວ່ານີ້.” ຖືກພໍ່ບອກໃຫ້ໄປນອນ, ທ່ານຄິດເບິ່ງ, Dialogue: 0,0:07:05.00,0:07:08.00,Default,,0000,0000,0000,,ບອກ ເຊັກສເປຍ, “ໄປນອນ, ດຽວນີ້,” Dialogue: 0,0:07:08.00,0:07:10.00,Default,,0000,0000,0000,,ບອກ ວິລລຽມ ເຊັກສເປຍ, “ແລະ ກໍ່ວາງສໍລົງໄດ້ແລ້ວ. Dialogue: 0,0:07:10.00,0:07:18.00,Default,,0000,0000,0000,,ແລະ ກໍ່ເຊົາເວົ້າແບບນັ້ນ. ມັນເຮັດໃຫ້ໝົດທຸກຄົນສັບສົນ.” Dialogue: 0,0:07:18.00,0:07:23.00,Default,,0000,0000,0000,,(ຫົວ) Dialogue: 0,0:07:23.00,0:07:26.00,Default,,0000,0000,0000,,ຈັ່ງໃດກໍ່ຢ່າ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ, Dialogue: 0,0:07:26.00,0:07:30.00,Default,,0000,0000,0000,,ແລະ ອັນທີ່ຈິງ ຂ້າພະເຈົ້າກໍ່ຢາກເວົ້າເຖິງການຍົກຍ້າຍໜ້ອຍໜຶ່ງ. Dialogue: 0,0:07:30.00,0:07:33.00,Default,,0000,0000,0000,,ລູກຊາຍຂ້າພະເຈົ້າບໍ່ໄດ້ຢາກມານຳ. Dialogue: 0,0:07:33.00,0:07:36.00,Default,,0000,0000,0000,,ຂ້າພະເຈົ້າມີລູກສອງຄົນ. ລູກຊາຍ ອາຍຸ 21 ປີ ແລ້ວດຽວນີ້; ລູກສາວ ແມ່ນ 16. Dialogue: 0,0:07:36.00,0:07:38.00,Default,,0000,0000,0000,,ລູກຊາຍບໍ່ໄດ້ຢາກມາ ລອສ ແອງເຈລິສ. ລາວມັກມັນຫຼາຍ, Dialogue: 0,0:07:38.00,0:07:43.00,Default,,0000,0000,0000,,ແຕ່ວ່າລາວໄດ້ເພື່ອນຍິງຢູ່ອັງກິດ. ນາງແມ່ນຮັກແຫ່ງຊີວິດຂອງລາວ, ນາງ ຊາຣາ. Dialogue: 0,0:07:43.00,0:07:45.00,Default,,0000,0000,0000,,ລາວໄດ້ຮູ້ຈັກນາງເປັນເວລາໜຶ່ງເດືອນ. Dialogue: 0,0:07:45.00,0:07:48.00,Default,,0000,0000,0000,,ເຖິງແນວນັ້ນ, ເຂົາເຈົ້າໄດ້ສະຫຼອງວັນຄົບຮອບເທື່ອທີ ສີ່, Dialogue: 0,0:07:48.00,0:07:52.00,Default,,0000,0000,0000,,ເພາະວ່າມັນເປັນເວລາທີ່ຍາວນານ ຕອນທີ່ເຈົ້າອາຍຸພຽງແຕ່ 16 ປີ. Dialogue: 0,0:07:52.00,0:07:54.00,Default,,0000,0000,0000,,ຈັ່ງໃດກໍ່ຕາມ, ລາວຜິດໃຈຢ່າງແຮງໃນຂະນະທີ່ຢູ່ເທິງຍົນ, Dialogue: 0,0:07:54.00,0:07:56.00,Default,,0000,0000,0000,,ແລະ ລາວເວົ້າວ່າ, “ລູກຈະບໍ່ໄດ້ພົບຄົນທີ່ຄື ຊາຣາ ອີກ.” Dialogue: 0,0:07:56.00,0:07:58.00,Default,,0000,0000,0000,,ແລະ ພວກເຮົາກໍ່ຮູ້ສຶກໂລ່ງໃຈກ່ຽວກັບສິ່ງນີ້ຢູ່, ເວົ້າແທ້, Dialogue: 0,0:07:58.00,0:08:10.00,Default,,0000,0000,0000,,ເພາະນາງແມ່ນເຫດຜົນຫຼັກຂອງການຍົກຍ້າຍອອກຈາກປະເທດຂອງພວກເຮົາ. Dialogue: 0,0:08:10.00,0:08:13.00,Default,,0000,0000,0000,,(ຫົວ) Dialogue: 0,0:08:13.00,0:08:16.00,Default,,0000,0000,0000,,ແຕ່ບາງຢ່າງກະທົບເຈົ້າ ເມື່ອເຈົ້າຍ້າຍມາ ອາເມຣິກາ Dialogue: 0,0:08:16.00,0:08:18.00,Default,,0000,0000,0000,,ແລະ ເມື່ອເຈົ້າທ່ອງທ່ຽວໄປທົ່ວໂລກ: Dialogue: 0,0:08:18.00,0:08:22.00,Default,,0000,0000,0000,,ລະບົບການສຶກສາທຸກບ່ອນໃນໂລກນີ້ ມີລຳດັບຊັ້ນຂອງວິຊາຮຽນອັນດຽວກັນໝົດ. Dialogue: 0,0:08:22.00,0:08:24.00,Default,,0000,0000,0000,,ໝົດທຸກບ່ອນ. ບໍ່ວ່າເຈົ້າຈະໄປບ່ອນໃດ. Dialogue: 0,0:08:24.00,0:08:26.00,Default,,0000,0000,0000,,ເຈົ້າອາດຈະຄິດວ່າມັນຊິບໍ່ເປັນແນວນັ້ນ, ແຕ່ບໍ່ແມ່ນ. Dialogue: 0,0:08:26.00,0:08:29.00,Default,,0000,0000,0000,,ຢູ່ສູງກວ່າໝູ່ໝົດແມ່ນ ເລກ ແລະ ພາສາ, Dialogue: 0,0:08:29.00,0:08:31.00,Default,,0000,0000,0000,,ຕໍ່ມາແມ່ນ ສັງຄົມ, ແລະ ຢູ່ລຸ່ມສຸດ ແມ່ນສີລະປະ. Dialogue: 0,0:08:31.00,0:08:33.00,Default,,0000,0000,0000,,ທຸກບ່ອນໃນໂລກນີ້. Dialogue: 0,0:08:33.00,0:08:36.00,Default,,0000,0000,0000,,ແລະ ກໍ່ເກືອບວ່າໃນທຸກລະບົບອີກ, Dialogue: 0,0:08:36.00,0:08:38.00,Default,,0000,0000,0000,,ຍັງມີລຳດັບຊັ້ນພາຍໃນສາຂາສີລະປະອີກ. Dialogue: 0,0:08:38.00,0:08:40.00,Default,,0000,0000,0000,,ໃນໂຮງຮຽນ ການວາດແຕ້ມ ແລະ ດົນຕີ ແມ່ນໄດ້ຮັບສະຖານະທີ່ສູງ Dialogue: 0,0:08:40.00,0:08:43.00,Default,,0000,0000,0000,,ກວ່າ ການສະແດງ ແລະ ເຕັ້ນ. ບໍ່ມີລະບົບການສຶກສາບ່ອນໃດໃນໂລກນີ້ Dialogue: 0,0:08:43.00,0:08:45.00,Default,,0000,0000,0000,,ທີ່ສອນເຕັ້ນໃຫ້ກັບເດັກນ້ອຍທຸກໆມື້ Dialogue: 0,0:08:45.00,0:08:48.00,Default,,0000,0000,0000,,ໃນລັກສະນະທີ່ເຮົາສອນເລກ. ເປັນຫຍັງ? Dialogue: 0,0:08:48.00,0:08:50.00,Default,,0000,0000,0000,,ເປັນຫຍັງຈິ່ງບໍ່ເຮັດຕ່າງ? ຂ້າພະເຈົ້າຄິດວ່າອັນນີ້ອ່າວສຳຄັນ. Dialogue: 0,0:08:50.00,0:08:53.00,Default,,0000,0000,0000,,ຂ້າພະເຈົ້າຄິດວ່າ ເລກ ສຳຄັນຫຼາຍ, ແຕ່ ການເຕັ້ນ ກໍ່ສຳຄັນຄືກັນ. Dialogue: 0,0:08:53.00,0:08:56.00,Default,,0000,0000,0000,,ເດັກນ້ອຍເຕັ້ນຢູ່ຕະຫຼອດເວລາ ຖ້າເຂົາໄດ້ຮັບອະນຸຍາດ, ພວກເຮົາທຸກຄົນຄືກັນ. Dialogue: 0,0:08:56.00,0:08:59.00,Default,,0000,0000,0000,,ເຮົາຕ່າງກໍ່ມີຮ່າງກາຍ, ບໍ່ແມ່ນບໍ? ຂ້າພະເຈົ້າໄດ້ຂາດກອງປະຊຸມອັນໃດອັນໜຶ່ງບໍ? Dialogue: 0,0:08:59.00,0:09:03.00,Default,,0000,0000,0000,,(ຫົວ) ຄວາມຈິງແລ້ວ ສິ່ງທີ່ເກີດຂຶ້ນແມ່ນ Dialogue: 0,0:09:03.00,0:09:05.00,Default,,0000,0000,0000,,ເມື່ອເດັກໃຫຍ່ຂຶ້ນ, ພວກເຮົາເລີ່ມສຶກສາພວກເຂົາ Dialogue: 0,0:09:05.00,0:09:08.00,Default,,0000,0000,0000,,ຈາກແອວຂຶ້ນໄປເລື້ອຍໆ. ແລະ ບາດແລ້ວເຮົາກໍ່ສຸມໃສ່ແຕ່ຫົວຂອງເຂົາ. Dialogue: 0,0:09:08.00,0:09:10.00,Default,,0000,0000,0000,,ແລະ ກໍ່ອຽງໄປຫາຂ້າງດຽວ. Dialogue: 0,0:09:10.00,0:09:14.00,Default,,0000,0000,0000,,ຖ້າທ່ານຫາກຊິໄປຢ້ຽມການສຶກສາ, ໃນຖານະຂອງມະນຸດຕ່າງດາວ, Dialogue: 0,0:09:14.00,0:09:17.00,Default,,0000,0000,0000,,ແລະ ເວົ້າວ່າ “ມັນແມ່ນສຳລັບຫຍັງ, ອັນການສຶກສານີ້ນ່າ?” Dialogue: 0,0:09:17.00,0:09:19.00,Default,,0000,0000,0000,,ຂ້າພະເຈົ້າຄິດວ່າທ່ານຄືຊິຕ້ອງສະຫຼຸບ - ຖ້າທ່ານເບິ່ງຈາກຜົນໄດ້ຮັບ, Dialogue: 0,0:09:19.00,0:09:21.00,Default,,0000,0000,0000,,ຈາກຄົນທີ່ປະສົບຜົນສຳເລັດຈາກລະບົບນີ້, Dialogue: 0,0:09:21.00,0:09:23.00,Default,,0000,0000,0000,,ຈາກຄົນທີ່ເຮັດທຸກສິ່ງທີ່ເຂົາຄວນເຮັດ, Dialogue: 0,0:09:23.00,0:09:26.00,Default,,0000,0000,0000,,ຈາກຄົນທີ່ໄດ້ຄະແນນດີ, ຄົນທີ່ເປັນຜູ້ຊະນະ - Dialogue: 0,0:09:26.00,0:09:29.00,Default,,0000,0000,0000,,ຂ້າພະເຈົ້າຄິດວ່າທ່ານຄືຊິສະຫຼຸບວ່າຈຸດປະສົງທັງໝົດທັງມວນຂອງການສຶກສາ Dialogue: 0,0:09:29.00,0:09:30.00,Default,,0000,0000,0000,,ໃນທົ່ວໂລກ Dialogue: 0,0:09:30.00,0:09:34.00,Default,,0000,0000,0000,,ແມ່ນເພື່ອຜະລິດສາດສະດາຈານມະຫາວິທະຍາໄລ. ບໍ່ແມ່ນບໍ? Dialogue: 0,0:09:34.00,0:09:36.00,Default,,0000,0000,0000,,ພວກເຂົາແມ່ນຄົນທີ່ອອກມາຢູ່ໃນຫົວແຖວ. Dialogue: 0,0:09:37.00,0:09:40.00,Default,,0000,0000,0000,,ແລະ ຂ້າພະເຈົ້າກໍ່ເຄີຍເປັນສາດສະດາຈານ, ສະນັ້ນ ເຫັນບໍ່. (ຫົວ) Dialogue: 0,0:09:40.00,0:09:44.00,Default,,0000,0000,0000,,ແລະ ຂ້າພະເຈົ້າກໍ່ມັກສາດສະດາຈານມະຫາວິທະຍາໄລ, ແຕ່ທ່ານຮູ້ບໍ່, Dialogue: 0,0:09:44.00,0:09:48.00,Default,,0000,0000,0000,,ເຮົາບໍ່ຄວນຖືເຂົາເຈົ້າເປັນຕົວຢ່າງອັນສູງຂອງຜົນສຳເລັດຂອງມະນຸດຊາດ. Dialogue: 0,0:09:48.00,0:09:50.00,Default,,0000,0000,0000,,ພວກເຂົາເປັນພຽງແຕ່ຮູບຮ່າງຊີວະສາດອັນໜຶ່ງ, Dialogue: 0,0:09:50.00,0:09:52.00,Default,,0000,0000,0000,,ຊີວິດຮູບລັກໜຶ່ງ. ແຕ່ພວກເຂົາກໍ່ເປັນຕາສະຫງົນ, Dialogue: 0,0:09:52.00,0:09:54.00,Default,,0000,0000,0000,,ແລະ ຂ້າພະເຈົ້າເວົ້າສິ່ງນີ້ຈາກຄວາມຮູ້ສຶກຕໍ່ພວກເຂົາແທ້ໆ. Dialogue: 0,0:09:54.00,0:09:57.00,Default,,0000,0000,0000,,ມັນມີຫຍັງແປກໆກ່ຽວກັບສາດສະດາຈານ ຕາມປະສົບການຂອງຂ້າພະເຈົ້ານ່ະ - Dialogue: 0,0:09:57.00,0:10:00.00,Default,,0000,0000,0000,,ບໍ່ແມ່ນໝົດທຸກຄົນດອກ, ແຕ່ຕາມແບບແລ້ວ - ເຂົາເຈົ້າອາໄສຢູ່ໃນຫົວຂອງເຂົາເອງ. Dialogue: 0,0:10:00.00,0:10:02.00,Default,,0000,0000,0000,,ພວກເຂົາອາໄສຢູ່ເທິງພຸ້ນ, ແລະ ມໍ່ໄປທາງຂ້າງໜຶ່ງ. Dialogue: 0,0:10:02.00,0:10:06.00,Default,,0000,0000,0000,,ພວກເຂົາແຍກອອກຈາກຮ່າງໄດ້, ທ່ານຄິດອອກບໍ່, ເກືອບຊິວ່າແນວນັ້ນພຸ້ນລະ. Dialogue: 0,0:10:06.00,0:10:08.00,Default,,0000,0000,0000,,ພວກເຂົາມອງເບິ່ງຮ່າງກາຍຂອງເຂົາ Dialogue: 0,0:10:08.00,0:10:17.00,Default,,0000,0000,0000,,ເປັນຄືເຄື່ອງມືໃນການເດີນທາງອັນໜຶ່ງສຳລັບຫົວຂອງພວກເຂົາ. ບໍ່ແມ່ນຫວາ? Dialogue: 0,0:10:17.00,0:10:24.00,Default,,0000,0000,0000,,(ຫົວ) ມັນເປັນວິທີໜຶ່ງໃນການພາຫົວຂອງພວກເຂົາໄປປະຊຸມ. Dialogue: 0,0:10:24.00,0:10:27.00,Default,,0000,0000,0000,,ຖ້າທ່ານຢາກໄດ້ຫຼັກຖານຕົວຈິງຂອງປະສົບການແຍກອອກຈາກຮ່າງ, Dialogue: 0,0:10:27.00,0:10:30.00,Default,,0000,0000,0000,,ແລ້ວ, ທ່ານລອງໄປເບິ່ງກອງປະຊຸມສຳມະນາໃກ້ຊິດ Dialogue: 0,0:10:30.00,0:10:32.00,Default,,0000,0000,0000,,ຂອງບັນດາສາດສະດາຈານອາວຸໂສ, Dialogue: 0,0:10:32.00,0:10:35.00,Default,,0000,0000,0000,,ແລ້ວ ແວ່ເຂົ້າໄປເບິ່ງດີສໂກ້ເທັກ ໃນຄືນສຸດທ້າຍຂອງການສຳມະນາ. Dialogue: 0,0:10:35.00,0:10:39.00,Default,,0000,0000,0000,,(ຫົວ) ແລ້ວ ທ່ານຊິເຫັນ - ຜູ້ໃຫຍ່ ທັງ ຊາຍ ແລະ ຍິງ Dialogue: 0,0:10:39.00,0:10:43.00,Default,,0000,0000,0000,,ທີ່ກຳລັງສັ່ນແຂນຂາແບບບັງຄັບບໍ່ໄດ້, ອອກຈັງຫວະດົນຕີ, Dialogue: 0,0:10:43.00,0:10:47.00,Default,,0000,0000,0000,,ລໍຖ້າໃຫ້ມັນຈົບຄືນເພື່ອຊິໄດ້ເອົາໄປຂຽນເປັນບົດ. Dialogue: 0,0:10:47.00,0:10:53.00,Default,,0000,0000,0000,,ບາດນີ້ ລະບົບການສຶກສາຂອງພວກເຮົາແມ່ນໄດ້ຢືນຢູ່ບົນພື້ນຖານຂອງແນວຄວາມຄິດຂອງຄວາມສາມາດທາງວິຊາການ. Dialogue: 0,0:10:53.00,0:10:56.00,Default,,0000,0000,0000,,ແລະ ມັນກໍ່ມີເຫດຜົນ. Dialogue: 0,0:10:56.00,0:10:58.00,Default,,0000,0000,0000,,ລະບົບທັງໝົດແມ່ນໄດ້ຖືກສ້າງຂຶ້ນ - ໃນທົ່ວໂລກ, ແຕ່ກ່ອນ Dialogue: 0,0:10:58.00,0:11:00.00,Default,,0000,0000,0000,,ບໍ່ມີລະບົບການສຶກສາສຳລັບມວນຊົນ, ເວົ້າແທ້, ກ່ອນສັດຕະວັດທີ 19. Dialogue: 0,0:11:00.00,0:11:03.00,Default,,0000,0000,0000,,ມັນກາຍມາເປັນຮູບເປັນຮ່າງ Dialogue: 0,0:11:03.00,0:11:04.00,Default,,0000,0000,0000,,ເພື່ອສະໜອງໃຫ້ກັບຄວາມຕ້ອງການຂອງລັດທິອຸດສາຫະກຳ. Dialogue: 0,0:11:04.00,0:11:07.00,Default,,0000,0000,0000,,ສະນັ້ນ ລຳດັບຊັ້ນທີ່ໄດ້ກ່າວມາ ກໍ່ມີຮາກຖານມາຈາກແນວຄວາມຄິດສອງຢ່າງ. Dialogue: 0,0:11:07.00,0:11:11.00,Default,,0000,0000,0000,,ອັນທີໜຶ່ງ, ແມ່ນວິຊາທີ່ເປັນປະໂຫຍດທີ່ສຸດສຳລັບການເຮັດວຽກ Dialogue: 0,0:11:11.00,0:11:13.00,Default,,0000,0000,0000,,ແມ່ນຢູ່ສູງສຸດ. ສະນັ້ນ ທ່ານຄົງຈະໄດ້ຖືກຈູງອອກໃຫ້ຫ່າງຈາກ Dialogue: 0,0:11:13.00,0:11:15.00,Default,,0000,0000,0000,,ສິ່ງໃນໂຮງຮຽນໃນຕອນທີ່ທ່ານຍັງນ້ອຍ, ສິ່ງທີ່ທ່ານມັກ, Dialogue: 0,0:11:15.00,0:11:17.00,Default,,0000,0000,0000,,ບົນພື້ນຖານທີ່ວ່າທ່ານຈະ Dialogue: 0,0:11:17.00,0:11:20.00,Default,,0000,0000,0000,,ບໍ່ມີມື້ໄດ້ວຽກຍ້ອນການເຮັດສິ່ງນັ້ນ. ແມ່ນບໍ? Dialogue: 0,0:11:20.00,0:11:22.00,Default,,0000,0000,0000,,ບໍ່ຕ້ອງຮຽນດົນຕີ, ເຈົ້າຈະບໍ່ໄດ້ເປັນນັກດົນຕີດອກ; Dialogue: 0,0:11:22.00,0:11:24.00,Default,,0000,0000,0000,,ບໍ່ຕ້ອງຮຽນແຕ້ມ, ເຈົ້າຊິບໍ່ໄດ້ເປັນນັກແຕ້ມດອກ. Dialogue: 0,0:11:25.00,0:11:29.00,Default,,0000,0000,0000,,ຄຳແນະນຳທີ່ຫວັງດີ - ບາດນີ້, ເປັນສິ່ງຜິດພາດຢ່າງຍິ່ງ. ໂລກໜ່ວຍນີ້ Dialogue: 0,0:11:29.00,0:11:30.00,Default,,0000,0000,0000,,ຖືກຄອບຄຸມດ້ວຍການປະຕິວັດ. Dialogue: 0,0:11:30.00,0:11:33.00,Default,,0000,0000,0000,,ແລະ ອັນທີສອງ ແມ່ນຄວາມສາມາດທາງວິຊາການ, ເຊິ່ງໄດ້ກາຍມາຄອບງຳ Dialogue: 0,0:11:33.00,0:11:34.00,Default,,0000,0000,0000,,ມຸມມອງຂອງເຮົາຕໍ່ກັບຄວາມສະຫຼາດ, Dialogue: 0,0:11:34.00,0:11:37.00,Default,,0000,0000,0000,,ເພາະວ່າມະຫາວິທະຍາໄລ ໄດ້ອອກແບບລະບົບທີ່ສະທ້ອນຮູບລັກຂອງມັນເອງ. Dialogue: 0,0:11:37.00,0:11:39.00,Default,,0000,0000,0000,,ຖ້າທ່ານຄິດເບິ່ງ, ລະບົບທັງໝົດ Dialogue: 0,0:11:39.00,0:11:41.00,Default,,0000,0000,0000,,ຂອງການສຶກສາມວນຊົນທົ່ວໂລກແມ່ນຂະບວນການຂະຫຍາຍຕົວ Dialogue: 0,0:11:41.00,0:11:43.00,Default,,0000,0000,0000,,ຂອງການເຂົ້າມະຫາວິທະຍາໄລ. Dialogue: 0,0:11:43.00,0:11:46.00,Default,,0000,0000,0000,,ແລະ ຜົນໄດ້ຮັບກໍ່ແມ່ນວ່າຫຼາຍຄົນທີ່ມີແວວສູງ, Dialogue: 0,0:11:46.00,0:11:48.00,Default,,0000,0000,0000,,ຫຼັກແຫຼມ, ສ້າງສັນ ຄິດວ່າເຂົາເຈົ້າບໍ່ໄດ້ເປັນແນວນັ້ນ, Dialogue: 0,0:11:48.00,0:11:50.00,Default,,0000,0000,0000,,ຍ້ອນວ່າສິ່ງທີ່ເຂົາເກ່ງຢູ່ໃນໂຮງຮຽນ Dialogue: 0,0:11:50.00,0:11:54.00,Default,,0000,0000,0000,,ບໍ່ໄດ້ມີຄ່າ, ຫຼື ເປັນສິ່ງທີ່ຖືກປະນາມ. Dialogue: 0,0:11:54.00,0:11:56.00,Default,,0000,0000,0000,,ແລະ ຂ້າພະເຈົ້າຄິດວ່າພວກເຮົາບໍ່ສາມາດສືບຕໍ່ໄປໃນທາງນີ້ໄດ້ອີກ. Dialogue: 0,0:11:56.00,0:11:58.00,Default,,0000,0000,0000,,ໃນ 30 ປີ ຕໍ່ໜ້າ, ອີງຕາມອົງການ UNESCO, Dialogue: 0,0:11:58.00,0:12:01.00,Default,,0000,0000,0000,,ຈະມີຄົນທົ່ວໂລກທີ່ຈະຈົບ Dialogue: 0,0:12:01.00,0:12:03.00,Default,,0000,0000,0000,,ຈາກການສຶກສາຫຼາຍກວ່າທີ່ເຄີຍມີມາໃນປະຫວັດສາດ. Dialogue: 0,0:12:03.00,0:12:05.00,Default,,0000,0000,0000,,ຫຼາຍຄົນ, ແລະ ມັນກໍ່ແມ່ນສ່ວນປະກອບ Dialogue: 0,0:12:05.00,0:12:07.00,Default,,0000,0000,0000,,ຂອງທຸກສິ່ງທີ່ເຮົາໄດ້ເວົ້າກັນມາ - Dialogue: 0,0:12:07.00,0:12:10.00,Default,,0000,0000,0000,,ເຕັກໂນໂລຢິ ແລະ ຜົນການປ່ຽນແປງຂອງມັນ ຕໍ່ກັບການເຮັດວຽກ, ແລະ ການສຶກສາກ່ຽວກັບປະຊາກອນ Dialogue: 0,0:12:10.00,0:12:12.00,Default,,0000,0000,0000,,ແລະ ການຂະຫຍາຍຕົວອັນໄວວາຂອງປະຊາກອນ. Dialogue: 0,0:12:12.00,0:12:15.00,Default,,0000,0000,0000,,ທັນໃດ, ໃບປະກາດບໍ່ໄດ້ມີຄ່າຫຍັງໝົດອີກ. ບໍ່ແມ່ນບໍ? Dialogue: 0,0:12:15.00,0:12:19.00,Default,,0000,0000,0000,,ຕອນທີ່່ຂ້າພະເຈົ້າເປັນນັກສຶກສາ, ຖ້າເຈົ້າໄດ້ໃບປະກາດ, ເຈົ້າໄດ້ວຽກ. Dialogue: 0,0:12:19.00,0:12:22.00,Default,,0000,0000,0000,,ຖ້າເຈົ້າບໍ່ມີວຽກ ມັນແມ່ນຍ້ອນວ່າເຈົ້າບໍ່ຢາກໄດ້. Dialogue: 0,0:12:22.00,0:12:25.00,Default,,0000,0000,0000,,ແລະ ຂ້າພະເຈົ້າກໍ່ບໍ່ໄດ້ຢາກໄດ້ວຽກດອກ, ເວົ້າແທ້. (ຫົວ) Dialogue: 0,0:12:25.00,0:12:30.00,Default,,0000,0000,0000,,ແຕ່ດຽວນີ້ ເດັກທີ່ມີໃບປະກາດສ່ວນຫຼາຍ Dialogue: 0,0:12:30.00,0:12:31.00,Default,,0000,0000,0000,,ກັບເມືອເຮືອນເພື່ອໄປສືບຕໍ່ຫຼິ້ນ ວີດີໂອ ເກມ, Dialogue: 0,0:12:31.00,0:12:34.00,Default,,0000,0000,0000,,ເພາະວ່າເຈົ້າຕ້ອງໄດ້ປະລິນຍາໂທເພື່ອເຮັດວຽກທີ່ແຕ່ກ່ອນຕ້ອງການແຕ່ປະລິນຍາຕີ, Dialogue: 0,0:12:34.00,0:12:37.00,Default,,0000,0000,0000,,ແລະ ດຽວນີ້ເຈົ້າກໍ່ຕ້ອງໄດ້ມີປະລິນຍາເອກເພື່ອເຮັດວຽກຂອງໂທ. Dialogue: 0,0:12:37.00,0:12:39.00,Default,,0000,0000,0000,,ມັນແມ່ນຂະບວນການຂອງ ວິຊາການເຟີ້. Dialogue: 0,0:12:39.00,0:12:41.00,Default,,0000,0000,0000,,ແລະ ມັນບົ່ງບອກເຖິງໂຄງສ້າງຂອງການສຶກສາທັງໝົດ Dialogue: 0,0:12:41.00,0:12:43.00,Default,,0000,0000,0000,,ທີ່ກຳລັງເຄື່ອນຍ້າຍພາຍໃຕ້ແຕ່ລະບາດກ້າວຂອງເຮົາ. ພວກເຮົາຕ້ອງໄດ້ຄິດໃໝ່ກ່ຽວກັບພື້ນຖານ Dialogue: 0,0:12:43.00,0:12:44.00,Default,,0000,0000,0000,,ຂອງມຸມມອງຂອງເຮົາກ່ຽວກັບຄວາມສະຫຼາດ. Dialogue: 0,0:12:44.00,0:12:46.00,Default,,0000,0000,0000,,ພວກເຮົາຮູ້ຢູ່ ສາມ ຢ່າງ ກ່ຽວກັບຄວາມສະຫຼາດ. Dialogue: 0,0:12:46.00,0:12:49.00,Default,,0000,0000,0000,,ອັນທີໜຶ່ງ, ມັນຫຼາກຫຼາຍ. ເຮົາຄິດກ່ຽວກັບໂລກນີ້ໃນທາງ Dialogue: 0,0:12:49.00,0:12:51.00,Default,,0000,0000,0000,,ທີ່ພວກເຮົາໄດ້ປະສົບກັບມັນ. ເຮົາຄິດເປັນພາບ, Dialogue: 0,0:12:51.00,0:12:54.00,Default,,0000,0000,0000,,ເຮົາຄິດເປັນສຽງ, ເຮົາຄິດແບບເປີດຮັບ. Dialogue: 0,0:12:54.00,0:12:57.00,Default,,0000,0000,0000,,ເຮົາຄິດແບບນາມມະທຳ, ເຮົາຄິດແບບເຄື່ອນໄຫວ. Dialogue: 0,0:12:57.00,0:12:59.00,Default,,0000,0000,0000,,ອັນທີສອງ, ຄວາມສະຫຼາດມີການເຄື່ອນທີ່. Dialogue: 0,0:12:59.00,0:13:02.00,Default,,0000,0000,0000,,ຖ້າພວກທ່ານເບິ່ງຈາກການພົວພັນຂອງສະໝອງຂອງຄົນ, ດັ່ງທີ່ເຮົາໄດ້ຍິນ Dialogue: 0,0:13:02.00,0:13:05.00,Default,,0000,0000,0000,,ມື້ວານນີ້ ຈາກບົດສະເໜີຫຼາຍບົດ, Dialogue: 0,0:13:05.00,0:13:07.00,Default,,0000,0000,0000,,ຄວາມສະຫຼາດ ແມ່ນມີການພົວພັນແລກປ່ຽນກັນຢ່າງມະຫັດສະຈັນ. Dialogue: 0,0:13:07.00,0:13:10.00,Default,,0000,0000,0000,,ສະໝອງບໍ່ໄດ້ຖືກແບ່ງອອກເປັນຫ້ອງ. Dialogue: 0,0:13:10.00,0:13:13.00,Default,,0000,0000,0000,,ອັນທີ່ຈິງ, ຄວາມຄິດສ້າງສັນ - ເຊິ່ງຂ້າພະເຈົ້ານິຍາມວ່າເປັນຂະບວນການ Dialogue: 0,0:13:13.00,0:13:15.00,Default,,0000,0000,0000,,ຂອງການມີແນວຄວາມຄິດທີ່ເປັນເອກກະລັກ ທີ່ມີຄ່າ - Dialogue: 0,0:13:15.00,0:13:18.00,Default,,0000,0000,0000,,ສ່ວນຫຼາຍໄດ້ມາຈາກການພົວພັນແລກປ່ຽນ Dialogue: 0,0:13:18.00,0:13:21.00,Default,,0000,0000,0000,,ລະຫວ່າງການສັງເກດສິ່ງຕ່າງໆດ້ວຍຫຼັກວິທີການຫຼາຍແບບທີ່ແຕກຕ່າງກັນ. Dialogue: 0,0:13:21.00,0:13:23.00,Default,,0000,0000,0000,,ສະໝອງແມ່ນມີເຈດຕະນາ - ອີກປະການໜຶ່ງ, Dialogue: 0,0:13:23.00,0:13:26.00,Default,,0000,0000,0000,,ມີເສັ້ນປະສາດສາຍໜຶ່ງທີ່ເຊື່ອມຕໍ່ສະໝອງທັງສອງຂ້າງ Dialogue: 0,0:13:26.00,0:13:28.00,Default,,0000,0000,0000,,ເອີ້ນວ່າ ຄໍປັສ ຄາລອສຊຳ. ສິ່ງນີ້ຈະມີຄວາມໜາ ກວ່າໃນສະໝອງຂອງແມ່ຍິງ. Dialogue: 0,0:13:28.00,0:13:30.00,Default,,0000,0000,0000,,ສືບຕໍ່ຈາກ ເຮເລັນ ມື້ວານນີ້, ຂ້າພະເຈົ້າຄິດວ່າ Dialogue: 0,0:13:30.00,0:13:34.00,Default,,0000,0000,0000,,ສິ່ງນີ້ອາດແມ່ນເຫດຜົນທີ່ແມ່ຍິງເກ່ງກວ່າໃນການເຮັດວຽກຫຼາຍອັນພ້ອມກັນ. Dialogue: 0,0:13:34.00,0:13:36.00,Default,,0000,0000,0000,,ເພາະວ່າພວກທ່ານເກ່ງກວ່າແທ້, ບໍ່ແມ່ນບໍ? Dialogue: 0,0:13:36.00,0:13:39.00,Default,,0000,0000,0000,,ມີການຄົ້ນຄວ້າເປັນແພ, ແຕ່ຂ້າພະເຈົ້າຮູ້ຈາກປະສົບການຊີວິດສ່ວນຕົວ. Dialogue: 0,0:13:39.00,0:13:41.00,Default,,0000,0000,0000,,ຖ້າເມຍຂ້າພະເຈົ້າຫາກກຳລັງແຕ່ງກິນຢູ່ເຮືອນ - Dialogue: 0,0:13:41.00,0:13:45.00,Default,,0000,0000,0000,,ເຊິ່ງໄຄແຕ່ ບໍ່ເລື້ອຍປານໃດ. (ຫົວ) Dialogue: 0,0:13:45.00,0:13:48.00,Default,,0000,0000,0000,,ແຕ່ທ່ານກໍ່ຮູ້, ລາວກຳລັງເຮັດ - ບໍ່ແມ່ນ, ລາວເຮັດໄດ້ດີໃນບາງສິ່ງ - Dialogue: 0,0:13:48.00,0:13:50.00,Default,,0000,0000,0000,,ແຕ່ຖ້າລາວກຳລັງເຮັດກິນ, ຫັ້ນລະ, Dialogue: 0,0:13:50.00,0:13:52.00,Default,,0000,0000,0000,,ແມ່ນ ລາວກຳລັງລົມໂທລະສັບນຳ, Dialogue: 0,0:13:52.00,0:13:55.00,Default,,0000,0000,0000,,ລາວກຳລັງລົມກັບລູກນຳ, ລາວກຳລັງທາສີເພດານເຮືອນນຳ, Dialogue: 0,0:13:55.00,0:13:58.00,Default,,0000,0000,0000,,ລາວກຳລັງປາດຫົວໃຈນຳ. Dialogue: 0,0:13:58.00,0:14:01.00,Default,,0000,0000,0000,,ຖ້າແມ່ນຂ້າພະເຈົ້າເຮັດກິນ, ປະຕູຕ້ອງປິດ, ລູກຕ້ອງຢູ່ນອກ, Dialogue: 0,0:14:01.00,0:14:04.00,Default,,0000,0000,0000,,ໂທລະສັບແມ່ນແຂວນໄວ້ຢູ່ບ່ອນຂອງມັນ, ຖ້າລາວເຂົ້າມາຂ້າພະເຈົ້າຈະອາລົມເສຍ. Dialogue: 0,0:14:04.00,0:14:17.00,Default,,0000,0000,0000,,ຂ້າພະເຈົ້າຈະເວົ້າວ່າ, “ເທີຣີ່, ຂໍຮ້ອງ, ຂ້ອຍກຳລັງຈືນໄຂ່ຢູ່ໃນໜີ້. ໃຫ້ເວລາຂ້ອຍແດ່.” (ຫົວ) Dialogue: 0,0:14:17.00,0:14:19.00,Default,,0000,0000,0000,,ອັນທີ່ຈິງ, ທ່ານຮູ້ສຳນວນປັດຊະຍາເກົ່າອັນໜຶ່ງບໍ່, Dialogue: 0,0:14:19.00,0:14:22.00,Default,,0000,0000,0000,,ຖ້າຕົ້ນໄມ້ລົ້ມໃນປ່າ ແລະ ບໍ່ມີໃຜໄດ້ຍິນ, Dialogue: 0,0:14:22.00,0:14:25.00,Default,,0000,0000,0000,,ແມ່ນມັນໄດ້ເກີດຂຶ້ນແທ້ບໍ? ຈື່ຕົ້ນຖົ່ວຕົ້ນນັ້ນໄດ້ບໍ? Dialogue: 0,0:14:25.00,0:14:28.00,Default,,0000,0000,0000,,ຂ້າພະເຈົ້າໄດ້ເຫັນເສື້ອຢືດຄັກໆອັນໜຶ່ງໃນມໍ່ໆນີ້ ທີ່ຂຽນວ່າ, “ຖ້າຊາຍຜູ້ໜຶ່ງຫາກເວົ້າຄວາມຄິດແທ້ໆຂອງລາວ Dialogue: 0,0:14:28.00,0:14:31.00,Default,,0000,0000,0000,,ຢູ່ໃນປ່າ, ແລະ ບໍ່ມີແມ່ຍິງຄົນໃດໄດ້ຍິນລາວ, Dialogue: 0,0:14:31.00,0:14:40.00,Default,,0000,0000,0000,,ລາວກໍ່ຍັງຈະຜິດບໍ?” (ຫົວ) Dialogue: 0,0:14:40.00,0:14:42.00,Default,,0000,0000,0000,,ແລະ ອັນທີສາມ ກ່ຽວກັບຄວາມສະຫຼາດ ແມ່ນ, Dialogue: 0,0:14:43.00,0:14:45.00,Default,,0000,0000,0000,,ມັນແຕກຕ່າງ. ຂ້າພະເຈົ້າກຳລັງຂຽນປຶ້ມເຫຼັ້ມໃໝ່ຢູ່ດຽວນີ້ Dialogue: 0,0:14:45.00,0:14:47.00,Default,,0000,0000,0000,,ເອີ້ນວ່າ “ການປາກົດຕົວ,” ເຊິ່ງອີງໃສ່ຫຼາຍຊຸດຂອງ Dialogue: 0,0:14:47.00,0:14:49.00,Default,,0000,0000,0000,,ການສຳພາດຄົນກ່ຽວກັບການຄົ້ນພົບ Dialogue: 0,0:14:49.00,0:14:51.00,Default,,0000,0000,0000,,ພອນສະຫວັນຂອງເຂົາ. ຂ້າພະເຈົ້າຕິດໃຈກ່ຽວກັບວ່າຄົນເຮົາໄປຮອດຈຸດນັ້ນໄດ້ແນວໃດ. Dialogue: 0,0:14:51.00,0:14:54.00,Default,,0000,0000,0000,,ມັນເກີດມາຈາກບົດສົນທະນາອັນໜຶ່ງຂອງຂ້າພະເຈົ້າ Dialogue: 0,0:14:54.00,0:14:56.00,Default,,0000,0000,0000,,ກັບແມ່ຍິງທີ່ໜ້າອັດສະຈັນຜູ້ໜຶ່ງ ເຊິ່ງບາງທີຄົນສ່ວນຫຼາຍ Dialogue: 0,0:14:56.00,0:14:58.00,Default,,0000,0000,0000,,ອາດຈະບໍ່ເຄີຍໄດ້ຍິນ, ລາວຊື່ ກີລຽນ ລິນ, Dialogue: 0,0:14:58.00,0:15:00.00,Default,,0000,0000,0000,,ທ່ານເຄີຍໄດ້ຍິນກ່ຽວກັບລາວບໍ? ບາງຄົນເຄີຍໄດ້ຍິນເນາະ. ລາວເປັນນັກອອກແບບທ່າເຕັ້ນ Dialogue: 0,0:15:00.00,0:15:02.00,Default,,0000,0000,0000,,ແລະ ໝົດທຸກຄົນຮູ້ຜົນງານຂອງລາວ. Dialogue: 0,0:15:02.00,0:15:04.00,Default,,0000,0000,0000,,ລາວໄດ້ເຮັດ “Cats,” ແລະ “Phanthom of the Opera.” Dialogue: 0,0:15:04.00,0:15:08.00,Default,,0000,0000,0000,,ລາວເກ່ງ. ຂ້າພະເຈົ້າເຄີຍເປັນໜຶ່ງໃນຄະນະກຳມະການຂອງ Royal Ballet, ໃນອັງກິດ, Dialogue: 0,0:15:08.00,0:15:10.00,Default,,0000,0000,0000,,ດັ່ງທີ່ທ່ານເຫັນ. Dialogue: 0,0:15:10.00,0:15:12.00,Default,,0000,0000,0000,,ຈັ່ງໃດກໍ່ຢ່າ, ກີລຽນ ແລະ ຂ້າພະເຈົ້າໄດ້ຮ່ວມກິນເຂົ້າທ່ຽງໃນມື້ໜຶງ ແລະ ຂ້າພະເຈົ້າໄດ້ເວົ້າວ່າ, Dialogue: 0,0:15:12.00,0:15:14.00,Default,,0000,0000,0000,,“ກີລຽນ, ເຮັດແນວໃດເຈົ້າຈິ່ງໄດ້ເປັນນັກເຕັ້ນ?” ແລະ ລາວໄດ້ບອກວ່າ Dialogue: 0,0:15:14.00,0:15:16.00,Default,,0000,0000,0000,,ມັນກໍ່ເປັນຕາສົນໃຈຢູ່, ໃນຕອນທີ່ລາວຍັງເຂົ້າໂຮງຮຽນຢູ່ນັ້ນ, Dialogue: 0,0:15:16.00,0:15:19.00,Default,,0000,0000,0000,,ລາວບໍ່ມີຫວັງເລີຍ. ແລະທາງໂຮງຮຽນ, ໃນຊຸມປີ 30 Dialogue: 0,0:15:19.00,0:15:21.00,Default,,0000,0000,0000,,ໄດ້ຂຽນເຖິງພໍ່ແມ່ຂອງລາວວ່າ, “ທາງເຮົາຄິດວ່າ Dialogue: 0,0:15:21.00,0:15:23.00,Default,,0000,0000,0000,,ກີລຽນ ມີປັນຫາດ້ານການຮັບຮູ້.” ລາວບໍ່ສາມາດຕັ້ງສະມາທິ, Dialogue: 0,0:15:23.00,0:15:25.00,Default,,0000,0000,0000,,ລາວຢູ່ບໍ່ສະຫງົບ. ຂ້າພະເຈົ້າຄິດວ່າປະຈຸບັນນີ້ເຂົາຄືຊິເວົ້າວ່າ Dialogue: 0,0:15:25.00,0:15:29.00,Default,,0000,0000,0000,,ລາວເປັນພະຍາດສະມາທິສັ້ນ. ທ່ານບໍ່ຄິດບໍ? ແຕ່ຕອນນັ້ນຍັງແມ່ນຊຸມປີ 1930, Dialogue: 0,0:15:29.00,0:15:32.00,Default,,0000,0000,0000,,ແລະ ພະຍາດສະມາທິສັ້ນ ກໍ່ຍັງບໍ່ທັນໄດ້ຖືກສ້າງຂຶ້ນມາເທື່ອ. Dialogue: 0,0:15:32.00,0:15:35.00,Default,,0000,0000,0000,,ມັນຍັງເປັນພະຍາດທີ່ບໍ່ສາມາດມີໄດ້ເທື່ອ. (ຫົວ) Dialogue: 0,0:15:35.00,0:15:39.00,Default,,0000,0000,0000,,ຄົນເຮົາບໍ່ໄດ້ຮູ້ວ່າພວກເຂົາສາມາດເປັນພະຍາດນີ້ໄດ້. Dialogue: 0,0:15:39.00,0:15:43.00,Default,,0000,0000,0000,,ຈັ່ງໃດກໍ່ຢ່າ, ລາວໄດ້ໄປຫາຊ່ຽວຊານຜູ້ໜຶ່ງ. ໃນຫ້ອງທີ່ເຮັດດ້ວຍໄມ້ໂອ໋ກ, Dialogue: 0,0:15:43.00,0:15:46.00,Default,,0000,0000,0000,,ແລະ ແມ່ຂອງລາວກໍ່ໄດ້ໄປນຳ, Dialogue: 0,0:15:46.00,0:15:49.00,Default,,0000,0000,0000,,ແລະ ລາວກໍ່ຖືກພາໄປນັ່ງຢູ່ຕັ່ງທີ່ຢູ່ແຈສຸດ, Dialogue: 0,0:15:49.00,0:15:51.00,Default,,0000,0000,0000,,ແລະ ລາວກໍ່ໄດ້ນັ່ງຢອງມືຂອງລາວເປັນເວລາ 20 ນາທີ ໃນຂະໜະທີ່ Dialogue: 0,0:15:51.00,0:15:53.00,Default,,0000,0000,0000,,ຊາຍຜູ້ໜຶ່ງໄດ້ລົມກັບແມ່ຂອງລາວກ່ຽວກັບ Dialogue: 0,0:15:53.00,0:15:57.00,Default,,0000,0000,0000,,ປັນຫາທັງໝົດທີ່ ກີລຽນ ມີຢູ່ໃນໂຮງຮຽນ. ແລະ ໃນຕອນທ້າຍ - Dialogue: 0,0:15:57.00,0:15:59.00,Default,,0000,0000,0000,,ຍ້ອນວ່າລາວໄດ້ລົບກວນຄົນອື່ນ, Dialogue: 0,0:15:59.00,0:16:01.00,Default,,0000,0000,0000,,ວຽກບ້ານຂອງລາວແມ່ນໄດ້ສົ່ງຊ້າຕະຫຼອດ, ແລະ ອື່ນໆ, Dialogue: 0,0:16:01.00,0:16:04.00,Default,,0000,0000,0000,,ເດັກນ້ອຍອາຍຸ ແປດ ປີ - ສຸດທ້າຍ, ທ່ານໝໍ ໄດ້ ຍ່າງໄປນັ່ງລົງ Dialogue: 0,0:16:04.00,0:16:06.00,Default,,0000,0000,0000,,ຂ້າງ ກີລຽນ ແລະ ເວົ້າວ່າ, “ກີລຽນ, Dialogue: 0,0:16:06.00,0:16:08.00,Default,,0000,0000,0000,,ຂ້ອຍໄດ້ຟັງທຸກຢ່າງທີ່ແມ່ເຈົ້າ Dialogue: 0,0:16:08.00,0:16:10.00,Default,,0000,0000,0000,,ໄດ້ບອກຂ້ອຍແລ້ວ, ແລະ ຂ້ອຍຕ້ອງໄດ້ເວົ້ານຳລາວເປັນການສ່ວນຕົວ.” Dialogue: 0,0:16:10.00,0:16:13.00,Default,,0000,0000,0000,,ລາວໄດ້ເວົ້າວ່າ, “ລໍຖ້າຢູ່ໜີ້ເດີ້, ຈັກໜ້ອຍພວກເຮົາຊິກັບມາ, ບໍ່ດົນດອກ.” Dialogue: 0,0:16:13.00,0:16:15.00,Default,,0000,0000,0000,,ແລະ ພວກເຂົາກໍ່ໄດ້ອອກໄປ ແລະ ປະລາວໄວ້ຜູ້ດຽວ. Dialogue: 0,0:16:15.00,0:16:17.00,Default,,0000,0000,0000,,ແລະ ກ່ອນທີ່ທັງສອງຈະອອກຈາກຫ້ອງ, ຜູ້ຊ່ຽວຊານໄດ້ເປີດວິທະຍຸ Dialogue: 0,0:16:17.00,0:16:19.00,Default,,0000,0000,0000,,ເຊິ່ງຢູ່ໜ້າໂຕະຂອງລາວປະໄວ້. ແລະ ເມື່ອພວກເພິ່ນ Dialogue: 0,0:16:19.00,0:16:21.00,Default,,0000,0000,0000,,ໄດ້ອອກໄປຈາກຫ້ອງ, ຊ່ຽວຊານໄດ້ບອກແມ່ຂອງລາວວ່າ, Dialogue: 0,0:16:21.00,0:16:24.00,Default,,0000,0000,0000,,“ຢືນເບິ່ງລາວຢູ່ໜີ້ເດີ້.” ແລະ ໃນນາທີທີ່ພວກເພິ່ນໄດ້ອອກຈາກຫ້ອງ, Dialogue: 0,0:16:24.00,0:16:28.00,Default,,0000,0000,0000,,ລາວໄດ້ບອກຂ້ອຍວ່າ, ລາວໄດ້ລຸກຂຶ້ນ, ເຄື່ອນຍ້າຍໄປຕາມສຽງດົນຕີ. Dialogue: 0,0:16:28.00,0:16:30.00,Default,,0000,0000,0000,,ແລະ ພວກເພິ່ນກໍ່ໄດ້ເບິ່ງຢູ່ສາມສີ່ນາທີ Dialogue: 0,0:16:30.00,0:16:33.00,Default,,0000,0000,0000,,ແລະ ຊ່ຽວຊານກໍ່ໄດ້ຫັນຫາແມ່ລາວ ແລະ ເວ້ົາວ່າ, Dialogue: 0,0:16:33.00,0:16:37.00,Default,,0000,0000,0000,,“ມາດາມ ລິນ, ກີລຽນ ບໍ່ໄດ້ປ່ວຍດອກ, ລາວເປັນນັກເຕັ້ນ. Dialogue: 0,0:16:37.00,0:16:39.00,Default,,0000,0000,0000,,ພາລາວໄປເຂົ້າໂຮງຮຽນເຕັ້ນສາ.” Dialogue: 0,0:16:39.00,0:16:41.00,Default,,0000,0000,0000,,ຂ້າພະເຈົ້າໄດ້ຖາມວ່າ, “ແລ້ວເກີດຫຍັງຂຶ້ນ?” Dialogue: 0,0:16:41.00,0:16:44.00,Default,,0000,0000,0000,,ລາວໄດ້ເວົ້າວ່າ, “ແມ່ຂ້ອຍກໍ່ເຮັດຕາມ. ຂ້ອຍບອກເຈົ້າໄດ້ເລີຍວ່າມັນວິເສດຂະໜາດໃດ. Dialogue: 0,0:16:44.00,0:16:46.00,Default,,0000,0000,0000,,ເຮົາຍ່າງເຂົ້າໄປໃນຫ້ອງໜຶ່ງ ແລະ ມັນກໍ່ເຕັມໄປດ້ວຍ Dialogue: 0,0:16:46.00,0:16:49.00,Default,,0000,0000,0000,,ຄົນຄືຂ້ອຍ. ຄົນທີ່ບໍ່ສາມາດນັ່ງຢູ່ຊື່ໆໄດ້. Dialogue: 0,0:16:49.00,0:16:52.00,Default,,0000,0000,0000,,ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້.” ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້. Dialogue: 0,0:16:52.00,0:16:54.00,Default,,0000,0000,0000,,ພວກເຂົາໄດ້ຮຽນ ບາເລ, ພວກເຂົາໄດ້ຮຽນ ແທ໋ບ, ພວກເຂົາໄດ້ຮຽນ ແຈັສ, Dialogue: 0,0:16:54.00,0:16:56.00,Default,,0000,0000,0000,,ພວກເຂົາຮຽນດົນຕີສະໄໝໃໝ່, ພວກເຂົາໄດ້ຮຽນດົນຕີຮ່ວມສະໄໝ. Dialogue: 0,0:16:56.00,0:16:59.00,Default,,0000,0000,0000,,ໃນທີ່ສຸດລາວກໍ່ໄດ້ເສັງເຂົ້າໂຮງຮຽນ Royal Ballet, Dialogue: 0,0:16:59.00,0:17:01.00,Default,,0000,0000,0000,,ລາວໄດ້ກາຍເປັນຜູ້ບັນເລງດ່ຽວ, ລາວໄດ້ມີອາຊີບທີ່ໜ້າອັດສະຈັນ Dialogue: 0,0:17:01.00,0:17:03.00,Default,,0000,0000,0000,,ທີ່ໂຮງຮຽນ Royal Ballet. ໃນທີ່ສຸດລາວກໍ່ຮຽນຈົບ Dialogue: 0,0:17:03.00,0:17:05.00,Default,,0000,0000,0000,,ຈາກໂຮງຮຽນ Royal Ballet ແລະ Dialogue: 0,0:17:05.00,0:17:08.00,Default,,0000,0000,0000,,ໄດ້ຕັ້ງບໍລິສັດຂອງຕົນເອງ - ບໍລິສັດ ກີລຽນ ລິນ ແດ໋ນສ - Dialogue: 0,0:17:08.00,0:17:11.00,Default,,0000,0000,0000,,ໄດ້ພົບກັບ ແອນດຣິວ ລອຍ ເວັບເບີ. ລາວໄດ້ຮັບຜິດຊອບ Dialogue: 0,0:17:11.00,0:17:13.00,Default,,0000,0000,0000,,ງານສະແດງດົນຕີທີ່ປະສົບຜົນສຳເລັດຫຼາຍອັນ Dialogue: 0,0:17:13.00,0:17:18.00,Default,,0000,0000,0000,,ໃນປະຫວັດສາດ, ລາວໄດ້ມອບຄວາມສຸກໃຫ້ກັບຄົນຫຼາຍລ້ານ, Dialogue: 0,0:17:18.00,0:17:21.00,Default,,0000,0000,0000,,ແລະ ລາວກໍ່ແມ່ນມະຫາເສດຖີເງິນຫຼາຍລ້ານ. ຄົນອື່ນ Dialogue: 0,0:17:21.00,0:17:25.00,Default,,0000,0000,0000,,ອາດຈະໄດ້ຈັບລາວກິນຢາ ແລະ ບອກໃຫ້ລາວ Dialogue: 0,0:17:25.00,0:17:27.00,Default,,0000,0000,0000,,ສະຫງົບລົງ. Dialogue: 0,0:17:27.00,0:17:30.00,Default,,0000,0000,0000,,ບາດນີ້, ຂ້າພະເຈົ້າຄິດວ່າ ... (ຕົບມື) ສິ່ງທີ່ຂ້າພະເຈົ້າຄິດ ມັນກາຍມາເປັນສິ່ງນີ້: Dialogue: 0,0:17:30.00,0:17:32.00,Default,,0000,0000,0000,,ອາລ ກໍ ໄດ້ກ່າວໃນຄືນກ່ອນ Dialogue: 0,0:17:32.00,0:17:35.00,Default,,0000,0000,0000,,ກ່ຽວກັບລະບົບນິເວດ, ແລະ ການປະຕິວັດທີ່ໄດ້ຖືກກະຕຸ້ນໂດຍ ຣາແຊລ ຄາສັນ. Dialogue: 0,0:17:35.00,0:17:39.00,Default,,0000,0000,0000,,ຂ້າພະເຈົ້າເຊື່ອວ່າຄວາມຫວັງອັນດຽວຂອງພວກເຮົາຕໍ່ອະນາຄົດ Dialogue: 0,0:17:39.00,0:17:42.00,Default,,0000,0000,0000,,ແມ່ນການຮັບເອົາແນວຄວາມຄິດຂອງລະບົບນິເວດຂອງຄົນ, Dialogue: 0,0:17:42.00,0:17:46.00,Default,,0000,0000,0000,,ອັນທີ່ຄົນເຮົາເລີ່ມສ້າງແນວຄວາມຄິດຂອງພວກເຮົາໃໝ່ Dialogue: 0,0:17:46.00,0:17:48.00,Default,,0000,0000,0000,,ທີ່ກ່ຽວພັນກັບຄວາມອຸດົມຮັ່ງມີຂອງສະມັດຖະພາບຂອງຄົນ. Dialogue: 0,0:17:48.00,0:17:52.00,Default,,0000,0000,0000,,ລະບົບການສຶກສາຂອງເຮົາໄດ້ຂຸດແນວຄິດຂອງຄົນໃນແບບ Dialogue: 0,0:17:52.00,0:17:54.00,Default,,0000,0000,0000,,ທີ່ເຮົາຂຸດຄົ້ນເອົາຊັບສົມບັດຈາກພື້ນໂລກ: ເພື່ອວັດຖຸສະເພາະອັນດຽວ. Dialogue: 0,0:17:54.00,0:17:57.00,Default,,0000,0000,0000,,ແລະ ໃນອະນາຄົດ, ມັນຈະບໍ່ໃຫ້ປະໂຫຍດກັບເຮົາ. Dialogue: 0,0:17:57.00,0:18:00.00,Default,,0000,0000,0000,,ພວກເຮົາຕ້ອງຄິດຄືນໃໝ່ເຖິງຫຼັກທຳພື້ນຖານ Dialogue: 0,0:18:00.00,0:18:02.00,Default,,0000,0000,0000,,ທີ່ເຮົາອີງໃສ່ເພື່ອສຶກສາລູກຫຼານຂອງເຮົາ. ມີ Dialogue: 0,0:18:02.00,0:18:06.00,Default,,0000,0000,0000,,ຄຳເວົ້າທີ່ວິເສດອັນໜຶ່ງ ໂດຍ ໂຈນາສ ຊອກ, ຜູ້ທີ່ໄດ້ເວົ້າວ່າ, “ຖ້າແມງໄມ້ທັງໝົດ Dialogue: 0,0:18:06.00,0:18:09.00,Default,,0000,0000,0000,,ຫາກຈະຫາຍໄປຈາກໂລກນີ້, Dialogue: 0,0:18:09.00,0:18:12.00,Default,,0000,0000,0000,,ພາຍໃນ 50 ປີ ສິ່ງມີຊີວິດທັງໝົດໃນໂລກນີ້ຄົງຈະຈົບລົງ. Dialogue: 0,0:18:12.00,0:18:15.00,Default,,0000,0000,0000,,ຖ້າຄົນທັງໝົດຫາກຫາຍໄປຈາກໂລກນີ້, Dialogue: 0,0:18:15.00,0:18:19.00,Default,,0000,0000,0000,,ພາຍໃນ 50 ປີ ສິ່ງມີຊີວິດທັງໝົດຈະເຕີບໃຫຍ່ຂະຫຍາຍຕົວຂຶ້ນ.” Dialogue: 0,0:18:19.00,0:18:21.00,Default,,0000,0000,0000,,ແລະ ລາວກໍ່ເວົ້າຖືກ. Dialogue: 0,0:18:21.00,0:18:24.00,Default,,0000,0000,0000,,ສິ່ງທີ່ TED ຍົກຍ້ອງແມ່ນພອນສະຫວັນຂອງຈິນຕະນາການຂອງຄົນ. Dialogue: 0,0:18:24.00,0:18:28.00,Default,,0000,0000,0000,,ພວກເຮົາຕ້ອງລະວັງໃນຕອນທີ່ເຮົານຳໃຊ້ພອນສະຫວັນອັນນີ້ Dialogue: 0,0:18:28.00,0:18:31.00,Default,,0000,0000,0000,,ໃຫ້ຫຼັກແຫຼມ, ແລະ ກໍ່ຕ້ອງຫຼີກລ່ຽງສະຖານະການ Dialogue: 0,0:18:31.00,0:18:34.00,Default,,0000,0000,0000,,ສະຖານະການທີ່ໄດ້ກ່າວມາແລ້ວ. ແລະ ທາງດຽວທີ່ Dialogue: 0,0:18:35.00,0:18:38.00,Default,,0000,0000,0000,,ພວກເຮົາຈະສາມາດເຮັດແນວນັ້ນໄດ້ ແມ່ນດ້ວຍການຕິດຕາມເບິ່ງສະມັດຖະນະຂອງຄວາມຄິດສ້າງສັນຂອງເຮົາ Dialogue: 0,0:18:38.00,0:18:40.00,Default,,0000,0000,0000,,ເພື່ອຄວາມອຸດົມຮັ່ງມີທີ່ເຮົາເປັນ, ແລະ ເບິ່ງ Dialogue: 0,0:18:40.00,0:18:43.00,Default,,0000,0000,0000,,ລູກຫຼານຂອງເຮົາເພື່ອຄວາມຫວັງທີ່ພວກເຂົາເປັນ. ແລະ ໜ້າທີ່ຂອງເຮົາ Dialogue: 0,0:18:43.00,0:18:46.00,Default,,0000,0000,0000,,ແມ່ນການສຶກສາສິ່ງທີ່ເປັນພວກເຂົາທັງໝົດ, ເພື່ອວ່າພວກເຂົາຈະສາມາດປະເຊີນກັບອະນາຄົດອັນນີ້. Dialogue: 0,0:18:46.00,0:18:49.00,Default,,0000,0000,0000,,ເຊິ່ງພວກເຮົາອາດຈະບໍ່ໄດ້ເຫັນອະນາຄົດອັນນີ້ກໍ່ມີ, Dialogue: 0,0:18:49.00,0:18:52.00,Default,,0000,0000,0000,,ແຕ່ພວກເຂົາຊິໄດ້ເຫັນ. ແລະ ວຽກຂອງເຮົາແມ່ນຊ່ວຍ Dialogue: 0,0:18:52.00,0:18:54.00,Default,,0000,0000,0000,,ພວກເຂົາໃຫ້ສ້າງສິ່ງໃດສິ່ງໜຶ່ງຈາກມັນໄດ້. ຂອບໃຈຫຼາຍໆ.