Return to Video

ເຄັນ ໂຣບິນສັນ ບອກວ່າ ໂຮງຮຽນທຳລາຍຄວາມຄິດສ້າງສັນ

  • 0:00 - 0:07
    ສະບາຍດີ. ພວກທ່ານເປັນແນວໃດແດ່? ຜ່ານມາຄັກຫຼາຍ ແມ່ນບໍ?
  • 0:07 - 0:11
    ຂ້າພະເຈົ້າເກືອບຫງາຍຍ້ອນສິ່ງທີ່ໄດ້ເກີດຂຶ້ນທັງໝົດ.
  • 0:11 - 0:15
    ອັນທີ່ຈິງ, ຂ້າພະເຈົ້າວ່າຈະກັບດີກວ່າ. (ຫົວ)
  • 0:15 - 0:19
    ຜ່ານມາ ມີຢູ່ ສາມ ແກນ, ແມ່ນບໍ່,
  • 0:19 - 0:23
    ທີ່ໄດ້ຜ່ານກອງປະຊຸມ, ເຊິ່ງກ່ຽວພັນ
  • 0:23 - 0:25
    ກັບສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງ
  • 0:25 - 0:29
    ອັນທີໜຶ່ງແມ່ນຫຼັກຖານອັນອັດສະຈັນ ຂອງຄວາມຄິດສ້າງສັນຂອງມະນຸດຊາດ
  • 0:29 - 0:32
    ໃນບົດສະເໜີທັງໝົດທີ່ພວກເຮົາໄດ້ຟັງຜ່ານມາ
  • 0:32 - 0:35
    ແລະ ຈາກໝົດທຸກຄົນທີ່ຢູ່ທີ່ນີ້. ສະເພາະແຕ່ ຄວາມຫຼາກຫຼາຍ
  • 0:35 - 0:38
    ແລະ ຂອບເຂດ ຂອງມັນ ກໍ່ພໍແຮງແລ້ວ. ອັນທີສອງນັ້ນແມ່ນ
  • 0:38 - 0:41
    ສິ່ງນີ້ ພາເຮົາມາຢູ່ໃນຈຸດທີ່ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນ,
  • 0:41 - 0:43
    ໃນອະນາຄົດ. ບໍ່ຮູ້ເລີຍ
  • 0:43 - 0:45
    ວ່າ ສິ່ງເຫຼົ່ານີ້ຈະຜັນຂະຫຍາຍໄປແນວທາງໃດ.
  • 0:45 - 0:48
    ຂ້າພະເຈົ້າມີຄວາມສົນໃຈໃນການສຶກສາ -
  • 0:48 - 0:51
    ອັນທີ່ຈິງແລ້ວ, ສິ່ງທີ່ຂ້າພະເຈົ້າເຫັນແມ່ນ ໝົດທຸກຄົນມີສິ່ງທີ່ຕ້ອງສົນໃຈໃນການສຶກສາ.
  • 0:51 - 0:53
    ບໍ່ແມ່ນບໍ? ຂ້າພະເຈົ້າເຫັນວ່າສິ່ງນີ້ເປັນຕາສົນໃຈຫຼາຍ.
  • 0:53 - 0:56
    ຖ້າທ່ານໄປຮ່ວມງານສັງສັນ, ແລະ ເວົ້າວ່າ
  • 0:56 - 0:59
    ທ່ານເຮັດວຽກໃນຂະແໜງສຶກສາ -
  • 0:59 - 1:06
    ອັນທີ່ຈິງ, ທ່ານຈະບໍ່ຄ່ອຍໄດ້ໄປຮ່ວມງານສັງສັນດອກ, ເວົ້າແທ້, ຖ້າທ່ານເຮັດວຽກໃນຂະແໜງສຶກສາ.
  • 1:06 - 1:09
    (ຫົວ) ບໍ່ມີໃຜເຊີນທ່ານດອກ.
  • 1:09 - 1:14
    ແລະ ກໍ່ບໍ່ມີໃຜຊວນທ່ານເປັນເທື່ອທີສອງ, ເຊິ່ງມັນກໍ່ແປກ. ຂ້າພະເຈົ້າວ່າມັນປະຫຼາດດີ.
  • 1:14 - 1:16
    ແຕ່ວ່າຖ້າທ່ານໄດ້ໄປ, ແລະ ບອກໃຜຜູ້ໜຶ່ງວ່າ,
  • 1:16 - 1:18
    ຫັ້ນນ່າ, ເຂົາຖາມວ່າ, “ເຈົ້າເຮັດວຽກຫຍັງ?”
  • 1:18 - 1:20
    ແລ້ວ ທ່ານບອກວ່າທ່ານເຮັດວຽກໃນຂະແໜງສຶກສາ,
  • 1:20 - 1:24
    ທ່ານຊິເຫັນໃບໜ້າຂອງເຂົາປາດສະຈາກສີເລືອດ. ເຂົາຈະເປັນປະມານວ່າ,
  • 1:24 - 1:30
    “ຈັ່ງແມ່ນຊາດ,” ຫັ້ນນ່າ, “ເປັນຫຍັງຕ້ອງແມ່ນກູ? ຫາກໍ່ຊິໄດ້ອອກມາສັງສັນກັບໝູ່ເທື່ອທຳອິດໃນອາທິດ.” (ຫົວ)
  • 1:30 - 1:32
    ແຕ່ຖ້າທ່ານຫາກຖາມກ່ຽວກັບການສຶກສາຂອງເຂົາ,
  • 1:32 - 1:34
    ເຂົາຈະຈັບທ່ານຕິດຝາ. ເພາະວ່າມັນເປັນສິ່ງໜຶ່ງ
  • 1:34 - 1:37
    ທີ່ລົງເລິກໃນຕົວຄົນເຮົາ, ຂ້າພະເຈົ້າເວົ້າຖືກບໍ?
  • 1:37 - 1:40
    ຄືກັບ ສາດສະໜາ, ເງິນຄຳ ແລະ ສິ່ງອື່ນໆ.
  • 1:40 - 1:44
    ຂ້າພະເຈົ້າມີຄວາມສົນໃຈອັນໃຫຍ່ຫຼວງໃນການສຶກສາ, ແລະ ຄິດວ່າເຮົາທຸກຄົນມີຄືກັນໝົດ.
  • 1:44 - 1:46
    ເຮົາມີສ່ວນໄດ້ສ່ວນເສີຍອັນໃຫຍ່ຫຼວງໃນການສຶກສາ,
  • 1:46 - 1:49
    ສ່ວນໜຶ່ງຍ້ອນວ່າ ມັນແມ່ນການສຶກສານີ້ລະທີ່ຄວນຈະ
  • 1:49 - 1:52
    ພາເຮົາໄປສູ່ອະນາຄົດທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້.
  • 1:52 - 1:55
    ຖ້າທ່ານລອງຄິດເບິ່ງ, ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນປີນີ້
  • 1:55 - 2:01
    ຈະກິນບຳນານໃນປີ 2065. ບໍ່ມີໃຜຮູ້ -
  • 2:01 - 2:04
    ເຖິງຈະມີຊ່ຽວຊານຕັ້ງຫຼາຍຄົນທີ່ໄດ້ແຫ່ຂະບວນມາໃນໄລຍະ 4 ວັນທີ່ຜ່ານມາ -
  • 2:04 - 2:06
    ວ່າໂລກນີ້ຈະເປັນແນວໃດ
  • 2:06 - 2:08
    ໃນອີກ 5 ປີ. ແຕ່ປານນັ້ນ ພວກເຮົາຍັງພັດ
  • 2:08 - 2:11
    ຕ້ອງໄດ້ໃຫ້ການສຶກສາແກ່ເດັກນ້ອຍເຜື່ອໄວ້. ສະນັ້ນ ການທີ່ບໍ່ສາມາດຄາດເດົາໄດ້ນັ້ນ, ຂ້າພະເຈົ້າຄິດວ່າ,
  • 2:11 - 2:13
    ເປັນສິ່ງທີ່ມະຫັດສະຈັນ.
  • 2:13 - 2:15
    ແລະ ສ່ວນທີສາມ ໃນນີ້ ແມ່ນ
  • 2:15 - 2:20
    ພວກເຮົາທຸກຄົນໄດ້ເຫັນພ້ອມກັນແລ້ວ ເຖິງ
  • 2:20 - 2:23
    ສະມັດຖະນະອັນອັດສະຈັນທີ່ເດັກນ້ອຍມີ -
  • 2:23 - 2:25
    ສະມັດຖະນະເພື່ອການປ່ຽນແປງຂອງເຂົາ. ຂ້າພະເຈົ້າໝາຍເຖິງ, ຊີເຣນາ ມື້ຄືນນີ້ ແມ່ນຄົນທີ່ມະຫັດສະຈັນ,
  • 2:25 - 2:28
    ບໍ່ແມ່ນບໍ? ພຽງແຕ່ເບິ່ງສິ່ງທີ່ລາວສາມາດເຮັດໄດ້.
  • 2:28 - 2:33
    ແລະ ລາວກໍ່ມີຈຸດພິເສດ, ແຕ່ຄັນຊິເວົ້າແລ້ວ ຂ້າພະເຈົ້າຄິດວ່າລາວກໍ່ບໍ່ໄດ້
  • 2:33 - 2:36
    ພິເສດມາຕັ້ງແຕ່ຍັງນ້ອຍ.
  • 2:36 - 2:39
    ສິ່ງທີ່ທ່ານເຫັນນັ້ນແມ່ນຄົນຜູ້ໜຶ່ງທີ່ອຸທິດຕົນຢ່າງຍິ່ງ
  • 2:39 - 2:41
    ຜູ້ທີ່ພົບກັບພອນສະຫວັນ. ແລະ ຂໍ້ສະເໜີຂອງຂ້າພະເຈົ້າແມ່ນວ່າ
  • 2:41 - 2:43
    ເດັກທຸກຄົນມີພອນສະຫວັນຫຼາຍຫຼວງ.
  • 2:43 - 2:45
    ແລະ ພວກເຮົາກໍ່ສິ້ນເປືອງສິ່ງນີ້ໄປ, ຢ່າງບໍ່ໃສ່ໃຈເລີຍ.
  • 2:45 - 2:48
    ສະນັ້ນ ຂ້າພະເຈົ້າຢາກເວົ້າກ່ຽວກັບການສຶກສາ ແລະ
  • 2:48 - 2:51
    ຂ້າພະເຈົ້າຢາກເວົ້າກ່ຽວກັບຄວາມຄິດສ້າງສັນ. ຈຸດຢືນຂອງຂ້າພະເຈົ້າແມ່ນວ່າ
  • 2:51 - 2:54
    ຄວາມຄິດສ້າງສັນໃນປະຈຸບັນ ແມ່ນສຳຄັນສຳລັບການສຶກສາທຽບເທົ່າກັບການຮູ້ໜັງສື,
  • 2:54 - 2:58
    ແລະ ພວກເຮົາກໍ່ຄວນປະຕິບັດກັບທັງສອງສິ່ງໃນສະຖານະພາບດຽວກັນ.
  • 2:58 - 3:06
    (ຕົບມື) ຂອບໃຈ. ມື້ນີ້ກໍ່ມີເທົ່ານີ້ເດີ້.
  • 3:06 - 3:10
    ຂອບໃຈຫຼາຍໆ. (ຫົວ) ສະນັ້ນ, ຍັງອີກ 15 ນາທີ.
  • 3:10 - 3:17
    ອັນ, ຂ້າພະເຈົ້າໄດ້ເກີດທີ່... ບໍ່ແມ່ນ. (ຫົວ)
  • 3:17 - 3:21
    ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຍິນເລື່ອງດີໆເລື່ອງໜຶ່ງ - ຂ້າພະເຈົ້າມັກເລົ່າເລື່ອງນີ້ໃຫ້ຄົນຟັງ -
  • 3:21 - 3:25
    ກ່ຽວກັບເດັກຍິງຜູ້ໜຶ່ງໃນຊົ່ວໂມງຮຽນແຕ້ມຮູບ. ລາວອາຍຸໄດ້ ຫົກ ປີ.
  • 3:25 - 3:27
    ແລະ ລາວນັ່ງຢູ່ຫຼັງສຸດ, ກຳລັງແຕ້ມຢູ່,
  • 3:27 - 3:29
    ແລະ ຄູໄດ້ເວົ້າວ່ານາງນ້ອຍຜູ້ນີ້ບໍ່ຄ່ອຍ
  • 3:29 - 3:33
    ເອົາໃຈໃສ່ໃນໂມງຮຽນ, ແລະ ໃນຊົ່ວໂມງແຕ້ມຮູບແນວນີ້ລາວພັດໃສ່ໃຈ.
  • 3:33 - 3:35
    ນາງຄູຮູ້ສຶກສະຫງົນ ແລະ ເຂົ້າໄປຫານາງນ້ອຍ
  • 3:35 - 3:38
    ແລະ ເວົ້າວ່າ, “ກຳລັງແຕ້ມຫຍັງ?”
  • 3:38 - 3:41
    ແລະ ນາງນ້ອຍເວົ້າວ່າ, “ແຕ້ມຮູບພະເຈົ້າ.”
  • 3:41 - 3:44
    ແລະ ນາງຄູເວົ້າວ່າ, “ແຕ່ບໍ່ມີໃຜຮູ້ໄດ໋ວ່າພະເຈົ້າມີໜ້າຕາເປັນແນວໃດ.”
  • 3:44 - 3:51
    ແລະ ນາງນ້ອຍເວົ້າວ່າ, “ຈັກໜ້ອຍເຂົາຫາກຊິຮູ້.“
  • 3:51 - 3:52
    (ຫົວ)
  • 3:52 - 3:57
    ໃນຕອນທີ່ລູກຊາຍຂອງຂ້າພະເຈົ້າໄດ້ ສີ່ ປີ ທີ່ປະເທດອັງກິດ -
  • 3:57 - 4:00
    ອັນທີ່ຈິງ ລາວກໍ່ອາຍຸໄດ້ສີ່ປີຢູ່ທຸກບ່ອນຫັ້ນລະ, ເວົ້າແທ້. (ຫົວ)
  • 4:00 - 4:06
    ຖ້າເວົ້າໃຫ້ຖືກແທ້, ບໍ່ວ່າລາວຊິໄດ້ໄປໃສ, ລາວກໍ່ໄດ້ມີອາຍຸ ສີ່ ປີ ໝົດທັງປີນັ້ນລະ.
  • 4:06 - 4:08
    ລາວໄດ້ຫຼິ້ນລະຄອນຕອນເກີດຂອງພະເຈົ້າ.
  • 4:08 - 4:11
    ທ່ານຈື່ເນື້ອເລື່ອງໄດ້ບໍ? ບໍ່ຫວາ, ມັນຍິ່ງໃຫຍ່ຂະໜາດ.
  • 4:11 - 4:14
    ມັນເປັນເລື່ອງທີ່ຍິ່ງໃຫຍ່. ເມລ ກິບສັນ ຫຼິ້ນພາກຕໍ່ມາ.
  • 4:14 - 4:19
    ທ່ານອາດຈະໄດ້ເບິ່ງແລ້ວ: ເລື່ອງ “Nativity II.” ແຕ່ ເຈມສ ໄດ້ບົດຂອງ ໂຈເຊັຟ,
  • 4:19 - 4:22
    ເຊິ່ງເຮົາຕື່ນເຕັ້ນຫຼາຍ.
  • 4:22 - 4:24
    ເຮົາຖືວ່າບົດນີ້ເປັນຕົວຫຼັກໜຶ່ງຂອງເລື່ອງ.
  • 4:24 - 4:26
    ໂຮງສະແດງໄດ້ເຕັມແຕ່ຄົນຂອງເຮົາທີ່ໃສ່ເສື້ອທີ່ມີລາຍຕີພິມວ່າ:
  • 4:26 - 4:29
    “ເຈມສ ໂຣບິນສັນ ແມ່ນ ໂຈເຊັຟ!” (ຫົວ)
  • 4:29 - 4:31
    ລາວບໍ່ຕ້ອງເວົ້າຫຍັງໃນເລື່ອງ, ແຕ່ທ່ານຮູ້ຕອນທີ່
  • 4:31 - 4:34
    ພະລາຊາທັງສາມເຂົ້າມາ. ພວກເຂົານຳຂອງຂວັນມາ,
  • 4:34 - 4:36
    ແລະ ສິ່ງທີ່ພວກເຂົາຖືມາແມ່ນ ຄຳ, ກຳຍານ, ແລະ ຢາງໄມ້ຫອມ.
  • 4:36 - 4:38
    ສິ່ງນີ້ໄດ້ເກີດຂຶ້ນແທ້. ພວກເຮົາກະໄດ້ນັ່ງຢູ່ຫັ້ນລະ
  • 4:38 - 4:40
    ແລະ ຂ້າພະເຈົ້າຄິດວ່າພວກເຂົາໄປຂ້າມຕອນ.
  • 4:40 - 4:42
    ເພາະວ່າເຮົາລົມນຳລູກຊາຍຫຼັງຈົບການສະແດງ ແລະ ເວົ້າວ່າ,
  • 4:42 - 4:44
    “ເຈົ້າບໍ່ເປັນຫຍັງບໍ?” ແລະ ລາວເວົ້າວ່າ, “ໂດຍ, ເປັນຫຍັງ? ມີຫຍັງຜິດໄປ?”
  • 4:44 - 4:46
    ພວກເຂົາປ່ຽນຕົວ, ທໍ່ນັ້ນລະ.
  • 4:46 - 4:47
    ແຕ່ຈັ່ງໃດກໍ່ຕາມ, ເດັກຊາຍ ສາມ ຄົນເຂົ້າມາ -
  • 4:47 - 4:49
    ອາຍຸ ສີ່ ປີ ພ້ອມກັບຜ້າເຊັດມືພັນຫົວ -
  • 4:49 - 4:52
    ແລະ ພວກເຂົາວາງກ່ອງທັງສາມລົງ,
  • 4:52 - 4:54
    ແລະ ເດັກຊາຍຜູ້ທຳອິດເວົ້າວ່າ, “ຂ້ອຍນຳຄຳມາໃຫ້ເຈົ້າ.”
  • 4:54 - 4:57
    ແລະ ເດັກຊາຍຜູ້ທີສອງເວົ້າວ່າ, “ຂ້ອຍນຳກຳຍານມາໃຫ້ເຈົ້າ.”
  • 4:57 - 5:11
    ແລະ ເດັກຊາຍຜູ້ທີສາມເວົ້າວ່າ, “ແຟຣງ ສົ່ງອັນນີ້ມາ.” (ຫົວ)
  • 5:11 - 5:13
    ຈຸດທີ່ຄ້າຍຄືກັນຂອງສອງເລື່ອງນີ້ແມ່ນວ່າ ເດັກນ້ອຍຈະລອງສ່ຽງເບິ່ງ.
  • 5:13 - 5:16
    ຖ້າເຂົາບໍ່ຮູ້, ເຂົາຈະລອງເຮັດເບິ່ງ.
  • 5:16 - 5:19
    ຂ້າພະເຈົ້າເວົ້າແມ່ນບໍ? ພວກເຂົາບໍ່ຢ້ານທີ່ຈະຜິດ.
  • 5:19 - 5:24
    ບາດນີ້, ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າການຜິດ ແມ່ນຄືກັນກັບຄວາມຄິດສ້າງສັນເດີ້.
  • 5:24 - 5:25
    ສິ່ງທີ່ພວກເຮົາຮູ້ແມ່ນ,
  • 5:25 - 5:28
    ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ,
  • 5:28 - 5:31
    ເຈົ້າຈະບໍ່ມີວັນສ້າງສິ່ງທີ່ເປັນຕົ້ນສະບັບຂຶ້ນມາໄດ້.
  • 5:31 - 5:34
    ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ. ແລະ ກວ່າເຂົາຊິກາຍມາເປັນຜູ້ໃຫຍ່,
  • 5:34 - 5:36
    ເດັກສ່ວນຫຼາຍໄດ້ສູນເສີຍສະມັດຖະພາບດ້ານນີ້ໄປແລ້ວ.
  • 5:36 - 5:39
    ພວກເຂົາໄດ້ກາຍມາເປັນຄົນທີ່ຢ້ານກົວການຜິດ.
  • 5:39 - 5:41
    ແລະ ພວກເຮົາກໍ່ບໍລິຫານບໍລິສັດທັງຫຼາຍໃນລັກສະນະນີ້, ພວກທ່ານ.
  • 5:41 - 5:44
    ເຮົາປະນາມການຜິດພາດ ແລະ ພວກເຮົາກໍ່ກຳລັງບໍລິຫານ
  • 5:44 - 5:47
    ລະບົບການສຶກສາແຫ່ງຊາດທີ່ຖືວ່າ
  • 5:47 - 5:50
    ຄວາມຜິດພາດແມ່ນສິ່ງທີ່ເຮວຮ້າຍທີ່ສຸດທີ່ເຈົ້າຈະສາມາດເຮັດໄດ້.
  • 5:50 - 5:53
    ແລະ ຜົນໄດ້ຮັບກໍ່ແມ່ນວ່າ ພວກເຮົາກຳລັງສຶກສາຄົນໃຫ້ພົ້ນຈາກ
  • 5:53 - 5:56
    ສະມັດຖະພາບໃນການສ້າງສັນ. ປີກັດໂຊ ເຄີຍໄດ້ເວົ້າແລ້ວ.
  • 5:56 - 5:59
    ລາວເວົ້າວ່າ ເດັກທຸກຄົນເກີດມາເປັນນັກສິລະປະໝົດ.
  • 5:59 - 6:03
    ບັນຫາແມ່ນ ເຮັດແນວໃດເຮົາຈຶ່ງຊິຍັງເປັນນັກສິລະປະຢູ່ເມື່ອໃຫຍ່ຂຶ້ນມາ. ຂ້າພະເຈົ້າເຊື່ອໃນສິ່ງນີ້ຢ່າງຮຸນແຮງ,
  • 6:03 - 6:05
    ວ່າພວກເຮົາບໍ່ໄດ້ໃຫຍ່ຂຶ້ນມາສູ່ຄວາມຄິດສ້າງສັນ,
  • 6:05 - 6:08
    ພວກເຮົາໃຫຍ່ອອກຈາກມັນ. ຫຼື ອີກໃນໜຶ່ງ, ພວກເຮົາໄດ້ຮັບການສຶກສາໃຫ້ພົ້ນຈາກມັນ.
  • 6:08 - 6:10
    ສະນັ້ນ ເປັນຫຍັງຈິ່ງເປັນແນວນີ້?
  • 6:10 - 6:14
    ຂ້າພະເຈົ້າເຄີຍອາໄສຢູ່ ສແຕຣດຝອດ ອອນ ອາວອນ ຈົນເຖິງປະມານ ຫ້າ ປີ ກ່ອນ.
  • 6:14 - 6:16
    ອັນທີ່ຈິງ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ.
  • 6:16 - 6:20
    ສະນັ້ນ ທ່ານຄືຊິຈິນຕະນາການອອກວ່າມັນເປັນການປ່ຽນແປງທີ່ປາສະຈາກຂໍ້ຂັດຂ້ອງຂະໜາດໃດ.
  • 6:20 - 6:22
    (ຫົວ) ອັນທີ່ຈິງແລ້ວ,
  • 6:22 - 6:24
    ພວກເຮົາເຄີຍອາໄສຢູ່ບ່ອນທີ່ເອີ້ນວ່າ ສນິດເຕິຟີລດ,
  • 6:24 - 6:26
    ຢູ່ນອກຂອງ ສແຕຣດຝອດ ໜ້ອຍໜຶ່ງ, ເຊິ່ງເປັນບ່ອນເກີດ
  • 6:26 - 6:31
    ຂອງພໍ່ ຂອງ ເຊັກສເປຍ. ທ່ານມີຄວາມຄິດອັນໃໝ່ເຂົ້າມາໃນຫົວບໍ? ຂ້າພະເຈົ້າມີ.
  • 6:31 - 6:33
    ທ່ານບໍ່ຄິດຫາພໍ່ຂອງ ເຊັກສເປຍ, ແມ່ນບໍ?
  • 6:33 - 6:35
    ທ່ານຄິດບໍ? ເພາະທ່ານບໍ່ຄິດຫາ
  • 6:35 - 6:37
    ເຊັກສເປຍ ຕອນເປັນເດັກນ້ອຍ, ແມ່ນບໍ?
  • 6:37 - 6:40
    ເຊັກສເປຍ ຕອນມີອາຍຸ ເຈັດ ປີ ແມ່ນບໍ? ຂ້າພະເຈົ້າບໍ່ເຄີຍຄິດກ່ຽວກັບອັນນີ້ມາກ່ອນ. ຂ້າພະເຈົ້າໝາຍຄວາມວ່າ, ລາວເຄີຍ
  • 6:40 - 6:42
    ມີອາຍຸໄດ້ ເຈັດ ປີ ໃນຄັ້ງໜຶ່ງ. ລາວເຄີຍ
  • 6:42 - 6:51
    ເຂົ້າຮຽນໃນຊົ່ວໂມງພາສາອັງກິດ ຂອງໃຜຜູ້ໜຶ່ງ, ແມ່ນບໍ? ເຈົ້າຄິດວ່າມັນຊິເປັນຕາລຳຄານຂະໜາດໃດ?
  • 6:51 - 7:05
    (ຫົວ) “ຕ້ອງພະຍາຍາມໜັກກວ່ານີ້.” ຖືກພໍ່ບອກໃຫ້ໄປນອນ, ທ່ານຄິດເບິ່ງ,
  • 7:05 - 7:08
    ບອກ ເຊັກສເປຍ, “ໄປນອນ, ດຽວນີ້,”
  • 7:08 - 7:10
    ບອກ ວິລລຽມ ເຊັກສເປຍ, “ແລະ ກໍ່ວາງສໍລົງໄດ້ແລ້ວ.
  • 7:10 - 7:18
    ແລະ ກໍ່ເຊົາເວົ້າແບບນັ້ນ. ມັນເຮັດໃຫ້ໝົດທຸກຄົນສັບສົນ.”
  • 7:18 - 7:23
    (ຫົວ)
  • 7:23 - 7:26
    ຈັ່ງໃດກໍ່ຢ່າ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ,
  • 7:26 - 7:30
    ແລະ ອັນທີ່ຈິງ ຂ້າພະເຈົ້າກໍ່ຢາກເວົ້າເຖິງການຍົກຍ້າຍໜ້ອຍໜຶ່ງ.
  • 7:30 - 7:33
    ລູກຊາຍຂ້າພະເຈົ້າບໍ່ໄດ້ຢາກມານຳ.
  • 7:33 - 7:36
    ຂ້າພະເຈົ້າມີລູກສອງຄົນ. ລູກຊາຍ ອາຍຸ 21 ປີ ແລ້ວດຽວນີ້; ລູກສາວ ແມ່ນ 16.
  • 7:36 - 7:38
    ລູກຊາຍບໍ່ໄດ້ຢາກມາ ລອສ ແອງເຈລິສ. ລາວມັກມັນຫຼາຍ,
  • 7:38 - 7:43
    ແຕ່ວ່າລາວໄດ້ເພື່ອນຍິງຢູ່ອັງກິດ. ນາງແມ່ນຮັກແຫ່ງຊີວິດຂອງລາວ, ນາງ ຊາຣາ.
  • 7:43 - 7:45
    ລາວໄດ້ຮູ້ຈັກນາງເປັນເວລາໜຶ່ງເດືອນ.
  • 7:45 - 7:48
    ເຖິງແນວນັ້ນ, ເຂົາເຈົ້າໄດ້ສະຫຼອງວັນຄົບຮອບເທື່ອທີ ສີ່,
  • 7:48 - 7:52
    ເພາະວ່າມັນເປັນເວລາທີ່ຍາວນານ ຕອນທີ່ເຈົ້າອາຍຸພຽງແຕ່ 16 ປີ.
  • 7:52 - 7:54
    ຈັ່ງໃດກໍ່ຕາມ, ລາວຜິດໃຈຢ່າງແຮງໃນຂະນະທີ່ຢູ່ເທິງຍົນ,
  • 7:54 - 7:56
    ແລະ ລາວເວົ້າວ່າ, “ລູກຈະບໍ່ໄດ້ພົບຄົນທີ່ຄື ຊາຣາ ອີກ.”
  • 7:56 - 7:58
    ແລະ ພວກເຮົາກໍ່ຮູ້ສຶກໂລ່ງໃຈກ່ຽວກັບສິ່ງນີ້ຢູ່, ເວົ້າແທ້,
  • 7:58 - 8:10
    ເພາະນາງແມ່ນເຫດຜົນຫຼັກຂອງການຍົກຍ້າຍອອກຈາກປະເທດຂອງພວກເຮົາ.
  • 8:10 - 8:13
    (ຫົວ)
  • 8:13 - 8:16
    ແຕ່ບາງຢ່າງກະທົບເຈົ້າ ເມື່ອເຈົ້າຍ້າຍມາ ອາເມຣິກາ
  • 8:16 - 8:18
    ແລະ ເມື່ອເຈົ້າທ່ອງທ່ຽວໄປທົ່ວໂລກ:
  • 8:18 - 8:22
    ລະບົບການສຶກສາທຸກບ່ອນໃນໂລກນີ້ ມີລຳດັບຊັ້ນຂອງວິຊາຮຽນອັນດຽວກັນໝົດ.
  • 8:22 - 8:24
    ໝົດທຸກບ່ອນ. ບໍ່ວ່າເຈົ້າຈະໄປບ່ອນໃດ.
  • 8:24 - 8:26
    ເຈົ້າອາດຈະຄິດວ່າມັນຊິບໍ່ເປັນແນວນັ້ນ, ແຕ່ບໍ່ແມ່ນ.
  • 8:26 - 8:29
    ຢູ່ສູງກວ່າໝູ່ໝົດແມ່ນ ເລກ ແລະ ພາສາ,
  • 8:29 - 8:31
    ຕໍ່ມາແມ່ນ ສັງຄົມ, ແລະ ຢູ່ລຸ່ມສຸດ ແມ່ນສີລະປະ.
  • 8:31 - 8:33
    ທຸກບ່ອນໃນໂລກນີ້.
  • 8:33 - 8:36
    ແລະ ກໍ່ເກືອບວ່າໃນທຸກລະບົບອີກ,
  • 8:36 - 8:38
    ຍັງມີລຳດັບຊັ້ນພາຍໃນສາຂາສີລະປະອີກ.
  • 8:38 - 8:40
    ໃນໂຮງຮຽນ ການວາດແຕ້ມ ແລະ ດົນຕີ ແມ່ນໄດ້ຮັບສະຖານະທີ່ສູງ
  • 8:40 - 8:43
    ກວ່າ ການສະແດງ ແລະ ເຕັ້ນ. ບໍ່ມີລະບົບການສຶກສາບ່ອນໃດໃນໂລກນີ້
  • 8:43 - 8:45
    ທີ່ສອນເຕັ້ນໃຫ້ກັບເດັກນ້ອຍທຸກໆມື້
  • 8:45 - 8:48
    ໃນລັກສະນະທີ່ເຮົາສອນເລກ. ເປັນຫຍັງ?
  • 8:48 - 8:50
    ເປັນຫຍັງຈິ່ງບໍ່ເຮັດຕ່າງ? ຂ້າພະເຈົ້າຄິດວ່າອັນນີ້ອ່າວສຳຄັນ.
  • 8:50 - 8:53
    ຂ້າພະເຈົ້າຄິດວ່າ ເລກ ສຳຄັນຫຼາຍ, ແຕ່ ການເຕັ້ນ ກໍ່ສຳຄັນຄືກັນ.
  • 8:53 - 8:56
    ເດັກນ້ອຍເຕັ້ນຢູ່ຕະຫຼອດເວລາ ຖ້າເຂົາໄດ້ຮັບອະນຸຍາດ, ພວກເຮົາທຸກຄົນຄືກັນ.
  • 8:56 - 8:59
    ເຮົາຕ່າງກໍ່ມີຮ່າງກາຍ, ບໍ່ແມ່ນບໍ? ຂ້າພະເຈົ້າໄດ້ຂາດກອງປະຊຸມອັນໃດອັນໜຶ່ງບໍ?
  • 8:59 - 9:03
    (ຫົວ) ຄວາມຈິງແລ້ວ ສິ່ງທີ່ເກີດຂຶ້ນແມ່ນ
  • 9:03 - 9:05
    ເມື່ອເດັກໃຫຍ່ຂຶ້ນ, ພວກເຮົາເລີ່ມສຶກສາພວກເຂົາ
  • 9:05 - 9:08
    ຈາກແອວຂຶ້ນໄປເລື້ອຍໆ. ແລະ ບາດແລ້ວເຮົາກໍ່ສຸມໃສ່ແຕ່ຫົວຂອງເຂົາ.
  • 9:08 - 9:10
    ແລະ ກໍ່ອຽງໄປຫາຂ້າງດຽວ.
  • 9:10 - 9:14
    ຖ້າທ່ານຫາກຊິໄປຢ້ຽມການສຶກສາ, ໃນຖານະຂອງມະນຸດຕ່າງດາວ,
  • 9:14 - 9:17
    ແລະ ເວົ້າວ່າ “ມັນແມ່ນສຳລັບຫຍັງ, ອັນການສຶກສານີ້ນ່າ?”
  • 9:17 - 9:19
    ຂ້າພະເຈົ້າຄິດວ່າທ່ານຄືຊິຕ້ອງສະຫຼຸບ - ຖ້າທ່ານເບິ່ງຈາກຜົນໄດ້ຮັບ,
  • 9:19 - 9:21
    ຈາກຄົນທີ່ປະສົບຜົນສຳເລັດຈາກລະບົບນີ້,
  • 9:21 - 9:23
    ຈາກຄົນທີ່ເຮັດທຸກສິ່ງທີ່ເຂົາຄວນເຮັດ,
  • 9:23 - 9:26
    ຈາກຄົນທີ່ໄດ້ຄະແນນດີ, ຄົນທີ່ເປັນຜູ້ຊະນະ -
  • 9:26 - 9:29
    ຂ້າພະເຈົ້າຄິດວ່າທ່ານຄືຊິສະຫຼຸບວ່າຈຸດປະສົງທັງໝົດທັງມວນຂອງການສຶກສາ
  • 9:29 - 9:30
    ໃນທົ່ວໂລກ
  • 9:30 - 9:34
    ແມ່ນເພື່ອຜະລິດສາດສະດາຈານມະຫາວິທະຍາໄລ. ບໍ່ແມ່ນບໍ?
  • 9:34 - 9:36
    ພວກເຂົາແມ່ນຄົນທີ່ອອກມາຢູ່ໃນຫົວແຖວ.
  • 9:37 - 9:40
    ແລະ ຂ້າພະເຈົ້າກໍ່ເຄີຍເປັນສາດສະດາຈານ, ສະນັ້ນ ເຫັນບໍ່. (ຫົວ)
  • 9:40 - 9:44
    ແລະ ຂ້າພະເຈົ້າກໍ່ມັກສາດສະດາຈານມະຫາວິທະຍາໄລ, ແຕ່ທ່ານຮູ້ບໍ່,
  • 9:44 - 9:48
    ເຮົາບໍ່ຄວນຖືເຂົາເຈົ້າເປັນຕົວຢ່າງອັນສູງຂອງຜົນສຳເລັດຂອງມະນຸດຊາດ.
  • 9:48 - 9:50
    ພວກເຂົາເປັນພຽງແຕ່ຮູບຮ່າງຊີວະສາດອັນໜຶ່ງ,
  • 9:50 - 9:52
    ຊີວິດຮູບລັກໜຶ່ງ. ແຕ່ພວກເຂົາກໍ່ເປັນຕາສະຫງົນ,
  • 9:52 - 9:54
    ແລະ ຂ້າພະເຈົ້າເວົ້າສິ່ງນີ້ຈາກຄວາມຮູ້ສຶກຕໍ່ພວກເຂົາແທ້ໆ.
  • 9:54 - 9:57
    ມັນມີຫຍັງແປກໆກ່ຽວກັບສາດສະດາຈານ ຕາມປະສົບການຂອງຂ້າພະເຈົ້ານ່ະ -
  • 9:57 - 10:00
    ບໍ່ແມ່ນໝົດທຸກຄົນດອກ, ແຕ່ຕາມແບບແລ້ວ - ເຂົາເຈົ້າອາໄສຢູ່ໃນຫົວຂອງເຂົາເອງ.
  • 10:00 - 10:02
    ພວກເຂົາອາໄສຢູ່ເທິງພຸ້ນ, ແລະ ມໍ່ໄປທາງຂ້າງໜຶ່ງ.
  • 10:02 - 10:06
    ພວກເຂົາແຍກອອກຈາກຮ່າງໄດ້, ທ່ານຄິດອອກບໍ່, ເກືອບຊິວ່າແນວນັ້ນພຸ້ນລະ.
  • 10:06 - 10:08
    ພວກເຂົາມອງເບິ່ງຮ່າງກາຍຂອງເຂົາ
  • 10:08 - 10:17
    ເປັນຄືເຄື່ອງມືໃນການເດີນທາງອັນໜຶ່ງສຳລັບຫົວຂອງພວກເຂົາ. ບໍ່ແມ່ນຫວາ?
  • 10:17 - 10:24
    (ຫົວ) ມັນເປັນວິທີໜຶ່ງໃນການພາຫົວຂອງພວກເຂົາໄປປະຊຸມ.
  • 10:24 - 10:27
    ຖ້າທ່ານຢາກໄດ້ຫຼັກຖານຕົວຈິງຂອງປະສົບການແຍກອອກຈາກຮ່າງ,
  • 10:27 - 10:30
    ແລ້ວ, ທ່ານລອງໄປເບິ່ງກອງປະຊຸມສຳມະນາໃກ້ຊິດ
  • 10:30 - 10:32
    ຂອງບັນດາສາດສະດາຈານອາວຸໂສ,
  • 10:32 - 10:35
    ແລ້ວ ແວ່ເຂົ້າໄປເບິ່ງດີສໂກ້ເທັກ ໃນຄືນສຸດທ້າຍຂອງການສຳມະນາ.
  • 10:35 - 10:39
    (ຫົວ) ແລ້ວ ທ່ານຊິເຫັນ - ຜູ້ໃຫຍ່ ທັງ ຊາຍ ແລະ ຍິງ
  • 10:39 - 10:43
    ທີ່ກຳລັງສັ່ນແຂນຂາແບບບັງຄັບບໍ່ໄດ້, ອອກຈັງຫວະດົນຕີ,
  • 10:43 - 10:47
    ລໍຖ້າໃຫ້ມັນຈົບຄືນເພື່ອຊິໄດ້ເອົາໄປຂຽນເປັນບົດ.
  • 10:47 - 10:53
    ບາດນີ້ ລະບົບການສຶກສາຂອງພວກເຮົາແມ່ນໄດ້ຢືນຢູ່ບົນພື້ນຖານຂອງແນວຄວາມຄິດຂອງຄວາມສາມາດທາງວິຊາການ.
  • 10:53 - 10:56
    ແລະ ມັນກໍ່ມີເຫດຜົນ.
  • 10:56 - 10:58
    ລະບົບທັງໝົດແມ່ນໄດ້ຖືກສ້າງຂຶ້ນ - ໃນທົ່ວໂລກ, ແຕ່ກ່ອນ
  • 10:58 - 11:00
    ບໍ່ມີລະບົບການສຶກສາສຳລັບມວນຊົນ, ເວົ້າແທ້, ກ່ອນສັດຕະວັດທີ 19.
  • 11:00 - 11:03
    ມັນກາຍມາເປັນຮູບເປັນຮ່າງ
  • 11:03 - 11:04
    ເພື່ອສະໜອງໃຫ້ກັບຄວາມຕ້ອງການຂອງລັດທິອຸດສາຫະກຳ.
  • 11:04 - 11:07
    ສະນັ້ນ ລຳດັບຊັ້ນທີ່ໄດ້ກ່າວມາ ກໍ່ມີຮາກຖານມາຈາກແນວຄວາມຄິດສອງຢ່າງ.
  • 11:07 - 11:11
    ອັນທີໜຶ່ງ, ແມ່ນວິຊາທີ່ເປັນປະໂຫຍດທີ່ສຸດສຳລັບການເຮັດວຽກ
  • 11:11 - 11:13
    ແມ່ນຢູ່ສູງສຸດ. ສະນັ້ນ ທ່ານຄົງຈະໄດ້ຖືກຈູງອອກໃຫ້ຫ່າງຈາກ
  • 11:13 - 11:15
    ສິ່ງໃນໂຮງຮຽນໃນຕອນທີ່ທ່ານຍັງນ້ອຍ, ສິ່ງທີ່ທ່ານມັກ,
  • 11:15 - 11:17
    ບົນພື້ນຖານທີ່ວ່າທ່ານຈະ
  • 11:17 - 11:20
    ບໍ່ມີມື້ໄດ້ວຽກຍ້ອນການເຮັດສິ່ງນັ້ນ. ແມ່ນບໍ?
  • 11:20 - 11:22
    ບໍ່ຕ້ອງຮຽນດົນຕີ, ເຈົ້າຈະບໍ່ໄດ້ເປັນນັກດົນຕີດອກ;
  • 11:22 - 11:24
    ບໍ່ຕ້ອງຮຽນແຕ້ມ, ເຈົ້າຊິບໍ່ໄດ້ເປັນນັກແຕ້ມດອກ.
  • 11:25 - 11:29
    ຄຳແນະນຳທີ່ຫວັງດີ - ບາດນີ້, ເປັນສິ່ງຜິດພາດຢ່າງຍິ່ງ. ໂລກໜ່ວຍນີ້
  • 11:29 - 11:30
    ຖືກຄອບຄຸມດ້ວຍການປະຕິວັດ.
  • 11:30 - 11:33
    ແລະ ອັນທີສອງ ແມ່ນຄວາມສາມາດທາງວິຊາການ, ເຊິ່ງໄດ້ກາຍມາຄອບງຳ
  • 11:33 - 11:34
    ມຸມມອງຂອງເຮົາຕໍ່ກັບຄວາມສະຫຼາດ,
  • 11:34 - 11:37
    ເພາະວ່າມະຫາວິທະຍາໄລ ໄດ້ອອກແບບລະບົບທີ່ສະທ້ອນຮູບລັກຂອງມັນເອງ.
  • 11:37 - 11:39
    ຖ້າທ່ານຄິດເບິ່ງ, ລະບົບທັງໝົດ
  • 11:39 - 11:41
    ຂອງການສຶກສາມວນຊົນທົ່ວໂລກແມ່ນຂະບວນການຂະຫຍາຍຕົວ
  • 11:41 - 11:43
    ຂອງການເຂົ້າມະຫາວິທະຍາໄລ.
  • 11:43 - 11:46
    ແລະ ຜົນໄດ້ຮັບກໍ່ແມ່ນວ່າຫຼາຍຄົນທີ່ມີແວວສູງ,
  • 11:46 - 11:48
    ຫຼັກແຫຼມ, ສ້າງສັນ ຄິດວ່າເຂົາເຈົ້າບໍ່ໄດ້ເປັນແນວນັ້ນ,
  • 11:48 - 11:50
    ຍ້ອນວ່າສິ່ງທີ່ເຂົາເກ່ງຢູ່ໃນໂຮງຮຽນ
  • 11:50 - 11:54
    ບໍ່ໄດ້ມີຄ່າ, ຫຼື ເປັນສິ່ງທີ່ຖືກປະນາມ.
  • 11:54 - 11:56
    ແລະ ຂ້າພະເຈົ້າຄິດວ່າພວກເຮົາບໍ່ສາມາດສືບຕໍ່ໄປໃນທາງນີ້ໄດ້ອີກ.
  • 11:56 - 11:58
    ໃນ 30 ປີ ຕໍ່ໜ້າ, ອີງຕາມອົງການ UNESCO,
  • 11:58 - 12:01
    ຈະມີຄົນທົ່ວໂລກທີ່ຈະຈົບ
  • 12:01 - 12:03
    ຈາກການສຶກສາຫຼາຍກວ່າທີ່ເຄີຍມີມາໃນປະຫວັດສາດ.
  • 12:03 - 12:05
    ຫຼາຍຄົນ, ແລະ ມັນກໍ່ແມ່ນສ່ວນປະກອບ
  • 12:05 - 12:07
    ຂອງທຸກສິ່ງທີ່ເຮົາໄດ້ເວົ້າກັນມາ -
  • 12:07 - 12:10
    ເຕັກໂນໂລຢິ ແລະ ຜົນການປ່ຽນແປງຂອງມັນ ຕໍ່ກັບການເຮັດວຽກ, ແລະ ການສຶກສາກ່ຽວກັບປະຊາກອນ
  • 12:10 - 12:12
    ແລະ ການຂະຫຍາຍຕົວອັນໄວວາຂອງປະຊາກອນ.
  • 12:12 - 12:15
    ທັນໃດ, ໃບປະກາດບໍ່ໄດ້ມີຄ່າຫຍັງໝົດອີກ. ບໍ່ແມ່ນບໍ?
  • 12:15 - 12:19
    ຕອນທີ່່ຂ້າພະເຈົ້າເປັນນັກສຶກສາ, ຖ້າເຈົ້າໄດ້ໃບປະກາດ, ເຈົ້າໄດ້ວຽກ.
  • 12:19 - 12:22
    ຖ້າເຈົ້າບໍ່ມີວຽກ ມັນແມ່ນຍ້ອນວ່າເຈົ້າບໍ່ຢາກໄດ້.
  • 12:22 - 12:25
    ແລະ ຂ້າພະເຈົ້າກໍ່ບໍ່ໄດ້ຢາກໄດ້ວຽກດອກ, ເວົ້າແທ້. (ຫົວ)
  • 12:25 - 12:30
    ແຕ່ດຽວນີ້ ເດັກທີ່ມີໃບປະກາດສ່ວນຫຼາຍ
  • 12:30 - 12:31
    ກັບເມືອເຮືອນເພື່ອໄປສືບຕໍ່ຫຼິ້ນ ວີດີໂອ ເກມ,
  • 12:31 - 12:34
    ເພາະວ່າເຈົ້າຕ້ອງໄດ້ປະລິນຍາໂທເພື່ອເຮັດວຽກທີ່ແຕ່ກ່ອນຕ້ອງການແຕ່ປະລິນຍາຕີ,
  • 12:34 - 12:37
    ແລະ ດຽວນີ້ເຈົ້າກໍ່ຕ້ອງໄດ້ມີປະລິນຍາເອກເພື່ອເຮັດວຽກຂອງໂທ.
  • 12:37 - 12:39
    ມັນແມ່ນຂະບວນການຂອງ ວິຊາການເຟີ້.
  • 12:39 - 12:41
    ແລະ ມັນບົ່ງບອກເຖິງໂຄງສ້າງຂອງການສຶກສາທັງໝົດ
  • 12:41 - 12:43
    ທີ່ກຳລັງເຄື່ອນຍ້າຍພາຍໃຕ້ແຕ່ລະບາດກ້າວຂອງເຮົາ. ພວກເຮົາຕ້ອງໄດ້ຄິດໃໝ່ກ່ຽວກັບພື້ນຖານ
  • 12:43 - 12:44
    ຂອງມຸມມອງຂອງເຮົາກ່ຽວກັບຄວາມສະຫຼາດ.
  • 12:44 - 12:46
    ພວກເຮົາຮູ້ຢູ່ ສາມ ຢ່າງ ກ່ຽວກັບຄວາມສະຫຼາດ.
  • 12:46 - 12:49
    ອັນທີໜຶ່ງ, ມັນຫຼາກຫຼາຍ. ເຮົາຄິດກ່ຽວກັບໂລກນີ້ໃນທາງ
  • 12:49 - 12:51
    ທີ່ພວກເຮົາໄດ້ປະສົບກັບມັນ. ເຮົາຄິດເປັນພາບ,
  • 12:51 - 12:54
    ເຮົາຄິດເປັນສຽງ, ເຮົາຄິດແບບເປີດຮັບ.
  • 12:54 - 12:57
    ເຮົາຄິດແບບນາມມະທຳ, ເຮົາຄິດແບບເຄື່ອນໄຫວ.
  • 12:57 - 12:59
    ອັນທີສອງ, ຄວາມສະຫຼາດມີການເຄື່ອນທີ່.
  • 12:59 - 13:02
    ຖ້າພວກທ່ານເບິ່ງຈາກການພົວພັນຂອງສະໝອງຂອງຄົນ, ດັ່ງທີ່ເຮົາໄດ້ຍິນ
  • 13:02 - 13:05
    ມື້ວານນີ້ ຈາກບົດສະເໜີຫຼາຍບົດ,
  • 13:05 - 13:07
    ຄວາມສະຫຼາດ ແມ່ນມີການພົວພັນແລກປ່ຽນກັນຢ່າງມະຫັດສະຈັນ.
  • 13:07 - 13:10
    ສະໝອງບໍ່ໄດ້ຖືກແບ່ງອອກເປັນຫ້ອງ.
  • 13:10 - 13:13
    ອັນທີ່ຈິງ, ຄວາມຄິດສ້າງສັນ - ເຊິ່ງຂ້າພະເຈົ້ານິຍາມວ່າເປັນຂະບວນການ
  • 13:13 - 13:15
    ຂອງການມີແນວຄວາມຄິດທີ່ເປັນເອກກະລັກ ທີ່ມີຄ່າ -
  • 13:15 - 13:18
    ສ່ວນຫຼາຍໄດ້ມາຈາກການພົວພັນແລກປ່ຽນ
  • 13:18 - 13:21
    ລະຫວ່າງການສັງເກດສິ່ງຕ່າງໆດ້ວຍຫຼັກວິທີການຫຼາຍແບບທີ່ແຕກຕ່າງກັນ.
  • 13:21 - 13:23
    ສະໝອງແມ່ນມີເຈດຕະນາ - ອີກປະການໜຶ່ງ,
  • 13:23 - 13:26
    ມີເສັ້ນປະສາດສາຍໜຶ່ງທີ່ເຊື່ອມຕໍ່ສະໝອງທັງສອງຂ້າງ
  • 13:26 - 13:28
    ເອີ້ນວ່າ ຄໍປັສ ຄາລອສຊຳ. ສິ່ງນີ້ຈະມີຄວາມໜາ ກວ່າໃນສະໝອງຂອງແມ່ຍິງ.
  • 13:28 - 13:30
    ສືບຕໍ່ຈາກ ເຮເລັນ ມື້ວານນີ້, ຂ້າພະເຈົ້າຄິດວ່າ
  • 13:30 - 13:34
    ສິ່ງນີ້ອາດແມ່ນເຫດຜົນທີ່ແມ່ຍິງເກ່ງກວ່າໃນການເຮັດວຽກຫຼາຍອັນພ້ອມກັນ.
  • 13:34 - 13:36
    ເພາະວ່າພວກທ່ານເກ່ງກວ່າແທ້, ບໍ່ແມ່ນບໍ?
  • 13:36 - 13:39
    ມີການຄົ້ນຄວ້າເປັນແພ, ແຕ່ຂ້າພະເຈົ້າຮູ້ຈາກປະສົບການຊີວິດສ່ວນຕົວ.
  • 13:39 - 13:41
    ຖ້າເມຍຂ້າພະເຈົ້າຫາກກຳລັງແຕ່ງກິນຢູ່ເຮືອນ -
  • 13:41 - 13:45
    ເຊິ່ງໄຄແຕ່ ບໍ່ເລື້ອຍປານໃດ. (ຫົວ)
  • 13:45 - 13:48
    ແຕ່ທ່ານກໍ່ຮູ້, ລາວກຳລັງເຮັດ - ບໍ່ແມ່ນ, ລາວເຮັດໄດ້ດີໃນບາງສິ່ງ -
  • 13:48 - 13:50
    ແຕ່ຖ້າລາວກຳລັງເຮັດກິນ, ຫັ້ນລະ,
  • 13:50 - 13:52
    ແມ່ນ ລາວກຳລັງລົມໂທລະສັບນຳ,
  • 13:52 - 13:55
    ລາວກຳລັງລົມກັບລູກນຳ, ລາວກຳລັງທາສີເພດານເຮືອນນຳ,
  • 13:55 - 13:58
    ລາວກຳລັງປາດຫົວໃຈນຳ.
  • 13:58 - 14:01
    ຖ້າແມ່ນຂ້າພະເຈົ້າເຮັດກິນ, ປະຕູຕ້ອງປິດ, ລູກຕ້ອງຢູ່ນອກ,
  • 14:01 - 14:04
    ໂທລະສັບແມ່ນແຂວນໄວ້ຢູ່ບ່ອນຂອງມັນ, ຖ້າລາວເຂົ້າມາຂ້າພະເຈົ້າຈະອາລົມເສຍ.
  • 14:04 - 14:17
    ຂ້າພະເຈົ້າຈະເວົ້າວ່າ, “ເທີຣີ່, ຂໍຮ້ອງ, ຂ້ອຍກຳລັງຈືນໄຂ່ຢູ່ໃນໜີ້. ໃຫ້ເວລາຂ້ອຍແດ່.” (ຫົວ)
  • 14:17 - 14:19
    ອັນທີ່ຈິງ, ທ່ານຮູ້ສຳນວນປັດຊະຍາເກົ່າອັນໜຶ່ງບໍ່,
  • 14:19 - 14:22
    ຖ້າຕົ້ນໄມ້ລົ້ມໃນປ່າ ແລະ ບໍ່ມີໃຜໄດ້ຍິນ,
  • 14:22 - 14:25
    ແມ່ນມັນໄດ້ເກີດຂຶ້ນແທ້ບໍ? ຈື່ຕົ້ນຖົ່ວຕົ້ນນັ້ນໄດ້ບໍ?
  • 14:25 - 14:28
    ຂ້າພະເຈົ້າໄດ້ເຫັນເສື້ອຢືດຄັກໆອັນໜຶ່ງໃນມໍ່ໆນີ້ ທີ່ຂຽນວ່າ, “ຖ້າຊາຍຜູ້ໜຶ່ງຫາກເວົ້າຄວາມຄິດແທ້ໆຂອງລາວ
  • 14:28 - 14:31
    ຢູ່ໃນປ່າ, ແລະ ບໍ່ມີແມ່ຍິງຄົນໃດໄດ້ຍິນລາວ,
  • 14:31 - 14:40
    ລາວກໍ່ຍັງຈະຜິດບໍ?” (ຫົວ)
  • 14:40 - 14:42
    ແລະ ອັນທີສາມ ກ່ຽວກັບຄວາມສະຫຼາດ ແມ່ນ,
  • 14:43 - 14:45
    ມັນແຕກຕ່າງ. ຂ້າພະເຈົ້າກຳລັງຂຽນປຶ້ມເຫຼັ້ມໃໝ່ຢູ່ດຽວນີ້
  • 14:45 - 14:47
    ເອີ້ນວ່າ “ການປາກົດຕົວ,” ເຊິ່ງອີງໃສ່ຫຼາຍຊຸດຂອງ
  • 14:47 - 14:49
    ການສຳພາດຄົນກ່ຽວກັບການຄົ້ນພົບ
  • 14:49 - 14:51
    ພອນສະຫວັນຂອງເຂົາ. ຂ້າພະເຈົ້າຕິດໃຈກ່ຽວກັບວ່າຄົນເຮົາໄປຮອດຈຸດນັ້ນໄດ້ແນວໃດ.
  • 14:51 - 14:54
    ມັນເກີດມາຈາກບົດສົນທະນາອັນໜຶ່ງຂອງຂ້າພະເຈົ້າ
  • 14:54 - 14:56
    ກັບແມ່ຍິງທີ່ໜ້າອັດສະຈັນຜູ້ໜຶ່ງ ເຊິ່ງບາງທີຄົນສ່ວນຫຼາຍ
  • 14:56 - 14:58
    ອາດຈະບໍ່ເຄີຍໄດ້ຍິນ, ລາວຊື່ ກີລຽນ ລິນ,
  • 14:58 - 15:00
    ທ່ານເຄີຍໄດ້ຍິນກ່ຽວກັບລາວບໍ? ບາງຄົນເຄີຍໄດ້ຍິນເນາະ. ລາວເປັນນັກອອກແບບທ່າເຕັ້ນ
  • 15:00 - 15:02
    ແລະ ໝົດທຸກຄົນຮູ້ຜົນງານຂອງລາວ.
  • 15:02 - 15:04
    ລາວໄດ້ເຮັດ “Cats,” ແລະ “Phanthom of the Opera.”
  • 15:04 - 15:08
    ລາວເກ່ງ. ຂ້າພະເຈົ້າເຄີຍເປັນໜຶ່ງໃນຄະນະກຳມະການຂອງ Royal Ballet, ໃນອັງກິດ,
  • 15:08 - 15:10
    ດັ່ງທີ່ທ່ານເຫັນ.
  • 15:10 - 15:12
    ຈັ່ງໃດກໍ່ຢ່າ, ກີລຽນ ແລະ ຂ້າພະເຈົ້າໄດ້ຮ່ວມກິນເຂົ້າທ່ຽງໃນມື້ໜຶງ ແລະ ຂ້າພະເຈົ້າໄດ້ເວົ້າວ່າ,
  • 15:12 - 15:14
    “ກີລຽນ, ເຮັດແນວໃດເຈົ້າຈິ່ງໄດ້ເປັນນັກເຕັ້ນ?” ແລະ ລາວໄດ້ບອກວ່າ
  • 15:14 - 15:16
    ມັນກໍ່ເປັນຕາສົນໃຈຢູ່, ໃນຕອນທີ່ລາວຍັງເຂົ້າໂຮງຮຽນຢູ່ນັ້ນ,
  • 15:16 - 15:19
    ລາວບໍ່ມີຫວັງເລີຍ. ແລະທາງໂຮງຮຽນ, ໃນຊຸມປີ 30
  • 15:19 - 15:21
    ໄດ້ຂຽນເຖິງພໍ່ແມ່ຂອງລາວວ່າ, “ທາງເຮົາຄິດວ່າ
  • 15:21 - 15:23
    ກີລຽນ ມີປັນຫາດ້ານການຮັບຮູ້.” ລາວບໍ່ສາມາດຕັ້ງສະມາທິ,
  • 15:23 - 15:25
    ລາວຢູ່ບໍ່ສະຫງົບ. ຂ້າພະເຈົ້າຄິດວ່າປະຈຸບັນນີ້ເຂົາຄືຊິເວົ້າວ່າ
  • 15:25 - 15:29
    ລາວເປັນພະຍາດສະມາທິສັ້ນ. ທ່ານບໍ່ຄິດບໍ? ແຕ່ຕອນນັ້ນຍັງແມ່ນຊຸມປີ 1930,
  • 15:29 - 15:32
    ແລະ ພະຍາດສະມາທິສັ້ນ ກໍ່ຍັງບໍ່ທັນໄດ້ຖືກສ້າງຂຶ້ນມາເທື່ອ.
  • 15:32 - 15:35
    ມັນຍັງເປັນພະຍາດທີ່ບໍ່ສາມາດມີໄດ້ເທື່ອ. (ຫົວ)
  • 15:35 - 15:39
    ຄົນເຮົາບໍ່ໄດ້ຮູ້ວ່າພວກເຂົາສາມາດເປັນພະຍາດນີ້ໄດ້.
  • 15:39 - 15:43
    ຈັ່ງໃດກໍ່ຢ່າ, ລາວໄດ້ໄປຫາຊ່ຽວຊານຜູ້ໜຶ່ງ. ໃນຫ້ອງທີ່ເຮັດດ້ວຍໄມ້ໂອ໋ກ,
  • 15:43 - 15:46
    ແລະ ແມ່ຂອງລາວກໍ່ໄດ້ໄປນຳ,
  • 15:46 - 15:49
    ແລະ ລາວກໍ່ຖືກພາໄປນັ່ງຢູ່ຕັ່ງທີ່ຢູ່ແຈສຸດ,
  • 15:49 - 15:51
    ແລະ ລາວກໍ່ໄດ້ນັ່ງຢອງມືຂອງລາວເປັນເວລາ 20 ນາທີ ໃນຂະໜະທີ່
  • 15:51 - 15:53
    ຊາຍຜູ້ໜຶ່ງໄດ້ລົມກັບແມ່ຂອງລາວກ່ຽວກັບ
  • 15:53 - 15:57
    ປັນຫາທັງໝົດທີ່ ກີລຽນ ມີຢູ່ໃນໂຮງຮຽນ. ແລະ ໃນຕອນທ້າຍ -
  • 15:57 - 15:59
    ຍ້ອນວ່າລາວໄດ້ລົບກວນຄົນອື່ນ,
  • 15:59 - 16:01
    ວຽກບ້ານຂອງລາວແມ່ນໄດ້ສົ່ງຊ້າຕະຫຼອດ, ແລະ ອື່ນໆ,
  • 16:01 - 16:04
    ເດັກນ້ອຍອາຍຸ ແປດ ປີ - ສຸດທ້າຍ, ທ່ານໝໍ ໄດ້ ຍ່າງໄປນັ່ງລົງ
  • 16:04 - 16:06
    ຂ້າງ ກີລຽນ ແລະ ເວົ້າວ່າ, “ກີລຽນ,
  • 16:06 - 16:08
    ຂ້ອຍໄດ້ຟັງທຸກຢ່າງທີ່ແມ່ເຈົ້າ
  • 16:08 - 16:10
    ໄດ້ບອກຂ້ອຍແລ້ວ, ແລະ ຂ້ອຍຕ້ອງໄດ້ເວົ້ານຳລາວເປັນການສ່ວນຕົວ.”
  • 16:10 - 16:13
    ລາວໄດ້ເວົ້າວ່າ, “ລໍຖ້າຢູ່ໜີ້ເດີ້, ຈັກໜ້ອຍພວກເຮົາຊິກັບມາ, ບໍ່ດົນດອກ.”
  • 16:13 - 16:15
    ແລະ ພວກເຂົາກໍ່ໄດ້ອອກໄປ ແລະ ປະລາວໄວ້ຜູ້ດຽວ.
  • 16:15 - 16:17
    ແລະ ກ່ອນທີ່ທັງສອງຈະອອກຈາກຫ້ອງ, ຜູ້ຊ່ຽວຊານໄດ້ເປີດວິທະຍຸ
  • 16:17 - 16:19
    ເຊິ່ງຢູ່ໜ້າໂຕະຂອງລາວປະໄວ້. ແລະ ເມື່ອພວກເພິ່ນ
  • 16:19 - 16:21
    ໄດ້ອອກໄປຈາກຫ້ອງ, ຊ່ຽວຊານໄດ້ບອກແມ່ຂອງລາວວ່າ,
  • 16:21 - 16:24
    “ຢືນເບິ່ງລາວຢູ່ໜີ້ເດີ້.” ແລະ ໃນນາທີທີ່ພວກເພິ່ນໄດ້ອອກຈາກຫ້ອງ,
  • 16:24 - 16:28
    ລາວໄດ້ບອກຂ້ອຍວ່າ, ລາວໄດ້ລຸກຂຶ້ນ, ເຄື່ອນຍ້າຍໄປຕາມສຽງດົນຕີ.
  • 16:28 - 16:30
    ແລະ ພວກເພິ່ນກໍ່ໄດ້ເບິ່ງຢູ່ສາມສີ່ນາທີ
  • 16:30 - 16:33
    ແລະ ຊ່ຽວຊານກໍ່ໄດ້ຫັນຫາແມ່ລາວ ແລະ ເວ້ົາວ່າ,
  • 16:33 - 16:37
    “ມາດາມ ລິນ, ກີລຽນ ບໍ່ໄດ້ປ່ວຍດອກ, ລາວເປັນນັກເຕັ້ນ.
  • 16:37 - 16:39
    ພາລາວໄປເຂົ້າໂຮງຮຽນເຕັ້ນສາ.”
  • 16:39 - 16:41
    ຂ້າພະເຈົ້າໄດ້ຖາມວ່າ, “ແລ້ວເກີດຫຍັງຂຶ້ນ?”
  • 16:41 - 16:44
    ລາວໄດ້ເວົ້າວ່າ, “ແມ່ຂ້ອຍກໍ່ເຮັດຕາມ. ຂ້ອຍບອກເຈົ້າໄດ້ເລີຍວ່າມັນວິເສດຂະໜາດໃດ.
  • 16:44 - 16:46
    ເຮົາຍ່າງເຂົ້າໄປໃນຫ້ອງໜຶ່ງ ແລະ ມັນກໍ່ເຕັມໄປດ້ວຍ
  • 16:46 - 16:49
    ຄົນຄືຂ້ອຍ. ຄົນທີ່ບໍ່ສາມາດນັ່ງຢູ່ຊື່ໆໄດ້.
  • 16:49 - 16:52
    ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້.” ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້.
  • 16:52 - 16:54
    ພວກເຂົາໄດ້ຮຽນ ບາເລ, ພວກເຂົາໄດ້ຮຽນ ແທ໋ບ, ພວກເຂົາໄດ້ຮຽນ ແຈັສ,
  • 16:54 - 16:56
    ພວກເຂົາຮຽນດົນຕີສະໄໝໃໝ່, ພວກເຂົາໄດ້ຮຽນດົນຕີຮ່ວມສະໄໝ.
  • 16:56 - 16:59
    ໃນທີ່ສຸດລາວກໍ່ໄດ້ເສັງເຂົ້າໂຮງຮຽນ Royal Ballet,
  • 16:59 - 17:01
    ລາວໄດ້ກາຍເປັນຜູ້ບັນເລງດ່ຽວ, ລາວໄດ້ມີອາຊີບທີ່ໜ້າອັດສະຈັນ
  • 17:01 - 17:03
    ທີ່ໂຮງຮຽນ Royal Ballet. ໃນທີ່ສຸດລາວກໍ່ຮຽນຈົບ
  • 17:03 - 17:05
    ຈາກໂຮງຮຽນ Royal Ballet ແລະ
  • 17:05 - 17:08
    ໄດ້ຕັ້ງບໍລິສັດຂອງຕົນເອງ - ບໍລິສັດ ກີລຽນ ລິນ ແດ໋ນສ -
  • 17:08 - 17:11
    ໄດ້ພົບກັບ ແອນດຣິວ ລອຍ ເວັບເບີ. ລາວໄດ້ຮັບຜິດຊອບ
  • 17:11 - 17:13
    ງານສະແດງດົນຕີທີ່ປະສົບຜົນສຳເລັດຫຼາຍອັນ
  • 17:13 - 17:18
    ໃນປະຫວັດສາດ, ລາວໄດ້ມອບຄວາມສຸກໃຫ້ກັບຄົນຫຼາຍລ້ານ,
  • 17:18 - 17:21
    ແລະ ລາວກໍ່ແມ່ນມະຫາເສດຖີເງິນຫຼາຍລ້ານ. ຄົນອື່ນ
  • 17:21 - 17:25
    ອາດຈະໄດ້ຈັບລາວກິນຢາ ແລະ ບອກໃຫ້ລາວ
  • 17:25 - 17:27
    ສະຫງົບລົງ.
  • 17:27 - 17:30
    ບາດນີ້, ຂ້າພະເຈົ້າຄິດວ່າ ... (ຕົບມື) ສິ່ງທີ່ຂ້າພະເຈົ້າຄິດ ມັນກາຍມາເປັນສິ່ງນີ້:
  • 17:30 - 17:32
    ອາລ ກໍ ໄດ້ກ່າວໃນຄືນກ່ອນ
  • 17:32 - 17:35
    ກ່ຽວກັບລະບົບນິເວດ, ແລະ ການປະຕິວັດທີ່ໄດ້ຖືກກະຕຸ້ນໂດຍ ຣາແຊລ ຄາສັນ.
  • 17:35 - 17:39
    ຂ້າພະເຈົ້າເຊື່ອວ່າຄວາມຫວັງອັນດຽວຂອງພວກເຮົາຕໍ່ອະນາຄົດ
  • 17:39 - 17:42
    ແມ່ນການຮັບເອົາແນວຄວາມຄິດຂອງລະບົບນິເວດຂອງຄົນ,
  • 17:42 - 17:46
    ອັນທີ່ຄົນເຮົາເລີ່ມສ້າງແນວຄວາມຄິດຂອງພວກເຮົາໃໝ່
  • 17:46 - 17:48
    ທີ່ກ່ຽວພັນກັບຄວາມອຸດົມຮັ່ງມີຂອງສະມັດຖະພາບຂອງຄົນ.
  • 17:48 - 17:52
    ລະບົບການສຶກສາຂອງເຮົາໄດ້ຂຸດແນວຄິດຂອງຄົນໃນແບບ
  • 17:52 - 17:54
    ທີ່ເຮົາຂຸດຄົ້ນເອົາຊັບສົມບັດຈາກພື້ນໂລກ: ເພື່ອວັດຖຸສະເພາະອັນດຽວ.
  • 17:54 - 17:57
    ແລະ ໃນອະນາຄົດ, ມັນຈະບໍ່ໃຫ້ປະໂຫຍດກັບເຮົາ.
  • 17:57 - 18:00
    ພວກເຮົາຕ້ອງຄິດຄືນໃໝ່ເຖິງຫຼັກທຳພື້ນຖານ
  • 18:00 - 18:02
    ທີ່ເຮົາອີງໃສ່ເພື່ອສຶກສາລູກຫຼານຂອງເຮົາ. ມີ
  • 18:02 - 18:06
    ຄຳເວົ້າທີ່ວິເສດອັນໜຶ່ງ ໂດຍ ໂຈນາສ ຊອກ, ຜູ້ທີ່ໄດ້ເວົ້າວ່າ, “ຖ້າແມງໄມ້ທັງໝົດ
  • 18:06 - 18:09
    ຫາກຈະຫາຍໄປຈາກໂລກນີ້,
  • 18:09 - 18:12
    ພາຍໃນ 50 ປີ ສິ່ງມີຊີວິດທັງໝົດໃນໂລກນີ້ຄົງຈະຈົບລົງ.
  • 18:12 - 18:15
    ຖ້າຄົນທັງໝົດຫາກຫາຍໄປຈາກໂລກນີ້,
  • 18:15 - 18:19
    ພາຍໃນ 50 ປີ ສິ່ງມີຊີວິດທັງໝົດຈະເຕີບໃຫຍ່ຂະຫຍາຍຕົວຂຶ້ນ.”
  • 18:19 - 18:21
    ແລະ ລາວກໍ່ເວົ້າຖືກ.
  • 18:21 - 18:24
    ສິ່ງທີ່ TED ຍົກຍ້ອງແມ່ນພອນສະຫວັນຂອງຈິນຕະນາການຂອງຄົນ.
  • 18:24 - 18:28
    ພວກເຮົາຕ້ອງລະວັງໃນຕອນທີ່ເຮົານຳໃຊ້ພອນສະຫວັນອັນນີ້
  • 18:28 - 18:31
    ໃຫ້ຫຼັກແຫຼມ, ແລະ ກໍ່ຕ້ອງຫຼີກລ່ຽງສະຖານະການ
  • 18:31 - 18:34
    ສະຖານະການທີ່ໄດ້ກ່າວມາແລ້ວ. ແລະ ທາງດຽວທີ່
  • 18:35 - 18:38
    ພວກເຮົາຈະສາມາດເຮັດແນວນັ້ນໄດ້ ແມ່ນດ້ວຍການຕິດຕາມເບິ່ງສະມັດຖະນະຂອງຄວາມຄິດສ້າງສັນຂອງເຮົາ
  • 18:38 - 18:40
    ເພື່ອຄວາມອຸດົມຮັ່ງມີທີ່ເຮົາເປັນ, ແລະ ເບິ່ງ
  • 18:40 - 18:43
    ລູກຫຼານຂອງເຮົາເພື່ອຄວາມຫວັງທີ່ພວກເຂົາເປັນ. ແລະ ໜ້າທີ່ຂອງເຮົາ
  • 18:43 - 18:46
    ແມ່ນການສຶກສາສິ່ງທີ່ເປັນພວກເຂົາທັງໝົດ, ເພື່ອວ່າພວກເຂົາຈະສາມາດປະເຊີນກັບອະນາຄົດອັນນີ້.
  • 18:46 - 18:49
    ເຊິ່ງພວກເຮົາອາດຈະບໍ່ໄດ້ເຫັນອະນາຄົດອັນນີ້ກໍ່ມີ,
  • 18:49 - 18:52
    ແຕ່ພວກເຂົາຊິໄດ້ເຫັນ. ແລະ ວຽກຂອງເຮົາແມ່ນຊ່ວຍ
  • 18:52 - 18:54
    ພວກເຂົາໃຫ້ສ້າງສິ່ງໃດສິ່ງໜຶ່ງຈາກມັນໄດ້. ຂອບໃຈຫຼາຍໆ.
Title:
ເຄັນ ໂຣບິນສັນ ບອກວ່າ ໂຮງຮຽນທຳລາຍຄວາມຄິດສ້າງສັນ
Speaker:
Sir Ken Robinson
Description:

ທ່ານ ເຄັນ ໂຣບິນສັນ ຍົກເຫດຜົນ ທີ່ທັງ ບັນເທີງ ແລະ ຈັບໃຈ ກ່ຽວກັບການສ້າງລະບົບການສຶກສາທີ່ ທະນຸບຳລຸງ (ແທນທີ່ຈະທຳລາຍ) ຄວາມຄິດສ້າງສັນ.

more » « less
Video Language:
English
Team:
closed TED
Project:
TEDTalks
Duration:
19:00
Vilayphone Chouramany added a translation

Lao subtitles

Revisions