1 00:00:00,000 --> 00:00:07,000 ສະບາຍດີ. ພວກທ່ານເປັນແນວໃດແດ່? ຜ່ານມາຄັກຫຼາຍ ແມ່ນບໍ? 2 00:00:07,000 --> 00:00:11,000 ຂ້າພະເຈົ້າເກືອບຫງາຍຍ້ອນສິ່ງທີ່ໄດ້ເກີດຂຶ້ນທັງໝົດ. 3 00:00:11,000 --> 00:00:15,000 ອັນທີ່ຈິງ, ຂ້າພະເຈົ້າວ່າຈະກັບດີກວ່າ. (ຫົວ) 4 00:00:15,000 --> 00:00:19,000 ຜ່ານມາ ມີຢູ່ ສາມ ແກນ, ແມ່ນບໍ່, 5 00:00:19,000 --> 00:00:23,000 ທີ່ໄດ້ຜ່ານກອງປະຊຸມ, ເຊິ່ງກ່ຽວພັນ 6 00:00:23,000 --> 00:00:25,000 ກັບສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງ 7 00:00:25,000 --> 00:00:29,000 ອັນທີໜຶ່ງແມ່ນຫຼັກຖານອັນອັດສະຈັນ ຂອງຄວາມຄິດສ້າງສັນຂອງມະນຸດຊາດ 8 00:00:29,000 --> 00:00:32,000 ໃນບົດສະເໜີທັງໝົດທີ່ພວກເຮົາໄດ້ຟັງຜ່ານມາ 9 00:00:32,000 --> 00:00:35,000 ແລະ ຈາກໝົດທຸກຄົນທີ່ຢູ່ທີ່ນີ້. ສະເພາະແຕ່ ຄວາມຫຼາກຫຼາຍ 10 00:00:35,000 --> 00:00:38,000 ແລະ ຂອບເຂດ ຂອງມັນ ກໍ່ພໍແຮງແລ້ວ. ອັນທີສອງນັ້ນແມ່ນ 11 00:00:38,000 --> 00:00:41,000 ສິ່ງນີ້ ພາເຮົາມາຢູ່ໃນຈຸດທີ່ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນ, 12 00:00:41,000 --> 00:00:43,000 ໃນອະນາຄົດ. ບໍ່ຮູ້ເລີຍ 13 00:00:43,000 --> 00:00:45,000 ວ່າ ສິ່ງເຫຼົ່ານີ້ຈະຜັນຂະຫຍາຍໄປແນວທາງໃດ. 14 00:00:45,000 --> 00:00:48,000 ຂ້າພະເຈົ້າມີຄວາມສົນໃຈໃນການສຶກສາ - 15 00:00:48,000 --> 00:00:51,000 ອັນທີ່ຈິງແລ້ວ, ສິ່ງທີ່ຂ້າພະເຈົ້າເຫັນແມ່ນ ໝົດທຸກຄົນມີສິ່ງທີ່ຕ້ອງສົນໃຈໃນການສຶກສາ. 16 00:00:51,000 --> 00:00:53,000 ບໍ່ແມ່ນບໍ? ຂ້າພະເຈົ້າເຫັນວ່າສິ່ງນີ້ເປັນຕາສົນໃຈຫຼາຍ. 17 00:00:53,000 --> 00:00:56,000 ຖ້າທ່ານໄປຮ່ວມງານສັງສັນ, ແລະ ເວົ້າວ່າ 18 00:00:56,000 --> 00:00:59,000 ທ່ານເຮັດວຽກໃນຂະແໜງສຶກສາ - 19 00:00:59,000 --> 00:01:06,000 ອັນທີ່ຈິງ, ທ່ານຈະບໍ່ຄ່ອຍໄດ້ໄປຮ່ວມງານສັງສັນດອກ, ເວົ້າແທ້, ຖ້າທ່ານເຮັດວຽກໃນຂະແໜງສຶກສາ. 20 00:01:06,000 --> 00:01:09,000 (ຫົວ) ບໍ່ມີໃຜເຊີນທ່ານດອກ. 21 00:01:09,000 --> 00:01:14,000 ແລະ ກໍ່ບໍ່ມີໃຜຊວນທ່ານເປັນເທື່ອທີສອງ, ເຊິ່ງມັນກໍ່ແປກ. ຂ້າພະເຈົ້າວ່າມັນປະຫຼາດດີ. 22 00:01:14,000 --> 00:01:16,000 ແຕ່ວ່າຖ້າທ່ານໄດ້ໄປ, ແລະ ບອກໃຜຜູ້ໜຶ່ງວ່າ, 23 00:01:16,000 --> 00:01:18,000 ຫັ້ນນ່າ, ເຂົາຖາມວ່າ, “ເຈົ້າເຮັດວຽກຫຍັງ?” 24 00:01:18,000 --> 00:01:20,000 ແລ້ວ ທ່ານບອກວ່າທ່ານເຮັດວຽກໃນຂະແໜງສຶກສາ, 25 00:01:20,000 --> 00:01:24,000 ທ່ານຊິເຫັນໃບໜ້າຂອງເຂົາປາດສະຈາກສີເລືອດ. ເຂົາຈະເປັນປະມານວ່າ, 26 00:01:24,000 --> 00:01:30,000 “ຈັ່ງແມ່ນຊາດ,” ຫັ້ນນ່າ, “ເປັນຫຍັງຕ້ອງແມ່ນກູ? ຫາກໍ່ຊິໄດ້ອອກມາສັງສັນກັບໝູ່ເທື່ອທຳອິດໃນອາທິດ.” (ຫົວ) 27 00:01:30,000 --> 00:01:32,000 ແຕ່ຖ້າທ່ານຫາກຖາມກ່ຽວກັບການສຶກສາຂອງເຂົາ, 28 00:01:32,000 --> 00:01:34,000 ເຂົາຈະຈັບທ່ານຕິດຝາ. ເພາະວ່າມັນເປັນສິ່ງໜຶ່ງ 29 00:01:34,000 --> 00:01:37,000 ທີ່ລົງເລິກໃນຕົວຄົນເຮົາ, ຂ້າພະເຈົ້າເວົ້າຖືກບໍ? 30 00:01:37,000 --> 00:01:40,000 ຄືກັບ ສາດສະໜາ, ເງິນຄຳ ແລະ ສິ່ງອື່ນໆ. 31 00:01:40,000 --> 00:01:44,000 ຂ້າພະເຈົ້າມີຄວາມສົນໃຈອັນໃຫຍ່ຫຼວງໃນການສຶກສາ, ແລະ ຄິດວ່າເຮົາທຸກຄົນມີຄືກັນໝົດ. 32 00:01:44,000 --> 00:01:46,000 ເຮົາມີສ່ວນໄດ້ສ່ວນເສີຍອັນໃຫຍ່ຫຼວງໃນການສຶກສາ, 33 00:01:46,000 --> 00:01:49,000 ສ່ວນໜຶ່ງຍ້ອນວ່າ ມັນແມ່ນການສຶກສານີ້ລະທີ່ຄວນຈະ 34 00:01:49,000 --> 00:01:52,000 ພາເຮົາໄປສູ່ອະນາຄົດທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້. 35 00:01:52,000 --> 00:01:55,000 ຖ້າທ່ານລອງຄິດເບິ່ງ, ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນປີນີ້ 36 00:01:55,000 --> 00:02:01,000 ຈະກິນບຳນານໃນປີ 2065. ບໍ່ມີໃຜຮູ້ - 37 00:02:01,000 --> 00:02:04,000 ເຖິງຈະມີຊ່ຽວຊານຕັ້ງຫຼາຍຄົນທີ່ໄດ້ແຫ່ຂະບວນມາໃນໄລຍະ 4 ວັນທີ່ຜ່ານມາ - 38 00:02:04,000 --> 00:02:06,000 ວ່າໂລກນີ້ຈະເປັນແນວໃດ 39 00:02:06,000 --> 00:02:08,000 ໃນອີກ 5 ປີ. ແຕ່ປານນັ້ນ ພວກເຮົາຍັງພັດ 40 00:02:08,000 --> 00:02:11,000 ຕ້ອງໄດ້ໃຫ້ການສຶກສາແກ່ເດັກນ້ອຍເຜື່ອໄວ້. ສະນັ້ນ ການທີ່ບໍ່ສາມາດຄາດເດົາໄດ້ນັ້ນ, ຂ້າພະເຈົ້າຄິດວ່າ, 41 00:02:11,000 --> 00:02:13,000 ເປັນສິ່ງທີ່ມະຫັດສະຈັນ. 42 00:02:13,000 --> 00:02:15,000 ແລະ ສ່ວນທີສາມ ໃນນີ້ ແມ່ນ 43 00:02:15,000 --> 00:02:20,000 ພວກເຮົາທຸກຄົນໄດ້ເຫັນພ້ອມກັນແລ້ວ ເຖິງ 44 00:02:20,000 --> 00:02:23,000 ສະມັດຖະນະອັນອັດສະຈັນທີ່ເດັກນ້ອຍມີ - 45 00:02:23,000 --> 00:02:25,000 ສະມັດຖະນະເພື່ອການປ່ຽນແປງຂອງເຂົາ. ຂ້າພະເຈົ້າໝາຍເຖິງ, ຊີເຣນາ ມື້ຄືນນີ້ ແມ່ນຄົນທີ່ມະຫັດສະຈັນ, 46 00:02:25,000 --> 00:02:28,000 ບໍ່ແມ່ນບໍ? ພຽງແຕ່ເບິ່ງສິ່ງທີ່ລາວສາມາດເຮັດໄດ້. 47 00:02:28,000 --> 00:02:33,000 ແລະ ລາວກໍ່ມີຈຸດພິເສດ, ແຕ່ຄັນຊິເວົ້າແລ້ວ ຂ້າພະເຈົ້າຄິດວ່າລາວກໍ່ບໍ່ໄດ້ 48 00:02:33,000 --> 00:02:36,000 ພິເສດມາຕັ້ງແຕ່ຍັງນ້ອຍ. 49 00:02:36,000 --> 00:02:39,000 ສິ່ງທີ່ທ່ານເຫັນນັ້ນແມ່ນຄົນຜູ້ໜຶ່ງທີ່ອຸທິດຕົນຢ່າງຍິ່ງ 50 00:02:39,000 --> 00:02:41,000 ຜູ້ທີ່ພົບກັບພອນສະຫວັນ. ແລະ ຂໍ້ສະເໜີຂອງຂ້າພະເຈົ້າແມ່ນວ່າ 51 00:02:41,000 --> 00:02:43,000 ເດັກທຸກຄົນມີພອນສະຫວັນຫຼາຍຫຼວງ. 52 00:02:43,000 --> 00:02:45,000 ແລະ ພວກເຮົາກໍ່ສິ້ນເປືອງສິ່ງນີ້ໄປ, ຢ່າງບໍ່ໃສ່ໃຈເລີຍ. 53 00:02:45,000 --> 00:02:48,000 ສະນັ້ນ ຂ້າພະເຈົ້າຢາກເວົ້າກ່ຽວກັບການສຶກສາ ແລະ 54 00:02:48,000 --> 00:02:51,000 ຂ້າພະເຈົ້າຢາກເວົ້າກ່ຽວກັບຄວາມຄິດສ້າງສັນ. ຈຸດຢືນຂອງຂ້າພະເຈົ້າແມ່ນວ່າ 55 00:02:51,000 --> 00:02:54,000 ຄວາມຄິດສ້າງສັນໃນປະຈຸບັນ ແມ່ນສຳຄັນສຳລັບການສຶກສາທຽບເທົ່າກັບການຮູ້ໜັງສື, 56 00:02:54,000 --> 00:02:58,000 ແລະ ພວກເຮົາກໍ່ຄວນປະຕິບັດກັບທັງສອງສິ່ງໃນສະຖານະພາບດຽວກັນ. 57 00:02:58,000 --> 00:03:06,000 (ຕົບມື) ຂອບໃຈ. ມື້ນີ້ກໍ່ມີເທົ່ານີ້ເດີ້. 58 00:03:06,000 --> 00:03:10,000 ຂອບໃຈຫຼາຍໆ. (ຫົວ) ສະນັ້ນ, ຍັງອີກ 15 ນາທີ. 59 00:03:10,000 --> 00:03:17,000 ອັນ, ຂ້າພະເຈົ້າໄດ້ເກີດທີ່... ບໍ່ແມ່ນ. (ຫົວ) 60 00:03:17,000 --> 00:03:21,000 ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຍິນເລື່ອງດີໆເລື່ອງໜຶ່ງ - ຂ້າພະເຈົ້າມັກເລົ່າເລື່ອງນີ້ໃຫ້ຄົນຟັງ - 61 00:03:21,000 --> 00:03:25,000 ກ່ຽວກັບເດັກຍິງຜູ້ໜຶ່ງໃນຊົ່ວໂມງຮຽນແຕ້ມຮູບ. ລາວອາຍຸໄດ້ ຫົກ ປີ. 62 00:03:25,000 --> 00:03:27,000 ແລະ ລາວນັ່ງຢູ່ຫຼັງສຸດ, ກຳລັງແຕ້ມຢູ່, 63 00:03:27,000 --> 00:03:29,000 ແລະ ຄູໄດ້ເວົ້າວ່ານາງນ້ອຍຜູ້ນີ້ບໍ່ຄ່ອຍ 64 00:03:29,000 --> 00:03:33,000 ເອົາໃຈໃສ່ໃນໂມງຮຽນ, ແລະ ໃນຊົ່ວໂມງແຕ້ມຮູບແນວນີ້ລາວພັດໃສ່ໃຈ. 65 00:03:33,000 --> 00:03:35,000 ນາງຄູຮູ້ສຶກສະຫງົນ ແລະ ເຂົ້າໄປຫານາງນ້ອຍ 66 00:03:35,000 --> 00:03:38,000 ແລະ ເວົ້າວ່າ, “ກຳລັງແຕ້ມຫຍັງ?” 67 00:03:38,000 --> 00:03:41,000 ແລະ ນາງນ້ອຍເວົ້າວ່າ, “ແຕ້ມຮູບພະເຈົ້າ.” 68 00:03:41,000 --> 00:03:44,000 ແລະ ນາງຄູເວົ້າວ່າ, “ແຕ່ບໍ່ມີໃຜຮູ້ໄດ໋ວ່າພະເຈົ້າມີໜ້າຕາເປັນແນວໃດ.” 69 00:03:44,000 --> 00:03:51,000 ແລະ ນາງນ້ອຍເວົ້າວ່າ, “ຈັກໜ້ອຍເຂົາຫາກຊິຮູ້.“ 70 00:03:51,000 --> 00:03:52,000 (ຫົວ) 71 00:03:52,000 --> 00:03:57,000 ໃນຕອນທີ່ລູກຊາຍຂອງຂ້າພະເຈົ້າໄດ້ ສີ່ ປີ ທີ່ປະເທດອັງກິດ - 72 00:03:57,000 --> 00:04:00,000 ອັນທີ່ຈິງ ລາວກໍ່ອາຍຸໄດ້ສີ່ປີຢູ່ທຸກບ່ອນຫັ້ນລະ, ເວົ້າແທ້. (ຫົວ) 73 00:04:00,000 --> 00:04:06,000 ຖ້າເວົ້າໃຫ້ຖືກແທ້, ບໍ່ວ່າລາວຊິໄດ້ໄປໃສ, ລາວກໍ່ໄດ້ມີອາຍຸ ສີ່ ປີ ໝົດທັງປີນັ້ນລະ. 74 00:04:06,000 --> 00:04:08,000 ລາວໄດ້ຫຼິ້ນລະຄອນຕອນເກີດຂອງພະເຈົ້າ. 75 00:04:08,000 --> 00:04:11,000 ທ່ານຈື່ເນື້ອເລື່ອງໄດ້ບໍ? ບໍ່ຫວາ, ມັນຍິ່ງໃຫຍ່ຂະໜາດ. 76 00:04:11,000 --> 00:04:14,000 ມັນເປັນເລື່ອງທີ່ຍິ່ງໃຫຍ່. ເມລ ກິບສັນ ຫຼິ້ນພາກຕໍ່ມາ. 77 00:04:14,000 --> 00:04:19,000 ທ່ານອາດຈະໄດ້ເບິ່ງແລ້ວ: ເລື່ອງ “Nativity II.” ແຕ່ ເຈມສ ໄດ້ບົດຂອງ ໂຈເຊັຟ, 78 00:04:19,000 --> 00:04:22,000 ເຊິ່ງເຮົາຕື່ນເຕັ້ນຫຼາຍ. 79 00:04:22,000 --> 00:04:24,000 ເຮົາຖືວ່າບົດນີ້ເປັນຕົວຫຼັກໜຶ່ງຂອງເລື່ອງ. 80 00:04:24,000 --> 00:04:26,000 ໂຮງສະແດງໄດ້ເຕັມແຕ່ຄົນຂອງເຮົາທີ່ໃສ່ເສື້ອທີ່ມີລາຍຕີພິມວ່າ: 81 00:04:26,000 --> 00:04:29,000 “ເຈມສ ໂຣບິນສັນ ແມ່ນ ໂຈເຊັຟ!” (ຫົວ) 82 00:04:29,000 --> 00:04:31,000 ລາວບໍ່ຕ້ອງເວົ້າຫຍັງໃນເລື່ອງ, ແຕ່ທ່ານຮູ້ຕອນທີ່ 83 00:04:31,000 --> 00:04:34,000 ພະລາຊາທັງສາມເຂົ້າມາ. ພວກເຂົານຳຂອງຂວັນມາ, 84 00:04:34,000 --> 00:04:36,000 ແລະ ສິ່ງທີ່ພວກເຂົາຖືມາແມ່ນ ຄຳ, ກຳຍານ, ແລະ ຢາງໄມ້ຫອມ. 85 00:04:36,000 --> 00:04:38,000 ສິ່ງນີ້ໄດ້ເກີດຂຶ້ນແທ້. ພວກເຮົາກະໄດ້ນັ່ງຢູ່ຫັ້ນລະ 86 00:04:38,000 --> 00:04:40,000 ແລະ ຂ້າພະເຈົ້າຄິດວ່າພວກເຂົາໄປຂ້າມຕອນ. 87 00:04:40,000 --> 00:04:42,000 ເພາະວ່າເຮົາລົມນຳລູກຊາຍຫຼັງຈົບການສະແດງ ແລະ ເວົ້າວ່າ, 88 00:04:42,000 --> 00:04:44,000 “ເຈົ້າບໍ່ເປັນຫຍັງບໍ?” ແລະ ລາວເວົ້າວ່າ, “ໂດຍ, ເປັນຫຍັງ? ມີຫຍັງຜິດໄປ?” 89 00:04:44,000 --> 00:04:46,000 ພວກເຂົາປ່ຽນຕົວ, ທໍ່ນັ້ນລະ. 90 00:04:46,000 --> 00:04:47,000 ແຕ່ຈັ່ງໃດກໍ່ຕາມ, ເດັກຊາຍ ສາມ ຄົນເຂົ້າມາ - 91 00:04:47,000 --> 00:04:49,000 ອາຍຸ ສີ່ ປີ ພ້ອມກັບຜ້າເຊັດມືພັນຫົວ - 92 00:04:49,000 --> 00:04:52,000 ແລະ ພວກເຂົາວາງກ່ອງທັງສາມລົງ, 93 00:04:52,000 --> 00:04:54,000 ແລະ ເດັກຊາຍຜູ້ທຳອິດເວົ້າວ່າ, “ຂ້ອຍນຳຄຳມາໃຫ້ເຈົ້າ.” 94 00:04:54,000 --> 00:04:57,000 ແລະ ເດັກຊາຍຜູ້ທີສອງເວົ້າວ່າ, “ຂ້ອຍນຳກຳຍານມາໃຫ້ເຈົ້າ.” 95 00:04:57,000 --> 00:05:11,000 ແລະ ເດັກຊາຍຜູ້ທີສາມເວົ້າວ່າ, “ແຟຣງ ສົ່ງອັນນີ້ມາ.” (ຫົວ) 96 00:05:11,000 --> 00:05:13,000 ຈຸດທີ່ຄ້າຍຄືກັນຂອງສອງເລື່ອງນີ້ແມ່ນວ່າ ເດັກນ້ອຍຈະລອງສ່ຽງເບິ່ງ. 97 00:05:13,000 --> 00:05:16,000 ຖ້າເຂົາບໍ່ຮູ້, ເຂົາຈະລອງເຮັດເບິ່ງ. 98 00:05:16,000 --> 00:05:19,000 ຂ້າພະເຈົ້າເວົ້າແມ່ນບໍ? ພວກເຂົາບໍ່ຢ້ານທີ່ຈະຜິດ. 99 00:05:19,000 --> 00:05:24,000 ບາດນີ້, ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າການຜິດ ແມ່ນຄືກັນກັບຄວາມຄິດສ້າງສັນເດີ້. 100 00:05:24,000 --> 00:05:25,000 ສິ່ງທີ່ພວກເຮົາຮູ້ແມ່ນ, 101 00:05:25,000 --> 00:05:28,000 ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ, 102 00:05:28,000 --> 00:05:31,000 ເຈົ້າຈະບໍ່ມີວັນສ້າງສິ່ງທີ່ເປັນຕົ້ນສະບັບຂຶ້ນມາໄດ້. 103 00:05:31,000 --> 00:05:34,000 ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ. ແລະ ກວ່າເຂົາຊິກາຍມາເປັນຜູ້ໃຫຍ່, 104 00:05:34,000 --> 00:05:36,000 ເດັກສ່ວນຫຼາຍໄດ້ສູນເສີຍສະມັດຖະພາບດ້ານນີ້ໄປແລ້ວ. 105 00:05:36,000 --> 00:05:39,000 ພວກເຂົາໄດ້ກາຍມາເປັນຄົນທີ່ຢ້ານກົວການຜິດ. 106 00:05:39,000 --> 00:05:41,000 ແລະ ພວກເຮົາກໍ່ບໍລິຫານບໍລິສັດທັງຫຼາຍໃນລັກສະນະນີ້, ພວກທ່ານ. 107 00:05:41,000 --> 00:05:44,000 ເຮົາປະນາມການຜິດພາດ ແລະ ພວກເຮົາກໍ່ກຳລັງບໍລິຫານ 108 00:05:44,000 --> 00:05:47,000 ລະບົບການສຶກສາແຫ່ງຊາດທີ່ຖືວ່າ 109 00:05:47,000 --> 00:05:50,000 ຄວາມຜິດພາດແມ່ນສິ່ງທີ່ເຮວຮ້າຍທີ່ສຸດທີ່ເຈົ້າຈະສາມາດເຮັດໄດ້. 110 00:05:50,000 --> 00:05:53,000 ແລະ ຜົນໄດ້ຮັບກໍ່ແມ່ນວ່າ ພວກເຮົາກຳລັງສຶກສາຄົນໃຫ້ພົ້ນຈາກ 111 00:05:53,000 --> 00:05:56,000 ສະມັດຖະພາບໃນການສ້າງສັນ. ປີກັດໂຊ ເຄີຍໄດ້ເວົ້າແລ້ວ. 112 00:05:56,000 --> 00:05:59,000 ລາວເວົ້າວ່າ ເດັກທຸກຄົນເກີດມາເປັນນັກສິລະປະໝົດ. 113 00:05:59,000 --> 00:06:03,000 ບັນຫາແມ່ນ ເຮັດແນວໃດເຮົາຈຶ່ງຊິຍັງເປັນນັກສິລະປະຢູ່ເມື່ອໃຫຍ່ຂຶ້ນມາ. ຂ້າພະເຈົ້າເຊື່ອໃນສິ່ງນີ້ຢ່າງຮຸນແຮງ, 114 00:06:03,000 --> 00:06:05,000 ວ່າພວກເຮົາບໍ່ໄດ້ໃຫຍ່ຂຶ້ນມາສູ່ຄວາມຄິດສ້າງສັນ, 115 00:06:05,000 --> 00:06:08,000 ພວກເຮົາໃຫຍ່ອອກຈາກມັນ. ຫຼື ອີກໃນໜຶ່ງ, ພວກເຮົາໄດ້ຮັບການສຶກສາໃຫ້ພົ້ນຈາກມັນ. 116 00:06:08,000 --> 00:06:10,000 ສະນັ້ນ ເປັນຫຍັງຈິ່ງເປັນແນວນີ້? 117 00:06:10,000 --> 00:06:14,000 ຂ້າພະເຈົ້າເຄີຍອາໄສຢູ່ ສແຕຣດຝອດ ອອນ ອາວອນ ຈົນເຖິງປະມານ ຫ້າ ປີ ກ່ອນ. 118 00:06:14,000 --> 00:06:16,000 ອັນທີ່ຈິງ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ. 119 00:06:16,000 --> 00:06:20,000 ສະນັ້ນ ທ່ານຄືຊິຈິນຕະນາການອອກວ່າມັນເປັນການປ່ຽນແປງທີ່ປາສະຈາກຂໍ້ຂັດຂ້ອງຂະໜາດໃດ. 120 00:06:20,000 --> 00:06:22,000 (ຫົວ) ອັນທີ່ຈິງແລ້ວ, 121 00:06:22,000 --> 00:06:24,000 ພວກເຮົາເຄີຍອາໄສຢູ່ບ່ອນທີ່ເອີ້ນວ່າ ສນິດເຕິຟີລດ, 122 00:06:24,000 --> 00:06:26,000 ຢູ່ນອກຂອງ ສແຕຣດຝອດ ໜ້ອຍໜຶ່ງ, ເຊິ່ງເປັນບ່ອນເກີດ 123 00:06:26,000 --> 00:06:31,000 ຂອງພໍ່ ຂອງ ເຊັກສເປຍ. ທ່ານມີຄວາມຄິດອັນໃໝ່ເຂົ້າມາໃນຫົວບໍ? ຂ້າພະເຈົ້າມີ. 124 00:06:31,000 --> 00:06:33,000 ທ່ານບໍ່ຄິດຫາພໍ່ຂອງ ເຊັກສເປຍ, ແມ່ນບໍ? 125 00:06:33,000 --> 00:06:35,000 ທ່ານຄິດບໍ? ເພາະທ່ານບໍ່ຄິດຫາ 126 00:06:35,000 --> 00:06:37,000 ເຊັກສເປຍ ຕອນເປັນເດັກນ້ອຍ, ແມ່ນບໍ? 127 00:06:37,000 --> 00:06:40,000 ເຊັກສເປຍ ຕອນມີອາຍຸ ເຈັດ ປີ ແມ່ນບໍ? ຂ້າພະເຈົ້າບໍ່ເຄີຍຄິດກ່ຽວກັບອັນນີ້ມາກ່ອນ. ຂ້າພະເຈົ້າໝາຍຄວາມວ່າ, ລາວເຄີຍ 128 00:06:40,000 --> 00:06:42,000 ມີອາຍຸໄດ້ ເຈັດ ປີ ໃນຄັ້ງໜຶ່ງ. ລາວເຄີຍ 129 00:06:42,000 --> 00:06:51,000 ເຂົ້າຮຽນໃນຊົ່ວໂມງພາສາອັງກິດ ຂອງໃຜຜູ້ໜຶ່ງ, ແມ່ນບໍ? ເຈົ້າຄິດວ່າມັນຊິເປັນຕາລຳຄານຂະໜາດໃດ? 130 00:06:51,000 --> 00:07:05,000 (ຫົວ) “ຕ້ອງພະຍາຍາມໜັກກວ່ານີ້.” ຖືກພໍ່ບອກໃຫ້ໄປນອນ, ທ່ານຄິດເບິ່ງ, 131 00:07:05,000 --> 00:07:08,000 ບອກ ເຊັກສເປຍ, “ໄປນອນ, ດຽວນີ້,” 132 00:07:08,000 --> 00:07:10,000 ບອກ ວິລລຽມ ເຊັກສເປຍ, “ແລະ ກໍ່ວາງສໍລົງໄດ້ແລ້ວ. 133 00:07:10,000 --> 00:07:18,000 ແລະ ກໍ່ເຊົາເວົ້າແບບນັ້ນ. ມັນເຮັດໃຫ້ໝົດທຸກຄົນສັບສົນ.” 134 00:07:18,000 --> 00:07:23,000 (ຫົວ) 135 00:07:23,000 --> 00:07:26,000 ຈັ່ງໃດກໍ່ຢ່າ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ, 136 00:07:26,000 --> 00:07:30,000 ແລະ ອັນທີ່ຈິງ ຂ້າພະເຈົ້າກໍ່ຢາກເວົ້າເຖິງການຍົກຍ້າຍໜ້ອຍໜຶ່ງ. 137 00:07:30,000 --> 00:07:33,000 ລູກຊາຍຂ້າພະເຈົ້າບໍ່ໄດ້ຢາກມານຳ. 138 00:07:33,000 --> 00:07:36,000 ຂ້າພະເຈົ້າມີລູກສອງຄົນ. ລູກຊາຍ ອາຍຸ 21 ປີ ແລ້ວດຽວນີ້; ລູກສາວ ແມ່ນ 16. 139 00:07:36,000 --> 00:07:38,000 ລູກຊາຍບໍ່ໄດ້ຢາກມາ ລອສ ແອງເຈລິສ. ລາວມັກມັນຫຼາຍ, 140 00:07:38,000 --> 00:07:43,000 ແຕ່ວ່າລາວໄດ້ເພື່ອນຍິງຢູ່ອັງກິດ. ນາງແມ່ນຮັກແຫ່ງຊີວິດຂອງລາວ, ນາງ ຊາຣາ. 141 00:07:43,000 --> 00:07:45,000 ລາວໄດ້ຮູ້ຈັກນາງເປັນເວລາໜຶ່ງເດືອນ. 142 00:07:45,000 --> 00:07:48,000 ເຖິງແນວນັ້ນ, ເຂົາເຈົ້າໄດ້ສະຫຼອງວັນຄົບຮອບເທື່ອທີ ສີ່, 143 00:07:48,000 --> 00:07:52,000 ເພາະວ່າມັນເປັນເວລາທີ່ຍາວນານ ຕອນທີ່ເຈົ້າອາຍຸພຽງແຕ່ 16 ປີ. 144 00:07:52,000 --> 00:07:54,000 ຈັ່ງໃດກໍ່ຕາມ, ລາວຜິດໃຈຢ່າງແຮງໃນຂະນະທີ່ຢູ່ເທິງຍົນ, 145 00:07:54,000 --> 00:07:56,000 ແລະ ລາວເວົ້າວ່າ, “ລູກຈະບໍ່ໄດ້ພົບຄົນທີ່ຄື ຊາຣາ ອີກ.” 146 00:07:56,000 --> 00:07:58,000 ແລະ ພວກເຮົາກໍ່ຮູ້ສຶກໂລ່ງໃຈກ່ຽວກັບສິ່ງນີ້ຢູ່, ເວົ້າແທ້, 147 00:07:58,000 --> 00:08:10,000 ເພາະນາງແມ່ນເຫດຜົນຫຼັກຂອງການຍົກຍ້າຍອອກຈາກປະເທດຂອງພວກເຮົາ. 148 00:08:10,000 --> 00:08:13,000 (ຫົວ) 149 00:08:13,000 --> 00:08:16,000 ແຕ່ບາງຢ່າງກະທົບເຈົ້າ ເມື່ອເຈົ້າຍ້າຍມາ ອາເມຣິກາ 150 00:08:16,000 --> 00:08:18,000 ແລະ ເມື່ອເຈົ້າທ່ອງທ່ຽວໄປທົ່ວໂລກ: 151 00:08:18,000 --> 00:08:22,000 ລະບົບການສຶກສາທຸກບ່ອນໃນໂລກນີ້ ມີລຳດັບຊັ້ນຂອງວິຊາຮຽນອັນດຽວກັນໝົດ. 152 00:08:22,000 --> 00:08:24,000 ໝົດທຸກບ່ອນ. ບໍ່ວ່າເຈົ້າຈະໄປບ່ອນໃດ. 153 00:08:24,000 --> 00:08:26,000 ເຈົ້າອາດຈະຄິດວ່າມັນຊິບໍ່ເປັນແນວນັ້ນ, ແຕ່ບໍ່ແມ່ນ. 154 00:08:26,000 --> 00:08:29,000 ຢູ່ສູງກວ່າໝູ່ໝົດແມ່ນ ເລກ ແລະ ພາສາ, 155 00:08:29,000 --> 00:08:31,000 ຕໍ່ມາແມ່ນ ສັງຄົມ, ແລະ ຢູ່ລຸ່ມສຸດ ແມ່ນສີລະປະ. 156 00:08:31,000 --> 00:08:33,000 ທຸກບ່ອນໃນໂລກນີ້. 157 00:08:33,000 --> 00:08:36,000 ແລະ ກໍ່ເກືອບວ່າໃນທຸກລະບົບອີກ, 158 00:08:36,000 --> 00:08:38,000 ຍັງມີລຳດັບຊັ້ນພາຍໃນສາຂາສີລະປະອີກ. 159 00:08:38,000 --> 00:08:40,000 ໃນໂຮງຮຽນ ການວາດແຕ້ມ ແລະ ດົນຕີ ແມ່ນໄດ້ຮັບສະຖານະທີ່ສູງ 160 00:08:40,000 --> 00:08:43,000 ກວ່າ ການສະແດງ ແລະ ເຕັ້ນ. ບໍ່ມີລະບົບການສຶກສາບ່ອນໃດໃນໂລກນີ້ 161 00:08:43,000 --> 00:08:45,000 ທີ່ສອນເຕັ້ນໃຫ້ກັບເດັກນ້ອຍທຸກໆມື້ 162 00:08:45,000 --> 00:08:48,000 ໃນລັກສະນະທີ່ເຮົາສອນເລກ. ເປັນຫຍັງ? 163 00:08:48,000 --> 00:08:50,000 ເປັນຫຍັງຈິ່ງບໍ່ເຮັດຕ່າງ? ຂ້າພະເຈົ້າຄິດວ່າອັນນີ້ອ່າວສຳຄັນ. 164 00:08:50,000 --> 00:08:53,000 ຂ້າພະເຈົ້າຄິດວ່າ ເລກ ສຳຄັນຫຼາຍ, ແຕ່ ການເຕັ້ນ ກໍ່ສຳຄັນຄືກັນ. 165 00:08:53,000 --> 00:08:56,000 ເດັກນ້ອຍເຕັ້ນຢູ່ຕະຫຼອດເວລາ ຖ້າເຂົາໄດ້ຮັບອະນຸຍາດ, ພວກເຮົາທຸກຄົນຄືກັນ. 166 00:08:56,000 --> 00:08:59,000 ເຮົາຕ່າງກໍ່ມີຮ່າງກາຍ, ບໍ່ແມ່ນບໍ? ຂ້າພະເຈົ້າໄດ້ຂາດກອງປະຊຸມອັນໃດອັນໜຶ່ງບໍ? 167 00:08:59,000 --> 00:09:03,000 (ຫົວ) ຄວາມຈິງແລ້ວ ສິ່ງທີ່ເກີດຂຶ້ນແມ່ນ 168 00:09:03,000 --> 00:09:05,000 ເມື່ອເດັກໃຫຍ່ຂຶ້ນ, ພວກເຮົາເລີ່ມສຶກສາພວກເຂົາ 169 00:09:05,000 --> 00:09:08,000 ຈາກແອວຂຶ້ນໄປເລື້ອຍໆ. ແລະ ບາດແລ້ວເຮົາກໍ່ສຸມໃສ່ແຕ່ຫົວຂອງເຂົາ. 170 00:09:08,000 --> 00:09:10,000 ແລະ ກໍ່ອຽງໄປຫາຂ້າງດຽວ. 171 00:09:10,000 --> 00:09:14,000 ຖ້າທ່ານຫາກຊິໄປຢ້ຽມການສຶກສາ, ໃນຖານະຂອງມະນຸດຕ່າງດາວ, 172 00:09:14,000 --> 00:09:17,000 ແລະ ເວົ້າວ່າ “ມັນແມ່ນສຳລັບຫຍັງ, ອັນການສຶກສານີ້ນ່າ?” 173 00:09:17,000 --> 00:09:19,000 ຂ້າພະເຈົ້າຄິດວ່າທ່ານຄືຊິຕ້ອງສະຫຼຸບ - ຖ້າທ່ານເບິ່ງຈາກຜົນໄດ້ຮັບ, 174 00:09:19,000 --> 00:09:21,000 ຈາກຄົນທີ່ປະສົບຜົນສຳເລັດຈາກລະບົບນີ້, 175 00:09:21,000 --> 00:09:23,000 ຈາກຄົນທີ່ເຮັດທຸກສິ່ງທີ່ເຂົາຄວນເຮັດ, 176 00:09:23,000 --> 00:09:26,000 ຈາກຄົນທີ່ໄດ້ຄະແນນດີ, ຄົນທີ່ເປັນຜູ້ຊະນະ - 177 00:09:26,000 --> 00:09:29,000 ຂ້າພະເຈົ້າຄິດວ່າທ່ານຄືຊິສະຫຼຸບວ່າຈຸດປະສົງທັງໝົດທັງມວນຂອງການສຶກສາ 178 00:09:29,000 --> 00:09:30,000 ໃນທົ່ວໂລກ 179 00:09:30,000 --> 00:09:34,000 ແມ່ນເພື່ອຜະລິດສາດສະດາຈານມະຫາວິທະຍາໄລ. ບໍ່ແມ່ນບໍ? 180 00:09:34,000 --> 00:09:36,000 ພວກເຂົາແມ່ນຄົນທີ່ອອກມາຢູ່ໃນຫົວແຖວ. 181 00:09:37,000 --> 00:09:40,000 ແລະ ຂ້າພະເຈົ້າກໍ່ເຄີຍເປັນສາດສະດາຈານ, ສະນັ້ນ ເຫັນບໍ່. (ຫົວ) 182 00:09:40,000 --> 00:09:44,000 ແລະ ຂ້າພະເຈົ້າກໍ່ມັກສາດສະດາຈານມະຫາວິທະຍາໄລ, ແຕ່ທ່ານຮູ້ບໍ່, 183 00:09:44,000 --> 00:09:48,000 ເຮົາບໍ່ຄວນຖືເຂົາເຈົ້າເປັນຕົວຢ່າງອັນສູງຂອງຜົນສຳເລັດຂອງມະນຸດຊາດ. 184 00:09:48,000 --> 00:09:50,000 ພວກເຂົາເປັນພຽງແຕ່ຮູບຮ່າງຊີວະສາດອັນໜຶ່ງ, 185 00:09:50,000 --> 00:09:52,000 ຊີວິດຮູບລັກໜຶ່ງ. ແຕ່ພວກເຂົາກໍ່ເປັນຕາສະຫງົນ, 186 00:09:52,000 --> 00:09:54,000 ແລະ ຂ້າພະເຈົ້າເວົ້າສິ່ງນີ້ຈາກຄວາມຮູ້ສຶກຕໍ່ພວກເຂົາແທ້ໆ. 187 00:09:54,000 --> 00:09:57,000 ມັນມີຫຍັງແປກໆກ່ຽວກັບສາດສະດາຈານ ຕາມປະສົບການຂອງຂ້າພະເຈົ້ານ່ະ - 188 00:09:57,000 --> 00:10:00,000 ບໍ່ແມ່ນໝົດທຸກຄົນດອກ, ແຕ່ຕາມແບບແລ້ວ - ເຂົາເຈົ້າອາໄສຢູ່ໃນຫົວຂອງເຂົາເອງ. 189 00:10:00,000 --> 00:10:02,000 ພວກເຂົາອາໄສຢູ່ເທິງພຸ້ນ, ແລະ ມໍ່ໄປທາງຂ້າງໜຶ່ງ. 190 00:10:02,000 --> 00:10:06,000 ພວກເຂົາແຍກອອກຈາກຮ່າງໄດ້, ທ່ານຄິດອອກບໍ່, ເກືອບຊິວ່າແນວນັ້ນພຸ້ນລະ. 191 00:10:06,000 --> 00:10:08,000 ພວກເຂົາມອງເບິ່ງຮ່າງກາຍຂອງເຂົາ 192 00:10:08,000 --> 00:10:17,000 ເປັນຄືເຄື່ອງມືໃນການເດີນທາງອັນໜຶ່ງສຳລັບຫົວຂອງພວກເຂົາ. ບໍ່ແມ່ນຫວາ? 193 00:10:17,000 --> 00:10:24,000 (ຫົວ) ມັນເປັນວິທີໜຶ່ງໃນການພາຫົວຂອງພວກເຂົາໄປປະຊຸມ. 194 00:10:24,000 --> 00:10:27,000 ຖ້າທ່ານຢາກໄດ້ຫຼັກຖານຕົວຈິງຂອງປະສົບການແຍກອອກຈາກຮ່າງ, 195 00:10:27,000 --> 00:10:30,000 ແລ້ວ, ທ່ານລອງໄປເບິ່ງກອງປະຊຸມສຳມະນາໃກ້ຊິດ 196 00:10:30,000 --> 00:10:32,000 ຂອງບັນດາສາດສະດາຈານອາວຸໂສ, 197 00:10:32,000 --> 00:10:35,000 ແລ້ວ ແວ່ເຂົ້າໄປເບິ່ງດີສໂກ້ເທັກ ໃນຄືນສຸດທ້າຍຂອງການສຳມະນາ. 198 00:10:35,000 --> 00:10:39,000 (ຫົວ) ແລ້ວ ທ່ານຊິເຫັນ - ຜູ້ໃຫຍ່ ທັງ ຊາຍ ແລະ ຍິງ 199 00:10:39,000 --> 00:10:43,000 ທີ່ກຳລັງສັ່ນແຂນຂາແບບບັງຄັບບໍ່ໄດ້, ອອກຈັງຫວະດົນຕີ, 200 00:10:43,000 --> 00:10:47,000 ລໍຖ້າໃຫ້ມັນຈົບຄືນເພື່ອຊິໄດ້ເອົາໄປຂຽນເປັນບົດ. 201 00:10:47,000 --> 00:10:53,000 ບາດນີ້ ລະບົບການສຶກສາຂອງພວກເຮົາແມ່ນໄດ້ຢືນຢູ່ບົນພື້ນຖານຂອງແນວຄວາມຄິດຂອງຄວາມສາມາດທາງວິຊາການ. 202 00:10:53,000 --> 00:10:56,000 ແລະ ມັນກໍ່ມີເຫດຜົນ. 203 00:10:56,000 --> 00:10:58,000 ລະບົບທັງໝົດແມ່ນໄດ້ຖືກສ້າງຂຶ້ນ - ໃນທົ່ວໂລກ, ແຕ່ກ່ອນ 204 00:10:58,000 --> 00:11:00,000 ບໍ່ມີລະບົບການສຶກສາສຳລັບມວນຊົນ, ເວົ້າແທ້, ກ່ອນສັດຕະວັດທີ 19. 205 00:11:00,000 --> 00:11:03,000 ມັນກາຍມາເປັນຮູບເປັນຮ່າງ 206 00:11:03,000 --> 00:11:04,000 ເພື່ອສະໜອງໃຫ້ກັບຄວາມຕ້ອງການຂອງລັດທິອຸດສາຫະກຳ. 207 00:11:04,000 --> 00:11:07,000 ສະນັ້ນ ລຳດັບຊັ້ນທີ່ໄດ້ກ່າວມາ ກໍ່ມີຮາກຖານມາຈາກແນວຄວາມຄິດສອງຢ່າງ. 208 00:11:07,000 --> 00:11:11,000 ອັນທີໜຶ່ງ, ແມ່ນວິຊາທີ່ເປັນປະໂຫຍດທີ່ສຸດສຳລັບການເຮັດວຽກ 209 00:11:11,000 --> 00:11:13,000 ແມ່ນຢູ່ສູງສຸດ. ສະນັ້ນ ທ່ານຄົງຈະໄດ້ຖືກຈູງອອກໃຫ້ຫ່າງຈາກ 210 00:11:13,000 --> 00:11:15,000 ສິ່ງໃນໂຮງຮຽນໃນຕອນທີ່ທ່ານຍັງນ້ອຍ, ສິ່ງທີ່ທ່ານມັກ, 211 00:11:15,000 --> 00:11:17,000 ບົນພື້ນຖານທີ່ວ່າທ່ານຈະ 212 00:11:17,000 --> 00:11:20,000 ບໍ່ມີມື້ໄດ້ວຽກຍ້ອນການເຮັດສິ່ງນັ້ນ. ແມ່ນບໍ? 213 00:11:20,000 --> 00:11:22,000 ບໍ່ຕ້ອງຮຽນດົນຕີ, ເຈົ້າຈະບໍ່ໄດ້ເປັນນັກດົນຕີດອກ; 214 00:11:22,000 --> 00:11:24,000 ບໍ່ຕ້ອງຮຽນແຕ້ມ, ເຈົ້າຊິບໍ່ໄດ້ເປັນນັກແຕ້ມດອກ. 215 00:11:25,000 --> 00:11:29,000 ຄຳແນະນຳທີ່ຫວັງດີ - ບາດນີ້, ເປັນສິ່ງຜິດພາດຢ່າງຍິ່ງ. ໂລກໜ່ວຍນີ້ 216 00:11:29,000 --> 00:11:30,000 ຖືກຄອບຄຸມດ້ວຍການປະຕິວັດ. 217 00:11:30,000 --> 00:11:33,000 ແລະ ອັນທີສອງ ແມ່ນຄວາມສາມາດທາງວິຊາການ, ເຊິ່ງໄດ້ກາຍມາຄອບງຳ 218 00:11:33,000 --> 00:11:34,000 ມຸມມອງຂອງເຮົາຕໍ່ກັບຄວາມສະຫຼາດ, 219 00:11:34,000 --> 00:11:37,000 ເພາະວ່າມະຫາວິທະຍາໄລ ໄດ້ອອກແບບລະບົບທີ່ສະທ້ອນຮູບລັກຂອງມັນເອງ. 220 00:11:37,000 --> 00:11:39,000 ຖ້າທ່ານຄິດເບິ່ງ, ລະບົບທັງໝົດ 221 00:11:39,000 --> 00:11:41,000 ຂອງການສຶກສາມວນຊົນທົ່ວໂລກແມ່ນຂະບວນການຂະຫຍາຍຕົວ 222 00:11:41,000 --> 00:11:43,000 ຂອງການເຂົ້າມະຫາວິທະຍາໄລ. 223 00:11:43,000 --> 00:11:46,000 ແລະ ຜົນໄດ້ຮັບກໍ່ແມ່ນວ່າຫຼາຍຄົນທີ່ມີແວວສູງ, 224 00:11:46,000 --> 00:11:48,000 ຫຼັກແຫຼມ, ສ້າງສັນ ຄິດວ່າເຂົາເຈົ້າບໍ່ໄດ້ເປັນແນວນັ້ນ, 225 00:11:48,000 --> 00:11:50,000 ຍ້ອນວ່າສິ່ງທີ່ເຂົາເກ່ງຢູ່ໃນໂຮງຮຽນ 226 00:11:50,000 --> 00:11:54,000 ບໍ່ໄດ້ມີຄ່າ, ຫຼື ເປັນສິ່ງທີ່ຖືກປະນາມ. 227 00:11:54,000 --> 00:11:56,000 ແລະ ຂ້າພະເຈົ້າຄິດວ່າພວກເຮົາບໍ່ສາມາດສືບຕໍ່ໄປໃນທາງນີ້ໄດ້ອີກ. 228 00:11:56,000 --> 00:11:58,000 ໃນ 30 ປີ ຕໍ່ໜ້າ, ອີງຕາມອົງການ UNESCO, 229 00:11:58,000 --> 00:12:01,000 ຈະມີຄົນທົ່ວໂລກທີ່ຈະຈົບ 230 00:12:01,000 --> 00:12:03,000 ຈາກການສຶກສາຫຼາຍກວ່າທີ່ເຄີຍມີມາໃນປະຫວັດສາດ. 231 00:12:03,000 --> 00:12:05,000 ຫຼາຍຄົນ, ແລະ ມັນກໍ່ແມ່ນສ່ວນປະກອບ 232 00:12:05,000 --> 00:12:07,000 ຂອງທຸກສິ່ງທີ່ເຮົາໄດ້ເວົ້າກັນມາ - 233 00:12:07,000 --> 00:12:10,000 ເຕັກໂນໂລຢິ ແລະ ຜົນການປ່ຽນແປງຂອງມັນ ຕໍ່ກັບການເຮັດວຽກ, ແລະ ການສຶກສາກ່ຽວກັບປະຊາກອນ 234 00:12:10,000 --> 00:12:12,000 ແລະ ການຂະຫຍາຍຕົວອັນໄວວາຂອງປະຊາກອນ. 235 00:12:12,000 --> 00:12:15,000 ທັນໃດ, ໃບປະກາດບໍ່ໄດ້ມີຄ່າຫຍັງໝົດອີກ. ບໍ່ແມ່ນບໍ? 236 00:12:15,000 --> 00:12:19,000 ຕອນທີ່່ຂ້າພະເຈົ້າເປັນນັກສຶກສາ, ຖ້າເຈົ້າໄດ້ໃບປະກາດ, ເຈົ້າໄດ້ວຽກ. 237 00:12:19,000 --> 00:12:22,000 ຖ້າເຈົ້າບໍ່ມີວຽກ ມັນແມ່ນຍ້ອນວ່າເຈົ້າບໍ່ຢາກໄດ້. 238 00:12:22,000 --> 00:12:25,000 ແລະ ຂ້າພະເຈົ້າກໍ່ບໍ່ໄດ້ຢາກໄດ້ວຽກດອກ, ເວົ້າແທ້. (ຫົວ) 239 00:12:25,000 --> 00:12:30,000 ແຕ່ດຽວນີ້ ເດັກທີ່ມີໃບປະກາດສ່ວນຫຼາຍ 240 00:12:30,000 --> 00:12:31,000 ກັບເມືອເຮືອນເພື່ອໄປສືບຕໍ່ຫຼິ້ນ ວີດີໂອ ເກມ, 241 00:12:31,000 --> 00:12:34,000 ເພາະວ່າເຈົ້າຕ້ອງໄດ້ປະລິນຍາໂທເພື່ອເຮັດວຽກທີ່ແຕ່ກ່ອນຕ້ອງການແຕ່ປະລິນຍາຕີ, 242 00:12:34,000 --> 00:12:37,000 ແລະ ດຽວນີ້ເຈົ້າກໍ່ຕ້ອງໄດ້ມີປະລິນຍາເອກເພື່ອເຮັດວຽກຂອງໂທ. 243 00:12:37,000 --> 00:12:39,000 ມັນແມ່ນຂະບວນການຂອງ ວິຊາການເຟີ້. 244 00:12:39,000 --> 00:12:41,000 ແລະ ມັນບົ່ງບອກເຖິງໂຄງສ້າງຂອງການສຶກສາທັງໝົດ 245 00:12:41,000 --> 00:12:43,000 ທີ່ກຳລັງເຄື່ອນຍ້າຍພາຍໃຕ້ແຕ່ລະບາດກ້າວຂອງເຮົາ. ພວກເຮົາຕ້ອງໄດ້ຄິດໃໝ່ກ່ຽວກັບພື້ນຖານ 246 00:12:43,000 --> 00:12:44,000 ຂອງມຸມມອງຂອງເຮົາກ່ຽວກັບຄວາມສະຫຼາດ. 247 00:12:44,000 --> 00:12:46,000 ພວກເຮົາຮູ້ຢູ່ ສາມ ຢ່າງ ກ່ຽວກັບຄວາມສະຫຼາດ. 248 00:12:46,000 --> 00:12:49,000 ອັນທີໜຶ່ງ, ມັນຫຼາກຫຼາຍ. ເຮົາຄິດກ່ຽວກັບໂລກນີ້ໃນທາງ 249 00:12:49,000 --> 00:12:51,000 ທີ່ພວກເຮົາໄດ້ປະສົບກັບມັນ. ເຮົາຄິດເປັນພາບ, 250 00:12:51,000 --> 00:12:54,000 ເຮົາຄິດເປັນສຽງ, ເຮົາຄິດແບບເປີດຮັບ. 251 00:12:54,000 --> 00:12:57,000 ເຮົາຄິດແບບນາມມະທຳ, ເຮົາຄິດແບບເຄື່ອນໄຫວ. 252 00:12:57,000 --> 00:12:59,000 ອັນທີສອງ, ຄວາມສະຫຼາດມີການເຄື່ອນທີ່. 253 00:12:59,000 --> 00:13:02,000 ຖ້າພວກທ່ານເບິ່ງຈາກການພົວພັນຂອງສະໝອງຂອງຄົນ, ດັ່ງທີ່ເຮົາໄດ້ຍິນ 254 00:13:02,000 --> 00:13:05,000 ມື້ວານນີ້ ຈາກບົດສະເໜີຫຼາຍບົດ, 255 00:13:05,000 --> 00:13:07,000 ຄວາມສະຫຼາດ ແມ່ນມີການພົວພັນແລກປ່ຽນກັນຢ່າງມະຫັດສະຈັນ. 256 00:13:07,000 --> 00:13:10,000 ສະໝອງບໍ່ໄດ້ຖືກແບ່ງອອກເປັນຫ້ອງ. 257 00:13:10,000 --> 00:13:13,000 ອັນທີ່ຈິງ, ຄວາມຄິດສ້າງສັນ - ເຊິ່ງຂ້າພະເຈົ້ານິຍາມວ່າເປັນຂະບວນການ 258 00:13:13,000 --> 00:13:15,000 ຂອງການມີແນວຄວາມຄິດທີ່ເປັນເອກກະລັກ ທີ່ມີຄ່າ - 259 00:13:15,000 --> 00:13:18,000 ສ່ວນຫຼາຍໄດ້ມາຈາກການພົວພັນແລກປ່ຽນ 260 00:13:18,000 --> 00:13:21,000 ລະຫວ່າງການສັງເກດສິ່ງຕ່າງໆດ້ວຍຫຼັກວິທີການຫຼາຍແບບທີ່ແຕກຕ່າງກັນ. 261 00:13:21,000 --> 00:13:23,000 ສະໝອງແມ່ນມີເຈດຕະນາ - ອີກປະການໜຶ່ງ, 262 00:13:23,000 --> 00:13:26,000 ມີເສັ້ນປະສາດສາຍໜຶ່ງທີ່ເຊື່ອມຕໍ່ສະໝອງທັງສອງຂ້າງ 263 00:13:26,000 --> 00:13:28,000 ເອີ້ນວ່າ ຄໍປັສ ຄາລອສຊຳ. ສິ່ງນີ້ຈະມີຄວາມໜາ ກວ່າໃນສະໝອງຂອງແມ່ຍິງ. 264 00:13:28,000 --> 00:13:30,000 ສືບຕໍ່ຈາກ ເຮເລັນ ມື້ວານນີ້, ຂ້າພະເຈົ້າຄິດວ່າ 265 00:13:30,000 --> 00:13:34,000 ສິ່ງນີ້ອາດແມ່ນເຫດຜົນທີ່ແມ່ຍິງເກ່ງກວ່າໃນການເຮັດວຽກຫຼາຍອັນພ້ອມກັນ. 266 00:13:34,000 --> 00:13:36,000 ເພາະວ່າພວກທ່ານເກ່ງກວ່າແທ້, ບໍ່ແມ່ນບໍ? 267 00:13:36,000 --> 00:13:39,000 ມີການຄົ້ນຄວ້າເປັນແພ, ແຕ່ຂ້າພະເຈົ້າຮູ້ຈາກປະສົບການຊີວິດສ່ວນຕົວ. 268 00:13:39,000 --> 00:13:41,000 ຖ້າເມຍຂ້າພະເຈົ້າຫາກກຳລັງແຕ່ງກິນຢູ່ເຮືອນ - 269 00:13:41,000 --> 00:13:45,000 ເຊິ່ງໄຄແຕ່ ບໍ່ເລື້ອຍປານໃດ. (ຫົວ) 270 00:13:45,000 --> 00:13:48,000 ແຕ່ທ່ານກໍ່ຮູ້, ລາວກຳລັງເຮັດ - ບໍ່ແມ່ນ, ລາວເຮັດໄດ້ດີໃນບາງສິ່ງ - 271 00:13:48,000 --> 00:13:50,000 ແຕ່ຖ້າລາວກຳລັງເຮັດກິນ, ຫັ້ນລະ, 272 00:13:50,000 --> 00:13:52,000 ແມ່ນ ລາວກຳລັງລົມໂທລະສັບນຳ, 273 00:13:52,000 --> 00:13:55,000 ລາວກຳລັງລົມກັບລູກນຳ, ລາວກຳລັງທາສີເພດານເຮືອນນຳ, 274 00:13:55,000 --> 00:13:58,000 ລາວກຳລັງປາດຫົວໃຈນຳ. 275 00:13:58,000 --> 00:14:01,000 ຖ້າແມ່ນຂ້າພະເຈົ້າເຮັດກິນ, ປະຕູຕ້ອງປິດ, ລູກຕ້ອງຢູ່ນອກ, 276 00:14:01,000 --> 00:14:04,000 ໂທລະສັບແມ່ນແຂວນໄວ້ຢູ່ບ່ອນຂອງມັນ, ຖ້າລາວເຂົ້າມາຂ້າພະເຈົ້າຈະອາລົມເສຍ. 277 00:14:04,000 --> 00:14:17,000 ຂ້າພະເຈົ້າຈະເວົ້າວ່າ, “ເທີຣີ່, ຂໍຮ້ອງ, ຂ້ອຍກຳລັງຈືນໄຂ່ຢູ່ໃນໜີ້. ໃຫ້ເວລາຂ້ອຍແດ່.” (ຫົວ) 278 00:14:17,000 --> 00:14:19,000 ອັນທີ່ຈິງ, ທ່ານຮູ້ສຳນວນປັດຊະຍາເກົ່າອັນໜຶ່ງບໍ່, 279 00:14:19,000 --> 00:14:22,000 ຖ້າຕົ້ນໄມ້ລົ້ມໃນປ່າ ແລະ ບໍ່ມີໃຜໄດ້ຍິນ, 280 00:14:22,000 --> 00:14:25,000 ແມ່ນມັນໄດ້ເກີດຂຶ້ນແທ້ບໍ? ຈື່ຕົ້ນຖົ່ວຕົ້ນນັ້ນໄດ້ບໍ? 281 00:14:25,000 --> 00:14:28,000 ຂ້າພະເຈົ້າໄດ້ເຫັນເສື້ອຢືດຄັກໆອັນໜຶ່ງໃນມໍ່ໆນີ້ ທີ່ຂຽນວ່າ, “ຖ້າຊາຍຜູ້ໜຶ່ງຫາກເວົ້າຄວາມຄິດແທ້ໆຂອງລາວ 282 00:14:28,000 --> 00:14:31,000 ຢູ່ໃນປ່າ, ແລະ ບໍ່ມີແມ່ຍິງຄົນໃດໄດ້ຍິນລາວ, 283 00:14:31,000 --> 00:14:40,000 ລາວກໍ່ຍັງຈະຜິດບໍ?” (ຫົວ) 284 00:14:40,000 --> 00:14:42,000 ແລະ ອັນທີສາມ ກ່ຽວກັບຄວາມສະຫຼາດ ແມ່ນ, 285 00:14:43,000 --> 00:14:45,000 ມັນແຕກຕ່າງ. ຂ້າພະເຈົ້າກຳລັງຂຽນປຶ້ມເຫຼັ້ມໃໝ່ຢູ່ດຽວນີ້ 286 00:14:45,000 --> 00:14:47,000 ເອີ້ນວ່າ “ການປາກົດຕົວ,” ເຊິ່ງອີງໃສ່ຫຼາຍຊຸດຂອງ 287 00:14:47,000 --> 00:14:49,000 ການສຳພາດຄົນກ່ຽວກັບການຄົ້ນພົບ 288 00:14:49,000 --> 00:14:51,000 ພອນສະຫວັນຂອງເຂົາ. ຂ້າພະເຈົ້າຕິດໃຈກ່ຽວກັບວ່າຄົນເຮົາໄປຮອດຈຸດນັ້ນໄດ້ແນວໃດ. 289 00:14:51,000 --> 00:14:54,000 ມັນເກີດມາຈາກບົດສົນທະນາອັນໜຶ່ງຂອງຂ້າພະເຈົ້າ 290 00:14:54,000 --> 00:14:56,000 ກັບແມ່ຍິງທີ່ໜ້າອັດສະຈັນຜູ້ໜຶ່ງ ເຊິ່ງບາງທີຄົນສ່ວນຫຼາຍ 291 00:14:56,000 --> 00:14:58,000 ອາດຈະບໍ່ເຄີຍໄດ້ຍິນ, ລາວຊື່ ກີລຽນ ລິນ, 292 00:14:58,000 --> 00:15:00,000 ທ່ານເຄີຍໄດ້ຍິນກ່ຽວກັບລາວບໍ? ບາງຄົນເຄີຍໄດ້ຍິນເນາະ. ລາວເປັນນັກອອກແບບທ່າເຕັ້ນ 293 00:15:00,000 --> 00:15:02,000 ແລະ ໝົດທຸກຄົນຮູ້ຜົນງານຂອງລາວ. 294 00:15:02,000 --> 00:15:04,000 ລາວໄດ້ເຮັດ “Cats,” ແລະ “Phanthom of the Opera.” 295 00:15:04,000 --> 00:15:08,000 ລາວເກ່ງ. ຂ້າພະເຈົ້າເຄີຍເປັນໜຶ່ງໃນຄະນະກຳມະການຂອງ Royal Ballet, ໃນອັງກິດ, 296 00:15:08,000 --> 00:15:10,000 ດັ່ງທີ່ທ່ານເຫັນ. 297 00:15:10,000 --> 00:15:12,000 ຈັ່ງໃດກໍ່ຢ່າ, ກີລຽນ ແລະ ຂ້າພະເຈົ້າໄດ້ຮ່ວມກິນເຂົ້າທ່ຽງໃນມື້ໜຶງ ແລະ ຂ້າພະເຈົ້າໄດ້ເວົ້າວ່າ, 298 00:15:12,000 --> 00:15:14,000 “ກີລຽນ, ເຮັດແນວໃດເຈົ້າຈິ່ງໄດ້ເປັນນັກເຕັ້ນ?” ແລະ ລາວໄດ້ບອກວ່າ 299 00:15:14,000 --> 00:15:16,000 ມັນກໍ່ເປັນຕາສົນໃຈຢູ່, ໃນຕອນທີ່ລາວຍັງເຂົ້າໂຮງຮຽນຢູ່ນັ້ນ, 300 00:15:16,000 --> 00:15:19,000 ລາວບໍ່ມີຫວັງເລີຍ. ແລະທາງໂຮງຮຽນ, ໃນຊຸມປີ 30 301 00:15:19,000 --> 00:15:21,000 ໄດ້ຂຽນເຖິງພໍ່ແມ່ຂອງລາວວ່າ, “ທາງເຮົາຄິດວ່າ 302 00:15:21,000 --> 00:15:23,000 ກີລຽນ ມີປັນຫາດ້ານການຮັບຮູ້.” ລາວບໍ່ສາມາດຕັ້ງສະມາທິ, 303 00:15:23,000 --> 00:15:25,000 ລາວຢູ່ບໍ່ສະຫງົບ. ຂ້າພະເຈົ້າຄິດວ່າປະຈຸບັນນີ້ເຂົາຄືຊິເວົ້າວ່າ 304 00:15:25,000 --> 00:15:29,000 ລາວເປັນພະຍາດສະມາທິສັ້ນ. ທ່ານບໍ່ຄິດບໍ? ແຕ່ຕອນນັ້ນຍັງແມ່ນຊຸມປີ 1930, 305 00:15:29,000 --> 00:15:32,000 ແລະ ພະຍາດສະມາທິສັ້ນ ກໍ່ຍັງບໍ່ທັນໄດ້ຖືກສ້າງຂຶ້ນມາເທື່ອ. 306 00:15:32,000 --> 00:15:35,000 ມັນຍັງເປັນພະຍາດທີ່ບໍ່ສາມາດມີໄດ້ເທື່ອ. (ຫົວ) 307 00:15:35,000 --> 00:15:39,000 ຄົນເຮົາບໍ່ໄດ້ຮູ້ວ່າພວກເຂົາສາມາດເປັນພະຍາດນີ້ໄດ້. 308 00:15:39,000 --> 00:15:43,000 ຈັ່ງໃດກໍ່ຢ່າ, ລາວໄດ້ໄປຫາຊ່ຽວຊານຜູ້ໜຶ່ງ. ໃນຫ້ອງທີ່ເຮັດດ້ວຍໄມ້ໂອ໋ກ, 309 00:15:43,000 --> 00:15:46,000 ແລະ ແມ່ຂອງລາວກໍ່ໄດ້ໄປນຳ, 310 00:15:46,000 --> 00:15:49,000 ແລະ ລາວກໍ່ຖືກພາໄປນັ່ງຢູ່ຕັ່ງທີ່ຢູ່ແຈສຸດ, 311 00:15:49,000 --> 00:15:51,000 ແລະ ລາວກໍ່ໄດ້ນັ່ງຢອງມືຂອງລາວເປັນເວລາ 20 ນາທີ ໃນຂະໜະທີ່ 312 00:15:51,000 --> 00:15:53,000 ຊາຍຜູ້ໜຶ່ງໄດ້ລົມກັບແມ່ຂອງລາວກ່ຽວກັບ 313 00:15:53,000 --> 00:15:57,000 ປັນຫາທັງໝົດທີ່ ກີລຽນ ມີຢູ່ໃນໂຮງຮຽນ. ແລະ ໃນຕອນທ້າຍ - 314 00:15:57,000 --> 00:15:59,000 ຍ້ອນວ່າລາວໄດ້ລົບກວນຄົນອື່ນ, 315 00:15:59,000 --> 00:16:01,000 ວຽກບ້ານຂອງລາວແມ່ນໄດ້ສົ່ງຊ້າຕະຫຼອດ, ແລະ ອື່ນໆ, 316 00:16:01,000 --> 00:16:04,000 ເດັກນ້ອຍອາຍຸ ແປດ ປີ - ສຸດທ້າຍ, ທ່ານໝໍ ໄດ້ ຍ່າງໄປນັ່ງລົງ 317 00:16:04,000 --> 00:16:06,000 ຂ້າງ ກີລຽນ ແລະ ເວົ້າວ່າ, “ກີລຽນ, 318 00:16:06,000 --> 00:16:08,000 ຂ້ອຍໄດ້ຟັງທຸກຢ່າງທີ່ແມ່ເຈົ້າ 319 00:16:08,000 --> 00:16:10,000 ໄດ້ບອກຂ້ອຍແລ້ວ, ແລະ ຂ້ອຍຕ້ອງໄດ້ເວົ້ານຳລາວເປັນການສ່ວນຕົວ.” 320 00:16:10,000 --> 00:16:13,000 ລາວໄດ້ເວົ້າວ່າ, “ລໍຖ້າຢູ່ໜີ້ເດີ້, ຈັກໜ້ອຍພວກເຮົາຊິກັບມາ, ບໍ່ດົນດອກ.” 321 00:16:13,000 --> 00:16:15,000 ແລະ ພວກເຂົາກໍ່ໄດ້ອອກໄປ ແລະ ປະລາວໄວ້ຜູ້ດຽວ. 322 00:16:15,000 --> 00:16:17,000 ແລະ ກ່ອນທີ່ທັງສອງຈະອອກຈາກຫ້ອງ, ຜູ້ຊ່ຽວຊານໄດ້ເປີດວິທະຍຸ 323 00:16:17,000 --> 00:16:19,000 ເຊິ່ງຢູ່ໜ້າໂຕະຂອງລາວປະໄວ້. ແລະ ເມື່ອພວກເພິ່ນ 324 00:16:19,000 --> 00:16:21,000 ໄດ້ອອກໄປຈາກຫ້ອງ, ຊ່ຽວຊານໄດ້ບອກແມ່ຂອງລາວວ່າ, 325 00:16:21,000 --> 00:16:24,000 “ຢືນເບິ່ງລາວຢູ່ໜີ້ເດີ້.” ແລະ ໃນນາທີທີ່ພວກເພິ່ນໄດ້ອອກຈາກຫ້ອງ, 326 00:16:24,000 --> 00:16:28,000 ລາວໄດ້ບອກຂ້ອຍວ່າ, ລາວໄດ້ລຸກຂຶ້ນ, ເຄື່ອນຍ້າຍໄປຕາມສຽງດົນຕີ. 327 00:16:28,000 --> 00:16:30,000 ແລະ ພວກເພິ່ນກໍ່ໄດ້ເບິ່ງຢູ່ສາມສີ່ນາທີ 328 00:16:30,000 --> 00:16:33,000 ແລະ ຊ່ຽວຊານກໍ່ໄດ້ຫັນຫາແມ່ລາວ ແລະ ເວ້ົາວ່າ, 329 00:16:33,000 --> 00:16:37,000 “ມາດາມ ລິນ, ກີລຽນ ບໍ່ໄດ້ປ່ວຍດອກ, ລາວເປັນນັກເຕັ້ນ. 330 00:16:37,000 --> 00:16:39,000 ພາລາວໄປເຂົ້າໂຮງຮຽນເຕັ້ນສາ.” 331 00:16:39,000 --> 00:16:41,000 ຂ້າພະເຈົ້າໄດ້ຖາມວ່າ, “ແລ້ວເກີດຫຍັງຂຶ້ນ?” 332 00:16:41,000 --> 00:16:44,000 ລາວໄດ້ເວົ້າວ່າ, “ແມ່ຂ້ອຍກໍ່ເຮັດຕາມ. ຂ້ອຍບອກເຈົ້າໄດ້ເລີຍວ່າມັນວິເສດຂະໜາດໃດ. 333 00:16:44,000 --> 00:16:46,000 ເຮົາຍ່າງເຂົ້າໄປໃນຫ້ອງໜຶ່ງ ແລະ ມັນກໍ່ເຕັມໄປດ້ວຍ 334 00:16:46,000 --> 00:16:49,000 ຄົນຄືຂ້ອຍ. ຄົນທີ່ບໍ່ສາມາດນັ່ງຢູ່ຊື່ໆໄດ້. 335 00:16:49,000 --> 00:16:52,000 ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້.” ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້. 336 00:16:52,000 --> 00:16:54,000 ພວກເຂົາໄດ້ຮຽນ ບາເລ, ພວກເຂົາໄດ້ຮຽນ ແທ໋ບ, ພວກເຂົາໄດ້ຮຽນ ແຈັສ, 337 00:16:54,000 --> 00:16:56,000 ພວກເຂົາຮຽນດົນຕີສະໄໝໃໝ່, ພວກເຂົາໄດ້ຮຽນດົນຕີຮ່ວມສະໄໝ. 338 00:16:56,000 --> 00:16:59,000 ໃນທີ່ສຸດລາວກໍ່ໄດ້ເສັງເຂົ້າໂຮງຮຽນ Royal Ballet, 339 00:16:59,000 --> 00:17:01,000 ລາວໄດ້ກາຍເປັນຜູ້ບັນເລງດ່ຽວ, ລາວໄດ້ມີອາຊີບທີ່ໜ້າອັດສະຈັນ 340 00:17:01,000 --> 00:17:03,000 ທີ່ໂຮງຮຽນ Royal Ballet. ໃນທີ່ສຸດລາວກໍ່ຮຽນຈົບ 341 00:17:03,000 --> 00:17:05,000 ຈາກໂຮງຮຽນ Royal Ballet ແລະ 342 00:17:05,000 --> 00:17:08,000 ໄດ້ຕັ້ງບໍລິສັດຂອງຕົນເອງ - ບໍລິສັດ ກີລຽນ ລິນ ແດ໋ນສ - 343 00:17:08,000 --> 00:17:11,000 ໄດ້ພົບກັບ ແອນດຣິວ ລອຍ ເວັບເບີ. ລາວໄດ້ຮັບຜິດຊອບ 344 00:17:11,000 --> 00:17:13,000 ງານສະແດງດົນຕີທີ່ປະສົບຜົນສຳເລັດຫຼາຍອັນ 345 00:17:13,000 --> 00:17:18,000 ໃນປະຫວັດສາດ, ລາວໄດ້ມອບຄວາມສຸກໃຫ້ກັບຄົນຫຼາຍລ້ານ, 346 00:17:18,000 --> 00:17:21,000 ແລະ ລາວກໍ່ແມ່ນມະຫາເສດຖີເງິນຫຼາຍລ້ານ. ຄົນອື່ນ 347 00:17:21,000 --> 00:17:25,000 ອາດຈະໄດ້ຈັບລາວກິນຢາ ແລະ ບອກໃຫ້ລາວ 348 00:17:25,000 --> 00:17:27,000 ສະຫງົບລົງ. 349 00:17:27,000 --> 00:17:30,000 ບາດນີ້, ຂ້າພະເຈົ້າຄິດວ່າ ... (ຕົບມື) ສິ່ງທີ່ຂ້າພະເຈົ້າຄິດ ມັນກາຍມາເປັນສິ່ງນີ້: 350 00:17:30,000 --> 00:17:32,000 ອາລ ກໍ ໄດ້ກ່າວໃນຄືນກ່ອນ 351 00:17:32,000 --> 00:17:35,000 ກ່ຽວກັບລະບົບນິເວດ, ແລະ ການປະຕິວັດທີ່ໄດ້ຖືກກະຕຸ້ນໂດຍ ຣາແຊລ ຄາສັນ. 352 00:17:35,000 --> 00:17:39,000 ຂ້າພະເຈົ້າເຊື່ອວ່າຄວາມຫວັງອັນດຽວຂອງພວກເຮົາຕໍ່ອະນາຄົດ 353 00:17:39,000 --> 00:17:42,000 ແມ່ນການຮັບເອົາແນວຄວາມຄິດຂອງລະບົບນິເວດຂອງຄົນ, 354 00:17:42,000 --> 00:17:46,000 ອັນທີ່ຄົນເຮົາເລີ່ມສ້າງແນວຄວາມຄິດຂອງພວກເຮົາໃໝ່ 355 00:17:46,000 --> 00:17:48,000 ທີ່ກ່ຽວພັນກັບຄວາມອຸດົມຮັ່ງມີຂອງສະມັດຖະພາບຂອງຄົນ. 356 00:17:48,000 --> 00:17:52,000 ລະບົບການສຶກສາຂອງເຮົາໄດ້ຂຸດແນວຄິດຂອງຄົນໃນແບບ 357 00:17:52,000 --> 00:17:54,000 ທີ່ເຮົາຂຸດຄົ້ນເອົາຊັບສົມບັດຈາກພື້ນໂລກ: ເພື່ອວັດຖຸສະເພາະອັນດຽວ. 358 00:17:54,000 --> 00:17:57,000 ແລະ ໃນອະນາຄົດ, ມັນຈະບໍ່ໃຫ້ປະໂຫຍດກັບເຮົາ. 359 00:17:57,000 --> 00:18:00,000 ພວກເຮົາຕ້ອງຄິດຄືນໃໝ່ເຖິງຫຼັກທຳພື້ນຖານ 360 00:18:00,000 --> 00:18:02,000 ທີ່ເຮົາອີງໃສ່ເພື່ອສຶກສາລູກຫຼານຂອງເຮົາ. ມີ 361 00:18:02,000 --> 00:18:06,000 ຄຳເວົ້າທີ່ວິເສດອັນໜຶ່ງ ໂດຍ ໂຈນາສ ຊອກ, ຜູ້ທີ່ໄດ້ເວົ້າວ່າ, “ຖ້າແມງໄມ້ທັງໝົດ 362 00:18:06,000 --> 00:18:09,000 ຫາກຈະຫາຍໄປຈາກໂລກນີ້, 363 00:18:09,000 --> 00:18:12,000 ພາຍໃນ 50 ປີ ສິ່ງມີຊີວິດທັງໝົດໃນໂລກນີ້ຄົງຈະຈົບລົງ. 364 00:18:12,000 --> 00:18:15,000 ຖ້າຄົນທັງໝົດຫາກຫາຍໄປຈາກໂລກນີ້, 365 00:18:15,000 --> 00:18:19,000 ພາຍໃນ 50 ປີ ສິ່ງມີຊີວິດທັງໝົດຈະເຕີບໃຫຍ່ຂະຫຍາຍຕົວຂຶ້ນ.” 366 00:18:19,000 --> 00:18:21,000 ແລະ ລາວກໍ່ເວົ້າຖືກ. 367 00:18:21,000 --> 00:18:24,000 ສິ່ງທີ່ TED ຍົກຍ້ອງແມ່ນພອນສະຫວັນຂອງຈິນຕະນາການຂອງຄົນ. 368 00:18:24,000 --> 00:18:28,000 ພວກເຮົາຕ້ອງລະວັງໃນຕອນທີ່ເຮົານຳໃຊ້ພອນສະຫວັນອັນນີ້ 369 00:18:28,000 --> 00:18:31,000 ໃຫ້ຫຼັກແຫຼມ, ແລະ ກໍ່ຕ້ອງຫຼີກລ່ຽງສະຖານະການ 370 00:18:31,000 --> 00:18:34,000 ສະຖານະການທີ່ໄດ້ກ່າວມາແລ້ວ. ແລະ ທາງດຽວທີ່ 371 00:18:35,000 --> 00:18:38,000 ພວກເຮົາຈະສາມາດເຮັດແນວນັ້ນໄດ້ ແມ່ນດ້ວຍການຕິດຕາມເບິ່ງສະມັດຖະນະຂອງຄວາມຄິດສ້າງສັນຂອງເຮົາ 372 00:18:38,000 --> 00:18:40,000 ເພື່ອຄວາມອຸດົມຮັ່ງມີທີ່ເຮົາເປັນ, ແລະ ເບິ່ງ 373 00:18:40,000 --> 00:18:43,000 ລູກຫຼານຂອງເຮົາເພື່ອຄວາມຫວັງທີ່ພວກເຂົາເປັນ. ແລະ ໜ້າທີ່ຂອງເຮົາ 374 00:18:43,000 --> 00:18:46,000 ແມ່ນການສຶກສາສິ່ງທີ່ເປັນພວກເຂົາທັງໝົດ, ເພື່ອວ່າພວກເຂົາຈະສາມາດປະເຊີນກັບອະນາຄົດອັນນີ້. 375 00:18:46,000 --> 00:18:49,000 ເຊິ່ງພວກເຮົາອາດຈະບໍ່ໄດ້ເຫັນອະນາຄົດອັນນີ້ກໍ່ມີ, 376 00:18:49,000 --> 00:18:52,000 ແຕ່ພວກເຂົາຊິໄດ້ເຫັນ. ແລະ ວຽກຂອງເຮົາແມ່ນຊ່ວຍ 377 00:18:52,000 --> 00:18:54,000 ພວກເຂົາໃຫ້ສ້າງສິ່ງໃດສິ່ງໜຶ່ງຈາກມັນໄດ້. ຂອບໃຈຫຼາຍໆ.