ພວກເຮົາໄດ້ເລີ້ມຄຳແປເພາະພວກເຮົາເຊື່ອວ່າ ທຸກໆວິດີໂອໃນເວບຄວນຈະມີຄຳແປຂ້າງລຸ່ມ ມີຫລາຍລ້ານຄົນຫູນວກແລະມີບັນຫາໃນການຟັງທີ່ເປັນຜູ້ຊົມ ຮຽກຮອ້ງຄຳແປໃນການເຂົ້າເຖິງວິດີໂອ ຜູ້ສ້າງວິດີໂອແລະເວບໄຊຄວນໃຫ້ຄວາມສົນໃຈກັບເລື່ອງນີ້ຄືກັນ. ຄຳແປໃຫ້ພວກເຂົາເຂົ້າເຖິງຜູ້ຊົມທີ່ກວ້່າງກວ່າເກົ່າ ແລະພວກເຂົາກໍຍັງໄດ້ຮັບອັນດັບການຊອກຫາທີ່ດີກວ່າ Universal Subtitles ເຮັດໃຫ້ມັນງ່າຍຢ່າງບໍ່ໜ້າເຊື່ອ ເພື່ອຕື່ມຄຳແປໃນເກືອບທຸກໆວີດີໂອ. ເອົາວິດີໂອທີ່ມີຢູ່ໃນເວບ,ສົ່ງURLເຖິງເວບພວກເຮົາ ແລະພິມຕາມການເວົ້າເພື່ອສ້າງຄຳແປ. ຫລັງຈາກນັ້ນ Tap ຄີບອດຂອງທ່ານເພື່ອເຮັດໃຫ້ມັນເຊື່ອມກັນກັບວິດີໂອ ແລ້ວທ່ານກໍສຳເລັດ--ພວກເຮົາມີembed codeໃຫ້ ສຳລັບວີດີໂອທ່ານສາມາດເອົາລົງທຸກໆເວບໄຊ ເຖິງຈຸດນັ້ນ,ຜູ້ຊົມສາມາດນຳໃຊ້ຄຳແປ ແລະຍັງສາມາດຊ່ວຍໃນການແປພາສານຳອີກ. ພວກເຮົາສະໜັບສະໜູນວີດີໂອໃນຢູທູ,blip.tv,ustreamແລະຫລາຍໆ. ບວກກັບພວກເຮົາຕື່ມການບໍລິການເພີ້ມໃນທຸກເວລາ. Universal Subtitles ເຮັດວຽກກັບວີດີໂອຟໍເມັດສທີ່ມີຊື່ສຽງ, ດັ່ງmp4,theora,webM ແລະover HTML 5. ເປົ້າໝາຍພວກເຮົາແມ່ນເພື່ອທຸກໆວິດີໂອໃນເວບທີ່ສາມາດສ້າງຄຳແປໄດ້ ເພື່ອທີ່ທຸກໆຄົນຜູ້ສົນໃຈກຽ່ວກັບວິດີໂອ ສາມາດຊ່ວຍໃນການເຮັດໃຫ້ການເຂົ້າເຖິງໄດ້ຫລາຍກວ່າເກົ່າ.